ຄະນະຜູ້ແທນ ກຕສ ເຂົ້າຮ່ວມກອງ​ປະ​ຊຸມ​ແລກ​ປ່ຽນ​ການ​ຮ່ວມ​ມື​ດ້ານ​ອຸດ​ສາ​ຫະ​ກຳ​ຂັ້ນ​ສູງ ​ຈີນ-ອາ​ຊຽນ ປະຈຳ​ປີ 2025

22/09/2025

ຄະນະຜູ້ແທນ ກຕສ ເຂົ້າຮ່ວມກອງ​ປະ​ຊຸມ​ແລກ​ປ່ຽນ​ການ​ຮ່ວມ​ມື​ດ້ານ​ອຸດ​ສາ​ຫະ​ກຳ​ຂັ້ນ​ສູງ ​ຈີນ-ອາ​ຊຽນ ປະຈຳ​ປີ 2025

 

ໃນລະຫວ່າງ ວັນທີ 15-19​ ກັນຍາ 2025 ທີ່ຜ່ານມາ ທ່ານ ໄຊຊະນະ ສິດທິພອນ ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ນຳພາຄະນະຜູ້ແທນ ຂອງ ກຕສ ເດີນທາງໄປເຂົ້າຮ່ວມກອງ​ປະ​ຊຸມ​ແລກ​ປ່ຽນ​ການ​ຮ່ວມ​ມື​ດ້ານ​ອຸດ​ສາ​ຫະ​ກຳ​ຂັ້ນ​ສູງ ​ຈີນ-ອາ​ຊຽນ ປະຈຳ​ປີ 2025 ແລະ ກອງ​ປະ​ຊຸມ​ຮ່ວມ​ມື​ເສດ​ຖະ​ກິດ​ຂ້າມ​ຊາຍ​ແດນ​ຈີນ-ຫວຽດ​ນາມ (The 2025 ASEAN-China Advanced Industrial Cooperation and Development Exchange Conference and China-Vietnam Cross-Border Economic Cooperation Development Conference ), ຈັດຂຶ້ນໂດຍສະມາຄົມສົ່ງເສີມການຄ້າ ຈີນ-ອາຊຽນ, ທີ່ເມືອງນານໜິງ, ແຂວງ ກວາງຊີ ສປ ຈີນ.

 

ໃນໂອກາດນີ້ ທ່ານຮອງລັດຖະມົນຕີ ກຕສ ໄດ້ຂືຶ້ນມີຄຳເຫັນຕໍ່ກອງປະຊຸມ, ຊື່ງມີບາງຕອນທ່ານກ່າວວ່າ: ໃນໄລຍະ ​3 ​ປີ​ຜ່ານມາ ​ທາງ​ລົດ​ໄຟ​ຈີນ-ລາວ ໄດ້​ເປີດ​ການນຳ​ໃຊ້ ເຮັດໃຫ້ ສປປ ລາວ ມີ​ການຂະຫຍາຍຕົວ ດ້ານສິນຄ້າ​ອຸດສາຫະກຳ​ທີ່​ກ້າວໜ້າ ​ແລະ​ ການ​ຮ່ວມ​ມື​ຂ້າມ​ຊາຍ​ແດນ​ໄຫຼ​ເຂົ້າ​ມາ​ຢ່າງ​ບໍ່​ຢຸດ​ຢັ້ງ ​ເປັນ​ການ​ສະທ້ອນໃຫ້ເຫັນ​ເຖິງ​ການ​ເຊື່ອມ​ຕໍ່​ລະຫວ່າງ​ ຈີນ-ອາ​ຊຽນ, ການຂະຫຍາຍຕົວ ແລະ ການພັດທະນາ​​ຂອງ​ພາກ​ພື້ນ. ປັດຈຸບັນ, ສປປ ລາວ ພວມກ້າວໄປສູ່ເປົ້າໝາຍການເຕີບໂຕທາງດ້ານເສດຖະກິດ ຊຶ່ງປີ 2025 ຢູ່ທີ່ 4,8%, ໂດຍສຸມໃສ່ການຫັນເປັນທັນສະໄໝທາງດ້ານກະສິກຳ, ການພັດທະນາພະລັງງານ, ເສດຖະກິດດິຈິຕອນ ແລະ ການຍົກລະດັບພື້ນຖານໂຄງລ່າງ. ​ໃນ​ຂະ​ບວນການ​ດັ່ງກ່າວ, ສປປ ລາວ ໄດ້​ຮັບ​ຮູ້​ຢ່າງ​ຈະ​ແຈ້ງໃນ​ບົດບາດ​ເປັນ "ສາມ​ສູນ​ກາງ" ​ແລະ ປະກອບສ່ວນ​ອັນ​ເປັນ​ເອກະລັກ​ສະ​ເພາະ​ໃຫ້​ແກ່​ການ​ຮ່ວມ​ມື​ ຈີນ-ອາ​ຊຽນ ໂດຍ ສປປ ລາວ​ຈະ​ກາຍ​ເປັນ “ສູນ​ການ​ຫັນ​ປ່ຽນ” ດ້ານ​ເຕັກ​ໂນ​ໂລ​ຊີ​ດິ​ຈິ​ຕອນ​ຂອງ​ພາກ​ພື້ນ, ​ເປັນ “ສູນ​ກາງ​ການ​ຂົນ​ສົ່ງ” ດ້ານ​ພະ​ລັງ​ງານ​ສີຂຽວ ແລະ ​ເປັນ​ສູນ​ຈຳໜ່າຍ​ສິນຄ້າ​ຂົນ​ສົ່ງ​ສິນຄ້າ​ຂ້າມ​ແດນ, ທາງ​ລົດ​ໄຟ​ຈີນ-ລາວ​ ໄດ້​ຫັນ​ ສປປ ລາວ ​ຈາກ​ປະ​ເທດ​ທີ່​ບໍ່​ມີ​ທາງ​ອອກ​ສູ່​ທະ​ເລ​ ເປັນປະເທດທີ່ມີການເຊື່ອມໂຍງເຊື່ອມຈອດ.

 ພ້ອມດຽວກັນນີ້, ທ່ານ ໄຊຊະນະ ສິດທິພອນ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມ ເປີດຕົວຜະລິດຕະພັນໃໝ່ ແລະ ກອງປະຊຸມສຸດຍອດຄູ່ຮ່ວມມື ດ້ານລະບົບນິເວດອາຊຽນຂອງ ບໍລິສັດ iflytek ຈຳກັດ ໄດ້ຈັດຂຶ້ນ. ພາຍໃນກອງປະຊຸມ ຍັງໄດ້ມີກິດຈະກຳລົງນາມບົດບັນທຶກຄວາມເຂົ້າໃຈຈາກຫລາຍພາກສ່ວນ. ໂດຍ ຫ້ອງການ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ໄດ້ລົງນາມ ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືດ້ານເຕັກໂນໂລຊີປັນຍາປະດິດ (AI) ຮ່ວມກັບບໍລິສັດ ເພື່ອແນ່ໃສ່ການຮ່ວມມືໃນຂົງເຂດເຕັກໂນໂລຊີ, ການດຳເນີນງານ ແລະ ການລົງທຶນ, ສົ່ງເສີມການພັດທະນາຮອບດ້ານຂອງ ສປປ ລາວ ໃນຂົງເຂດສັງຄົມ, ເສດຖະກິດ, ວັດທະນະທຳ, ສະຫວັດດີການ ແລະ ອຸດສາຫະກຳ.       

  ນອກນັ້ນ, ໃນວັນທີ 18 ກັນຍາ 2025 ທ່ານ ຮອງລັດຖະມົນຕີ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ໄດ້ເຂົ້າຮ່ວມກອງປະຊູມໂຕະມົນປັນຍາປະດິດຂັ້ນລັດຖະມົນຕີ ແລະ ເປີດໂຕຊຸດຈຳລອງປັນຍາປະດິດພາສາລາວຮ່ວມກັບ ບໍລິສັດ ALO ເຕັກໂນໂລຊີ ຈຳກັດ ແລະ ບໍລິສັດ ສູນຂໍ້ມູນໃຫຍ່ອາຊຽນ ຈຳກັດ.

ໃນຕອນບ່າຍຂອງວັນດຽວກັນນັ້ນ, ທ່ານ ຮອງລັດຖະມົນຕີ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ຍັງໄດ້ນຳພາ ຄະນະເຮັດວຽກຮ່ວມກັບບໍລິສັດການລົງທຶນແຂວງກວາງຊີ ກຣຸບ ຈໍາກັດ (GIG) ແລະ ຫ້ອງການກະຊວງ ຍັງໄດ້ລົງນາມບົດບັນຄວາມເຂົ້າໃຈເພື່ອສຶກສາຄວາມເປັນໄປໄດ້ໃນການຮ່ວມມື ເລື່ອງແອັບພລິເຄຊັນ ປັນ​ຍາ​ປະ​ດິດ (AI)  ຮ່ວມກັບ ບໍລິສັດດັ່ງກ່າວ ຕື່ມອີກ.

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2023
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ