ກອງປະຊຸມລະດົມແນວຄວາມຄິດ ເພື່ອສ້າງດຳລັດວ່າດ້ວຍມາດຕະຖານການເຊື່ອມຕໍ່ລະບົບບໍລິຫານລັດດິຈິຕອນ (e-GIF)

15/09/2025

ກອງປະຊຸມລະດົມແນວຄວາມຄິດ ເພື່ອສ້າງດຳລັດວ່າດ້ວຍມາດຕະຖານການເຊື່ອມຕໍ່ລະບົບບໍລິຫານລັດດິຈິຕອນ (e-GIF)

 

ສູນບໍລິຫານລັດດິຈິຕອນ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຈັດກອງປະຊຸມລະດົມແນວຄວາມຄິດແບບເປີດກວ້າງຄັ້ງທຳອິດ ເພື່ອຜ່ານຮ່າງເບື້ອງຕົ້ນ ຂອງ ດຳລັດ ວ່າດ້ວຍມາດຕະຖານການເຊື່ອມຕໍ່ລະບົບບໍລິຫານລັດດິຈິຕອນ (e-GIF) ຂຶ້ນໃນຕອນບ່າຍຂອງວັນທີ 08 ກັນຍາ 2025 ຜ່ານມາ, ທີ່ຫ້ອງປະຊຸມຂອງ ສະຖານບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ. ໃຫ້ກຽດເປັນປະທານ ໂດຍ ທ່ານ ປອ. ທະວີສັກ ມະໂນທັມ, ຫົວໜ້າສູນບໍລິຫານລັດດິຈິຕອນ, ຊຶ່ງມີຜູ້ຕາງໜ້າບັນດາກົມ, ສູນ, ສະຖາບັນ ແລະ ອົງການ ພາຍໃນ ກຕສ, ມີຜູ້ຕາງໜ້າຈາກບັນດາກະຊວງ/ທຽບເທົ່າ, ມະຫາວິທະຍາໄລແຫ່ງຊາດ ແລະ ບັນດາບໍລິສັດຜູ້ພັດທະນາດ້ານເຕັກໂນໂລຊີດິຈິຕອນໃນ ສປປ ລາວ, ພ້ອມທັງຄະນະຮັບຜິດຊອບ ຂອງ ສູນບໍລິຫານລັດດິຈິຕອນ ເຂົ້າຮ່ວມທັງໝົດ ຈຳນວນ 35 ທ່ານ. 

ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອລະດົມຄວາມຄິດເຫັນຈາກບາງອົງການຈັດຕັ້ງພາກລັດ ແລະ ເອກະຊົນ ເພື່ອຮັບຟັງຄຳຄິດເຫັນຈາກນັກພັດທະນາເຕັກໂນໂລຊີ ໂດຍສະເພາະບັນດາບໍລິສັດພັດທະນາເຕັກໂນໂລຊີຊັ້ນນຳຂອງ ສປປ ລາວ, ອາຈານ ຈາກພາກວິຊາທາງດ້ານຄອມພິວເຕີ ແລະ ເຕັກໂນໂລຊີດິຈິຕອນ ລວມທັງການນຳໃຊ້ຕົວຈິງຂອງພາກລັດ.  

ທ່ານ ປອ. ທະວີສັກ ມະໂນທັມ, ຫົວໜ້າສູນບໍລິຫານລັດດິຈິຕອນ ໄດ້ກ່າວວ່າ: ກອງປະຊຸມລະດົມແນວຄວາມຄິດແບບເປີດກ້ວາງຄັ້ງນີ້ເປັນຄັ້ງທຳອິດ ເພື່ອປຶກສາຫາລືລະດົມແນວຄວາມຄິດ ແລະ ຄວາມເປັນໄປໄດ້ໃນການຄົ້ນຄວ້າ ຮ່າງດຳລັດ ວ່າດ້ວຍ ມາດຕະຖານການເຊື່ອມຕໍ່ລະບົບບໍລິຫານລັດດິຈິຕອນ ໃຫ້ສອດຄ່ອງກັບສະພາບຕົວຈິງທີ່ມີການພັດທະນາບັນດາເຕັກໂນໂລຊີດິຈິຕອນຕ່າງໆເຂົ້າໃນວຽກງານການບໍລິຫານ ແລະ ບໍລິການລັດດິຈິຕອນ. ການຈັດຕັ້ງປະຕິບັດ ຄົ້ນຄວ້າຮ່າງດຳລັດສະບັບດັ່ງກ່າວໄດ້ລິເລີ່ມມາຕັ້ງແຕ່ຕົ້ນປີ 2025, ໄດ້ມີການຄົ້ນຄວ້າບັນດາເອກະສານທີ່ກ່ຽວຂ້ອງທັງພາຍໃນ ແລະ ສາກົນ ລວມທັງຂອງບາງປະເທດໃນສະມາຊິກອາຊຽນ. ນອກຈາກນັ້ນ, ກໍໄດ້ປຶກສາຫາລືກັບຊ່ຽວຊານຈາກຕ່າງປະເທດ ແລະ ອົງການຈັດຕັ້ງສາກົນ ໃນການປະເມີນຄວາມພ້ອມກ່ຽວກັບການຫັນເປັນດິຈິຕອນຂອງ ສປປ ລາວ.  ຖ້ານິຕິກຳສະບັບນີ້ສຳເລັດ ກໍຈະເປັນເຄື່ອງມືໜຶ່ງທີ່ຊ່ວຍຊຸກຍູ້, ສົ່ງເສີມວຽກງານມາດຕະຖານການເຊື່ອມຕໍ່ບັນດາລະບົບບໍລິຫານລັດດິຈິຕອນ ແລະ ຈະເປັນມາດຕະຖານໃນການສ້າງ, ພັດທະນາ ຫຼື ປັບປຸງລະບົບເຕັກໂນໂລຊີຂອງພາກລັດໄປໃນທິດທາງດຽວ ແລະ ສາມາດເຊື່ອມຕໍ່ເຊື່ອມໂຍງເຂົ້າກັນໄດ້. 

ກອງປະຊຸມໃນຄັ້ງນີ້ ໄດ້ຮັບຄວາມສົນໃຈ ແລະ ມີບັນຍາກາດທີ່ຟົດຟື້ນ ຈາກບັນດາຜູ້ເຂົ້າຮ່ວມ ທີ່ໄດ້ຕັ້ງຄຳຖາມ, ແລກປ່ຽນປະກອບຄໍາເຫັນລະຫວ່າງພາກສ່ວນຜູ້ພັດທະນາ ແລະ ຜູ້ນໍາໃຊ້ລະບົບຕົວຈິງ, ໂດຍອີງໃສ່ບັນຫາ ແລະ ສະພາບການປ່ຽນແປງຂອງການພັດທະນາໃນປັດຈຸບັນ. ໂດຍສະເພາະແມ່ນ ມີຄໍາເຫັນຈາກຕົວຈິງ ກ່ຽວກັບຄວາມຫຍຸ້ງຍາກໃນການເຊື່ອມຕໍ່ຂໍ້ມູນ ແລະ ນຳໃຊ້ຂໍ້ມູນຮ່ວມກັບລະບົບຂອງພາກລັດ ແລະ ຄວາມກັງວົນຕໍ່ຄວາມຍືນຍົງຂອງລະບົບຕ່າງໆຂອງພາກລັດ. ພາຍຫຼັງສໍາເລັດກອງປະຊຸມຄັ້ງນີ້, ຄະນະຮັບຜິດຊອບຈະສືບຕໍ່ຄົ້ນຄວ້າ ແລະ ເປີດກອງປະຊຸມລະດົມຄຳເຫັນກັບບັນດາກະຊວງທີ່ກ່ຽວຂ້ອງ ຢູ່ສູນກາງ ແລະ ບັນດາອົງການຈັດຕັ້ງທ້ອງຖິ່ນຕື່ມອີກ ເພື່ອໃຫ້ສອດຄ່ອງກັບພາລະບົດບາດ ແລະ ບັນດານິຕິກຳອື່ນໆທີ່ມີຢູ່.  

ພາບ ແລະ ຂ່າວ: ສູນບໍລິຫານລັດດິຈິຕອນ.

 

 

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2023
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ