16/09/2025

ໃນວັນທີ 8 ກັນຍາ 2025 ຜ່ານມາ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຮ່ວມກັບ ຄະນະກໍາມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ (ຄຊກມດ) ແລະ ອົງການຢູນີເຊັບ ສປປ ລາວ ໄດ້ຈັດກອງປະຊຸມສຳມະນາແຫ່ງຊາດ ການປົກປ້ອງເດັກຈາກທຸກຮູບແບບທາງອອນລາຍ ເພື່ອປັບປຸງເຂົ້າໃນຮ່າງແຜນດຳເນີນງານແຫ່ງຊາດ ເພື່ອປ້ອງກັນ ແລະ ລຶບລ້າງຄວາມຮຸນແຮງຕໍ່ເດັກ 5 ປີ ຄັ້ງທີ III (2026-2030) ຂຶ້ນທີ່ໂຮງແຮມລາວພລາຊ່າ, ນະຄອນຫຼວງວຽງຈັນ. ໂດຍການເປັນປະທານຮ່ວມຂອງ ທ່ານ ປອ ສັນຕິສຸກ ສິມມາລາວົງ ຮອງລັດຖະມົນຕີ ກຕສ, ກຳມະການ ຄຊກມດ, ປະທານ ຄກມດ ກຕສ ແລະ ທ່ານ ນາງ ມາກາລີ ໂຣເມເດັນ ຮອງຜູ້ຕາງໜ້າອົງການຢູນິເຊັບ ປະຈຳ ສປປ ລາວ ມີຕາງໜ້າຈາກບັນດາກະຊວງ, ອົງການ ແລະ ຄູ່ຮ່ວມງານ ຈາກສະຖານທູດ, ອົງການຈັດຕັ້ງສາກົນ, ອົງການຈັດຕັ້ງທາງສັງຄົມ ແລະ ສະມາຄົມ ເຂົ້າຮ່ວມທັງໝົດ 61 ທ່ານ, ຍິງ 42 ທ່ານ.
ທ່ານ ປອ ສັນຕິສຸກ ສິມມາລາວົງ ໄດ້ຍົກໃຫ້ເຫັນເຖິງ: “ການລ່ວງລະເມີດ ແລະ ການຂູດຮີດເດັກທາງອິນເຕີເນັດ ແມ່ນເປັນບັນຫາສຳຄັນສຸດ ສົ່ງຜົນກະທົບຮ້າຍແຮງ, ສ້າງຄວາມອັນຕະລາຍ ແລະ ຄວາມເສຍຫາຍຍາວນານ ຕໍ່ເດັກຜູ້ຖືກເຄາະຮ້າຍ ທາງດ້ານຈິດໃຈ, ອາລົມ ແລະ ສັງຄົມ ທີ່ຝັງເລິກຢູ່ໃນຕົວເດັກ ແລະ ຕິດໂຕໄປຈົນເປັນຜູ້ໃຫຍ່ ເປັນຕົ້ນເຊັ່ນ: ການຫຼອກລວງທາງອອນລາຍ (Online Groooming), ການຂົ່ມເຫັງທາງອິນເຕີເນັດ (Cyber bully) ແລະ ການຜະລິດ ຫຼື ເຜີຍແຜ່ສື່ລາມົກທາງເພດເດັກ (CSAM). ການກະທໍາເຫຼົ່ານີ້ ລ້ວນແລ້ວແຕ່ນໍາໃຊ້ເຕັກໂນໂລຊີເປັນຈຸດສູນກາງ ໃນການທຳຮ້າຍ ແລະ ຂົ່ມຂູ່ເດັກ ທັງຮູບແບບເຊິ່ງໜ້າ ແລະ ບໍ່ເຊິ່ງໜ້າ ມີຄວາມເສຍຫາຍຫຼາຍຮູບແບບ ແລະ ຜົນສະທ້ອນແຕກຕ່າງທີ່ບໍ່ຊໍ້າຊ້ອນກັນ”. ກອງປະຊຸມຄັ້ງນີ້, ຈະເປັນເວທີສໍາຄັນ ແລະ ເປັນບາດກ້າວລິເລິິ່ມທີ່ດີ ໃນການສົນທະນາ ແລະ ແລກປ່ຽນຂໍ້ມູນຂ່າວສານ, ສ້າງເປັນຄວາມໝາຍໝັ້ນ ແລະ ເປັນເສົ້າຄໍ້າເຄື່ອຂ່າຍຈັດຕັ້ງປະຕິບັດລະດັບຊາດຮ່ວມກັນ ຊຶິ່ງປະກອບດ້ວຍຄູ່ຮ່ວມງານທີ່ຄົບຖ້ວນ ບໍ່ວ່າຈະເປັນຄູ່ຮ່ວມມງານພາກລັດ, ພາກເອກະຊົນ, ອົງການຈັດຕັ້ງສາກົນຜູ້ໃຫ້ທຶນ ໃນການຮ່ວມມື, ການປະສານງານ ແລະ ແຜນງານທີ່ກົມກຽວກັນ ໃນການປົກປ້ອງເດັກຈາກທຸກຮູບແບບການຂູດຮີດ ແລະ ການລ່ວງລະເມີດທາງອອນລາຍ ທັງໃນປະຈຸບັນ ແລະ ໃນອານາຄົດ ດັ່ງຄໍາເວົ້າທີ່ວ່າ "ປົກປ້ອງເດັກຂອງພວກເຮົາໃນໂລກດິຈິຕອນ ໂດຍການສ້າງຄວາມເຂັ້ມແຂງ ແລະ ສະແດງຄວາມຮັບຜິດຊອບຮ່ວມກັນ" (Protecting Our Children in the Digital World: An Empowering and Shared Responsibility).
ປະຈຸບັນ ສປປ ລາວ ກໍາລັງຫັນເປັນດິຈິຕອນທີ່ທັນສະໄໝ ລວມທັງຂະຫຍາຍການເຂົ້າເຖິງອິນເຕີເນັດ ແລະ ການບໍລິການດ້ານດິຈິຕອນ ເຮັດໃຫ້ເດັກມີເວລາໃນການຫຼິ້ນ ແລະ ນໍາໃຊ້ອິນເຕີເນັດຫຼາຍຂຶ້ນ ໃນການຮຽນຮູ້, ຕິດຕໍ່ສື່ສານ ແລະ ຫາໂອກາດໃໝ່ໆ. ການຂະຫຍາຍຕົວຂອງເຕັກໂນໂລຊີ ລວມເຖິງປັນຍາປະດິດ (AI) ກາຍເປັນສ່ວນ ໜຶ່ງໃນຊີວິດປະຈໍາວັນຂອງເດັກ ເພື່ອເສີມສ້າງການຮຽນຮູ້ ແລະ ແນວຄິດສ້າງສັນອັນໃໝ່ໆ. ຂະນະດຽວກັນ, ການຫັນເປັນດິຈິຕອນທັນສະໄໝນີ້ ຮຽກຮ້ອງໃຫ້ມີມາດຕະການທີ່ຮັບປະກັນເດັກທຸກຄົນ ມິຄວາມໝັ້ນໃຈ ແລະ ໄດ້ຮັບຄວາມປອດໄພສູງສຸດ.