17/09/2025

ສະມາຊິກສະພາແຫ່ງຊາດ (ສສຊ) ແລະ ສະມາຊິກສະພາປະຊາຊົນ ນະຄອນຫລວງວຽງຈັນ (ສສ ນວ) ນໍາໂດຍທ່ານ ບຸນຕາ ເທບພະວົງ ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 1 ນວ ພ້ອມດ້ວຍຄະນະ ລົງພົບປະກັບຜູ້ມີສິດເລືອກຕັ້ງ ເພື່ອເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນນະຄອນຫລວງວຽງຈັນ ຊຸດທີ II ໃນວັນທີ 15 ສິງຫາ 2025, ທີ່ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ). ໂດຍການຕ້ອນຮັບຂອງທ່ານ ແກ້ວວິສຸກ ໂສລະພົມ ຮອງລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມດ້ວຍຄະນະນໍາ, ພະນັກງານ, ຄູອາຈານ ແລະ ນັກສຶກສາ ເຂົ້າຮ່ວມ.
ໃນວາລະພົບປະ ທ່ານ ແກ້ວວິສຸກ ໂສລະພົມ ໄດ້ຂຶ້ນລາຍງານສະພາບລວມບົດສະຫຼຸບຫຍໍ້ ແລະ ການຈັດຕັ້ງປະຕິບັດຕາມມະຕິຂອງສະພາແຫ່ງຊາດ ແລະ ຜົນສຳເລັດການຈັດຕັ້ງປະຕິບັດແຜນວຽກຈຸດສຸມ ໃນແຕ່ລະດ້ານຂອງຂະແໜງເຕັກໂນໂລຊີ ແລະ ການສື່ສານ ເປັນຕົ້ນ: ດ້ານບຸກຄະລາກອນ ກໍເປັນບັນຫາສຳຄັນໃນການຍົກລະດັບທິດສະດີການເມືອງ-ການປົກຄອງ, ດ້ານການສ້າງ ແລະ ປັບປຸງນິຕິກຳຮອງຮັບການຫັນເປັນດິຈິຕອນ ໄດ້ສ້າງສຳເລັດ ທັງໝົດ 45 ສະບັບ ເທົ່າກັບ 90%, ດ້ານການພັດທະນາລະບົບບໍລິຫານລັດໃຫ້ເປັນທັນສະໄໝ ໄດ້ຂະຫຍາຍໄປ 44 ຫ້ອງການ ມີ 13 ພັນກວ່າບັນຊີ, ດ້ານການພັດທະນາໂຄງລ່າງພືນຖານ ແລະ ຊຸກຍູ້ການນຳໃຊ້ສາຍກາບໄຍແສງໄດ້ຫຼາຍກວ່າ 36,5 ພັນກິໂລແມັດ, ເພີ່ມຂຶ້ນ 265%, ດ້ານຄຸ້ມຄອງຄື້ນວິທະຍຸສື່ສານ ຈັດສັນຄື້ນຄວາມຖີ່ 4G, 5g, IOT ແລະ ດ້ານອື່ນໆ, ພ້ອມນັ້ນ, ຍັງໄດ້ສຳເລັດ ການຈັດຕັ້ງປະຕິບັດ 02 ວາລະແຫ່ງຊາດ ເຊັ່ນ: ວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາເສດຖະກິດ-ການເງິນ ແລະ ວາລະວ່າດ້ວຍການແກ້ໄຂຢາເສບຕິດ.
ການລົງພົບປະຄັ້ງນີ້, ຜູ້ເຂົ້າຮ່ວມໄດ້ຮັບຟັງການລາຍງານ ກ່ຽວກັບສະພາບການພັດທະນາ ເສດຖະກິດ- ສັງຄົມ, ຮັບຟັງຄໍາສະເໜີຂອງເມືອງ, ຮັບຟັງການລາຍງານຜົນສຳເລັດ ຂອງກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໂດຍສະເພາະຜົນສຳເລັດ ຂອງກອງປະຊຸມສະພາປະຊາຊົນນະຄອນຫລວງວຽງຈັນ ຊຸດທີ II ໃຫ້ຜູ້ມີສິດເລືອກຕັ້ງ ກໍຄືປະຊາຊົນແຕ່ລະຂັ້ນໄດ້ເຂົ້າໃຈຢ່າງເລິກເຊິ່ງ ພ້ອມທັງ ໄດ້ຍົກໃຫ້ເຫັນກ່ຽວກັບການແກ້ໄຂບັນຫາເສດຖະກິດຂອງລັດຖະບານ ທີ່ຕິດພັນກັບການດຳລົງຊິວິດຂອງປະຊາຊົນ, ການສັບຊ້ອນໂຮມບາງໜ້າວຽກຂອງລັດເຂົ້າກັນ ໃຫ້ຖືກຕ້ອງສອດຄ່ອງຕາມລັດຖະທຳມະນູນ ສະບັບປັບປຸງປີ 2025.
ຂ່າວ: ກົມຈັດຕັ້ງ-ພະນັກງານ
ຮູບ: ພຸດດາວອນ ພາສຸວັນ