ກອງປະຊຸມເຜີຍແຜ່ ແນະນຳວິທີການສະໝັກທຶນການສຶກສາ ປະລິນໂທ ແລະ ປະລິນຍາເອກ ສົກປີ 2026-2027
19/09/2025
ໃນຕອນເຊົ້າວັນທີ 16 ກັນຍາ 2025, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຈັດກອງປະຊຸມເຜີຍແຜ່ ແນະນຳວິທີການສະໝັກທຶນການສຶກສາ ປະລິນໂທ ແລະ ປະລິນຍາເອກ ສົກປີ 2026-2027 ຂອງໂຄງການທຶນການສຶກສາ ເພື່ອພັດທະນາຊັບພະຍາກອນມະນຸດ ( JDS ) ປະເທດຍີ່ປຸ່ນ ສໍາລັບປີ 2025 ໃຫ້ພະນັກງານບັນດາກົມ/ທຽບເທົ່າ ອ້ອມຂ້າງ ກຕສ ເພື່ອໃຫ້ຮັບຮູ້ ແລະ ເຂົ້າໃຈວິທີ ຂັ້ນຕອນໃນການສະໝັກທຶນ. ໃຫ້ກຽດກ່າວເປີດພິທີໂດຍ ທ່ານ ເຄນທອງ ແພງວົງສາ, ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ, ກຕສ ມີທ່ານ ມູຊິອາເກ ເອຊູໂອ ທີ່ປຶກສາພາຍໃນ ອົງການ JICA ຈາກປະເທດຍີ່ປຸ່ນ ແລະ ທ່ານ ນາງ ຢາມາຊິຕະໂຢຊິເອ, ຫົວໜ້າຫ້ອງການ ອົງການ JICE JDS ປະຈໍາ ສປປ ລາວ ພ້ອມດວ້ຍຄະນະ ມີບັນດາຄະນະກົມ, ຄະນະພະແນກ, ພະນັກງານ-ວິຊາການ ຈາກບັນດາກົມ/ທຽບເທົ່າ ແລະ ນັກສຶກສາຈາກສະຖາບັນເຕັກໂນໂລຊີສື່ສານຂໍ້ມູນຂ່າວສານ ເຂົ້າຮ່ວມ 133 ທ່ານ.

ທ່ານ ເຄນທອງ ແພງວົງສາ ໄດ້ກ່າວວ່າ: ກອງປະຊຸມເຜີຍແຜ່ ແນະນຳວິທີການສະໝັກທຶນການສຶກສາ ປະລິນໂທ ແລະ ປະລິນຍາເອກ ສົກປີ 2026-2027 ຂອງໂຄງການທຶນການສຶກສາ ເພື່ອພັດທະນາຊັບພະຍາກອນມະນຸດ (JDS) ປະເທດຍີ່ປຸ່ນ ສໍາລັບປີ 2025 ຈະສາມາດເຮັດໃຫ້ພວກເຮົາໄດ້ຮັບຮູ້ເຖີງລະບຽບຂອງການຝືກອົບຮົມ ແລະ ຄວາມສໍາຄັນຂັ້ນຕອນ-ວິທີການສະໝັກທຶນ(JDS) ເພື່ອເຮັດໃຫ້ພວກເຮົາມີໂອກາດ ແລະ ຊ່ອງຫວ່າງງ່າຍຂຶ້ນໃນການສະໝັກທຶນດັ່ງກ່າວ. ການສະໝັກທຶນການສຶກສາ ແມ່ນວິທີປະກອບແບບຟອມ-ຄໍາຮ້ອງຕ່າງໆທີ່ຖືກຕ້ອງ ເພື່ອຍາດແຍ່ງເອົາທຶນການສືກສາ ບໍ່ວ່າຈະເປັນ ປ.ໂທ, ປ. ເອກ ແລະ ອື່ນໆ ເພື່ອເປັນການພັດທະນາທະນາແຫຼ່ງຄວາມຮູ້ຄວາມສາມາດ ແລະ ລະບຽບການຝຶກອົບຮົມ ຮັບປະກັນໃຫ້ຕົນເອງ ແລະ ວຽກງານທີ່ຕົນຮັບຜິດຊອບ ໃຫ້ມີຄຸນນະພາບຍິ່ງຂຶ້ນ.


ໃຫ້ກຽດເຜີຍແຜ່ວິທີການສະໝັກທຶນການສຶກສາຄັ້ງນີ້ ໂດຍ ທ່ານ ນາງ ອານົງລັກ ທິລະກຸນ ວິທະຍາກອນຈາກ ອົງການ JICE JDS ປະຈຳ ສປປ ລາວ ແລະ ເຜີຍແຜ່ລະບຽບການຝຶກອົບຮົມ ການພັດທະນາພະນັກງານ-ລັດຖະກອນ ຂອງ ຂະແໜງເຕັກໂນໂລຊີ ແລະ ການສື່ສານ ໂດຍ ທ່ານ ວິລະສັກ ໄຊຍະວົງ ຫົວໜ້າພະແນກພັດທະນາບຸກລະຄງກອນ.


ຂໍ້ມູນ: ກົມຈັດຕັ້ງ ແລະ ພະນັກງານ
ພາບ: ພຸດດາວອນ ພາສຸວັນ

