ກອງປະຊຸມສຳມະນາສະຫຼຸບການຈັດຕັ້ງປະຕິບັດໂຄງການ ທີ່ໄດ້ຮັບການຄັດເລືອກຈາກ ອົງການ APT

25/09/2025

ກອງປະຊຸມສຳມະນາສະຫຼຸບການຈັດຕັ້ງປະຕິບັດໂຄງການ ທີ່ໄດ້ຮັບການຄັດເລືອກຈາກ ອົງການ APT

ໃນວັນທີ 18 ກັນຍາ 2025 ຜ່ານມາ, ອົງການດັດສົມໂທລະຄົມມະນາຄົມ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ (ກຕສ), ໄດ້ຈັດກອງປະຊຸມສໍາມະນາສະຫຼຸບການຈັດຕັ້ງປະຕິບັດໂຄງການ ທີ່ໄດ້ຮັບການຄັດເລືອກຈາກ ອົງການ APT ພາຍໃຕ້ຫົວຂໍ້: ໂຄງການຈັດຕັ້ງປະຕິບັດສ້າງສູນກວດກາຄຸນນະພາບໂທລະສັບມືຖື ໃນ ສປປ ລາວ (implementation of Quality Inspection Center for mobile broadband network in Lao PDR” ຮ່ວມກັບອົງການ KDDI foundation). ໂດຍການເປັນປະທານ ຂອງ ທ່ານ ແກ້ວວິສຸກ ໂສລະພົມ ຮອງລັດຖະມົນຕີ ກຕສ, ທ່ານ ສຸດໃຈ ລໍລອນສີ, ຫົວໜ້າອົງການດັດສົມໂທລະຄົມມະນາຄົມ ແລະ ໄດ້ຮັບກຽດເຂົ້າຮ່ວມ ຜູ້ແທນຈາກອົງການ KDDI Foundation ນໍຳໂດຍ ທ່ານ Mr. Katsutoshi HANAHARA, ປະທານ ອົງການ KDDI, ປະເທດ ຍີ່ປຸ່ນ ພ້ອມດ້ວຍຄະນະ, ມີຕາງໜ້າຈາກບັນດາກົມ, ສູນ, ສະຖາບັນ ພາຍໃນ ກຕສ, ພະນັກງານພາຍອົງການດັດສົມໂທລະຄົມມະນາຄົມ ແລະ ຜູ້ຕາງໜ້າຈາກບໍສັດໂທລະຄົມມະນາຄົມ ເຂົ້າຮ່ວມຈຳນວນທັງ ໝົດ 43 ທ່ານ.
ໂຄງການນີ້ ແມ່ນໄດ້ຮັບການອະນຸມັດຢ່າງເປັນທາງການໃນປີ 2023 (ອີງຕາມໜັງສືແຈ້ງການຂອງ ອົງການ APT ວັນທີ 28 ທັນວາ 2023), ດ້ວຍການສະໜັບສະໜູນການເງິນຈຳນວນ 198,216 ໂດລາສະຫະລັດ ຈາກລັດຖະບານ ປະເທດ ຍີ່ປຸ່ນ ຜ່ານ APT ແລະ KDDI Foundation. ເຊິ່ງມີຜົນສໍາເລັດຢ່າງເປັນຮູບປະທໍາຄື: ໄດ້ສຳເລັດການພັດທະນາແອັບ MTC Speedtest ຊຶ່ງເປັນແອັບພລິເຄຊັນທາງການ ຂອງກະຊວງ ກຕສ ທີ່ອອກແບບມາເພື່ອໃຫ້ປະຊາຊົນສາມາດວັດແທກຄຸນນະພາບການບໍລິການໂທລະສັບມືຖືໄດ້ແບບງ່າຍໆດ້ວຍຕົນເອງ. ໂດຍມີຟັງຊັນຫຼັກປະກອບດ້ວຍ: ການທົດສອບຄວາມໄວໃນການດາວໂຫຼດ ແລະ ອັບໂຫຼດ, ການວັດແທກເວລາຊັກຊ້າ (latency) ແລະ ຄຸນນະພາບຂອງສັນຍານ, ການລາຍງານປັນຫາໂດຍກົງໄປຫາ ອດທ ຊ່ວຍໃຫ້ການແກ້ໄຂປັນຫາໄວຂຶ້ນ ແລະ ເພີ່ມຄວາມໂປ່ງໃສໃນການບໍລິການໂທລະຄົມ. ແອັບພິເຄຊັນດັ່ງກ່າວ ສາມາດຮອງຮັບລະບົບປະຕິບັດການ Android ແລະ ສາມາດດາວໂຫຼດໄດ້ທີ່ https://play.google.com/store/apps/details.... ໄດ້ສຳເລັດ ສ້າງຖານຂໍ້ມູນສະຖານີຮັບ-ສົ່ງສັນຍານແຫ່ງຊາດ (National BTS Database) ທີ່ເຊື່ອມໂຍງກັບເວັບໄຊ໌ https://mtcspeedtest.gov.la ເປັນຖານຂໍ້ມູນແຫ່ງຊາດ ທີ່ເກັບກໍາຂໍ້ມູນກ່ຽວກັບສະຖານີຮັບ-ສົ່ງສັນຍານ (BTS) ທົ່ວປະເທດ, ລວມທັງສະຖານທີ່ຕັ້ງ ແລະ ພື້ນທີ່ປົກຫຸ່ມຂອງສັນຍານ, ເປັນສູນລວມຂໍ້ມູນກ່ຽວກັບຄຸນນະພາບການບໍລິການ (QoS), ສະແດງແຜນທີ່ກັບຜົນການທົດສອບຄວາມໄວ ແລະ ແຜນທີ່ການຄອບຄຸມສັນຍານແບບຜູ້ໃຊ້ສາມາດເຂົ້າເບິ່ງລາຍລະອຽດໄດ້.
ພ້ອມນີ້, ໃນກອງປະຊຸມ ໄດ້ມີການມອບ-ຮັບ ໂຄງການຢ່າງເປັນທາງການ ລະຫວ່າງ Mr. Katsutoshi HANAHARA, the president of KDDI Foundation, ປະເທດຍີ່ປຸ່ນ ແລະ ທ່ານ ສຸດໃຈ ລໍລອນສີ, ຫົວໜ້າ ອົງການດັດສົມໂທລະຄົມມະນາຄົມ ແລະ ກຕສ ໄດ້ມອບໃບຍ້ອງຍໍໃຫ້ອົງການ APT, ອົງການ KDDI ແລະ ຜູ້ທີ່ມີຜົນງານໃນໂຄງການດັ່ງກ່າວ ເພື່ອຈາລຶກຜົນງານໄວ້ໃນປຶ້ມບັນທຶກຜົນງານຂອງ ກຕສ.
ຂ່າວ: ອົງການດັດສົມໂທລະຄົມ

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2023
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ