ຄະນະຜູ້ແທນ ກຕສ ເຂົ້າຮ່ວມເວທີປຶກສາຫາລືດ້ານການຖ່າຍທອດເຕັກໂນໂລຊີ ແລະ ການຮ່ວມມືດ້ານນະວັດຕະກໍາ ຈີນ - ອາຊຽນ
22/09/2025
ຄະນະຜູ້ແທນ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ນຳໂດຍ ທ່ານ ໄຊຊະນະ ສິດທິພອນ ຮອງລັດຖະມົນຕີ ກຕສ ໄດ້ນໍາພາຄະນະເດີນທາງເຂົ້າຮ່ວມ ກອງປະຊຸມສຸດຍອດດ້ານການຖ່າຍທອດເຕັກໂນໂລຊີ ແລະ ການຮ່ວມມືດ້ານນະວັດຕະກໍາ ຈີນ-ອາຊຽນ ຄັ້ງທີ 13 (The 13th Forum on China-ASEAN Technology Transfer and Collaboration Innovation) ໃນລະຫວ່າງວັນທີ 15-18 ກັນຍາ 2025, ທີ່ເມືອງນານໜິງ, ແຂວງ ກວາງຊີ, ສປ ຈີນ ຕາມຄຳເຊີນຂອງສູນຖ່າຍທອດເຕັກໂນໂລຊີ ຈີນ-ອາຊຽນ (CATTC).


ງານດັ່ງກ່າວ ຈັດຂຶ້ນໂດຍ ສູນຖ່າຍທອດເຕັກໂນໂລຊີ ຈີນ-ອາຊຽນ (CATTC), ພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງ ກວາງຊີ, ສປ ຈີນ ໂດຍມີບັນດາການນໍາ ແລະ ແຂກຖືກເຊີນຈາກພາຍໃນ ສປ ຈີນ ແລະ ບັນດາປະເທດອາຊຽນ ເປັນຕົ້ນແມ່ນ: ທ່ານ ນາງ LU XINGING ຮອງເຈົ້າແຂວງກວາງຊີ, ທ່ານ SUN JIAN ຮອງຫົວໜ້າກົມຮ່ວມມືພົວພັນຕ່າງປະເທດ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ສປ ຈີນ, ທ່ານ Dr. HUN SEINGHENG, ຮອງລັດຖະມົນຕີ ກະຊວງອຸດສາຫະກຳ, ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ປະເທດ ກຳປູເຈຍ, ທ່ານ Dr. BUDI PRAWAR ປະທານອົງການຄົ້ນຄວ້າເອເລັກໂຕນິກ ແລະ ຂໍ້ມູນຂ່າວສານ, ສະຖາບັນຄົ້ນຄວ້າແຫ່ງຊາດປະເທດ ອິນໂດເນເຊຍ, ທ່ານ ນາງ RUZIAH BINTI HAJI SHAFEI ຮອງເລຂານຸການ ກະຊວງວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ປະເທດມາເລເຊຍ, ທ່ານ Dr. WASAN PATTARA-ATIKOM ຮອງປະທານອົງການພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ, ປະເທດໄທ ແລະ ບັນດາຜູ້ແທນ, ອົງການຈັດຕັ້ງຕ່າງໆ ເຂົ້າຮ່ວມ ຫຼາຍກວ່າ 300 ທ່ານ.

ຈຸດປະສົງຂອງການຈັດງານຄັ້ງນີ້, ກໍເພື່ອສືບຕໍ່ປະຕິບັດຂໍ້ລິເລີ່ມ ການຮ່ວມມືກ່ຽວກັບຄວາມກ້າວໜ້າຂອງໂຄງການພັດທະນາ ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາ ຈີນ-ອາຊຽນ ໃນການຍົກສູງປະລິມານ ແລະ ປະສິດທິພາບຂອງການຮ່ວມມື ດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ (STI) ຂອງ ຈີນ-ອາຊຽນ. ພາຍໃຕ້ຄໍາຂວັນ ການນຳໃຊ້ປັນຍາປະດິດເພື່ອອານາຄົດທີ່ຍືນຍົງ “SHARE AI SHARE FUTURE” ພາຍໃນງານແມ່ນມີຫຼາກຫຼາຍກິດຈະກຳລວມທັງພິທີເປີດກອງປະຊຸມ, ເວທີສົນທະນາ ແລະ ແລກປ່ຽນທາງດ້ານວິຊາການຂອງນັກວິທະຍາສາດໜຸ່ມອາຊຽນບວກສາມ (10+3) ແລະ ງານວາງສະແດງສິນຄ້າຈີນ-ອາຊຽນ ຄັ້ງທີ 22 (China-ASEAN EXPO).

ໂອກາດດັ່ງກ່າວ, ທ່ານ ໄຊຊະນະ ສິດທິພອນ ໄດ້ຮັບກຽດຂຶ້ນມີຄຳເຫັນໃນເວທີປຶກສາຫາລື ຊຶ່ງມີບາງຕອນໄດ້ເນັ້ນເຖິງການເພີ່ມທະວີການຮ່ວມມືລະດັບພາກພື້ນ ດ້ານເຕັກໂນໂລຊີປັນຍາປະດິດ (AI) ເພື່ອການພັດທະນາເສດຖະກິດ-ສັງຄົມ ໃນທຸກຂະແໜງການໃຫ້ມີຄວາມຢືນຍົງ ແລະ ມີຄຸນະພາບສູງ. ການຈັດກອງປະຊຸມ ແລະ ກິດຈະກຳໃນຄັ້ງນີ້ຈະຊ່ວຍໃຫ້ພວກເຮົາກໍານົດຂັ້ນຕອນທີ່ຊັດເຈນ ເພື່ອບັນລຸເປົ້າໝາຍ ໂດຍການເຮັດວຽກຮ່ວມກັນ, ສາມາດດຶງເອົາທ່າແຮງ ຄວາມຊຳນິຊຳນານທາງດ້ານເຕັກໂນໂລຊີ ແລະ ຊັບພະຍາກອນທີ່ດີທີ່ສຸດ. ເວທີປຶກສາຫາລືຄັ້ງນີ້, ຈະເປັນການຊຸກຍູ້ການຮ່ວມມືຢ່າງເລິກເຊິ່ງລະຫວ່າງຈີນກັບອາຊຽນ, ຊຸກຍູ້ໃຫ້ພວກເຮົາກ້າວໄປສູ່ອະນາຄົດໃນການເຕີບໃຫຍ່ຂະຫຍາຍໂຕດ້ານເສດຖະກິດ ແລະ ຄວາມຍືນຍົງດ້ານສິ່ງແວດລ້ອມໄປຄຽງຄູ່ກັນ ຕາມວິໄສທັດ ການຮ່ວມມືລະດັບພາກພື້ນດ້ານເຕັກໂນໂລຊີປັນຍາປະດິດ ເພື່ອສ້າງເສດຖະກິດ-ສັງຄົມ ໃຫ້ມີຄຸນະພາບສູງ ແລະ ໃຫ້ກາຍເປັນຄວາມເປັນຈິງ. ພ້ອມນັ້ນ, ທ່ານ ໄຊຊະນະ ສິດທິພອນ ຍັງໄດ້ຂຶ້ນເປີດພິທີຮ່ວມກັບຄະນະການນຳຂັ້ນສູງທີ່ເຂົ້າຮ່ວມກອງປະຊຸມ ແລະ ກິດຈະກຳອື່ນໆ.

ພ້ອມນີ້, ທ່ານ ນ. ເກສອນ ສຸລິວົງ ຫົວໜ້າສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ, ກຕສ ແລະ ທ່ານ ນ. Sun Ruijun ຫົວໜ້າສູນຖ່າຍທອດເຕັກໂນໂລຊີ ຈີນ - ອາຊຽນ ໄດ້ມີການໂອ້ລົມກ່ຽວກັບບັນດາໂຄງການຮ່ວມມືສອງຝ່າຍ ເພື່ອເປັນການຜັນຂະຫຍາຍບົດບັນທຶກຄວາມເຂົ້າໃຈ ທີ່ໄດ້ລົງນາມຮ່ວມກັນໃນປີທີຜ່ານມາ, ອີກວາລະທີສຳຄັນພາຍໃນງານຄື: ຄະນະຜູ້ແທນລາວຍັງໄດ້ເຂົ້າຮ່ວມພິທີເປີດງານ ແລະ ຮ່ວມຢ້ຽມຊົມ ຮ້ານວາງສະແດງສິນຄ້າ ພາຍໃນງານວາງສະແດງສິນຄ້າ ຈີນ-ອາຊຽນ ຄັ້ງທີ 22 (China-ASEAN EXPO) ທີ່ຈັດຂຶ້ນໃນລະຫວ່າງ ວັນທີ 17-22 ກັນຍາ 2025 ອີກດ້ວຍ.

