26/09/2025
ໃນຕອນເຊົ້າ ຂອງວັນທີ 25 ກັນຍາ 2025, ທີ່ຫ້ອງປະຊຸມຊັ້ນ 01, ຕຶກ F ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ), ຄະນະບໍລິຫານງານ ສະຫະພັນກໍາມະບານ (ສກລ), ກຕສ ໄດ້ຈັດກອງປະຊຸມຄົບຄະນະບໍລິຫານງານສະຫະພັນກຳມະບານກະຊວງ ປະຈໍາໄຕມາດ III (7-8-9) ປີ 2025 ແລະ ທິດທາງແຜນການ 03 ເດືອນທ້າຍປີ 2025. ໂດຍການເປັນປະທານຂອງ ສະຫາຍ ສຸດໃຈ ພິມມະສີ, ປະທານຄະນະບໍລິຫານງານ ສະຫະພັນກຳມະບານ ກຕສ ມີຮອງປະທານ, ຄະນະບໍລິຫານງານ ແລະ ປະທານຮາກຖານກຳມະບານບັນດາກົມ/ທຽບເທົ່າ ແລະ ບໍລິສັດທີ່ຂື້ນກັບສະຫະພັນກຳມະບານກະຊວງ ເຂົ້າຮ່ວມທັງໝົດ 16 ສະຫາຍ.
ກອງປະຊຸມຄັ້ງນີ້, ໄດ້ຜ່ານຮ່າງບົດສະຫຼຸບວຽກງານກຳມະບານ ໄຕມາດ III ( 7-8-9 ) ແລະ ທິດທາງແຜນການ ປະຈຳໄຕມາດ IV ຂອງສະຫະພັນກຳມະບານກະຊວງເຕັກໂນໂລຊີ ແລະ ການສື່ສານ, ຜ່ານມະຕິຕົກລົງວ່າດ້ວຍ ການອະນຸມັດແຕ່ງຕັ້ງຄະນະຮັບຜິດຊອບ, ລົງເຄື່ອນໄຫວ ແລະ ຊຸກຍູ້ວຽກງານກຳມະບານ 5 ເປັນເຈົ້າປະຈໍາປີ 2025 ຂອງ ກຕສ ແລະ ຜ່ານຕາຕະລາງແບ່ງຄວາມຮັບຜິດຊອບລົງເຄື່ອນໄຫວ ແລະ ຊຸກຍູ້ວຽກງານກຳມະບານ 5 ເປັນເຈົ້າ ປະຈໍາປີ 2025 ຂອງ ກຕສ. ພ້ອມນີ້, ຜູ້ເຂົ້າຮ່ວມຍັງໄດ້ແລກປ່ຽນຄໍາຄິດໃສ່ຮ່າງບົດສະຫລຸບດັ່ງກ່າວ ເພື່ອໃຫ້ມີເນື້ອໃນຄົບຖ້ວນສົມບູນ.
ໂອກາດນີ້, ສະຫາຍ ສຸດໃຈ ພິມມະສີ ໄດ້ລາຍງານຜົນຂອງກອງປະຊຸມທ້າຍສະໄໝຂອງສູນກາງກຳມະບານລາວສະໄໝທີ 8, ແນະນຳກ່ຽວກັບກັບການສ້າງ ແລະ ປະຕິບັດ ຂໍ້ແຂ່ງຂັນ 5 ເປັນເຈົ້າ.
ພ້ອມນີ້, ໄດ້ມີພິທີມອບໃບຍ້ອງຍໍປະເພດ I ແລະ ປະເພດ II ໃຫ້ແກ່ສະມາຊິກກຳມະບານຜູ້ທີ່ມີຜົນງານດີເດັ່ນໃນການປະກອບສ່ວນເຂົ້າຮ່ວມການແຂ່ງຂັນກິລາເປຕັງ ຊີງຂັນປະທານຄະນະບໍລິຫານງານສູນກາງສະຫະພັນກໍາມະບານລາວ ເພື່ອຕ້ອນຮັບກອງປະຊຸມໃຫຍ່ຜູ້ແທນສະຫະພັນກໍາມະບານລາວ ທົ່ວປະເທດຄັ້ງທີ IX ຈຳນວນ 11 ສະຫາຍ
ຕອນທ້າຍ, ໄດ້ຮັບຟັງຄໍາເຫັນ, ໂອ້ລົມຂອງ ສະຫາຍ ສຸດໃຈ ພິມມະສີ, ປະທານຄະນະບໍລິຫານງານ ສະຫະພັນກຳມະບານ ກຕສ ເພື່ອເປັນທິດເຍືອງທາງ ໃນການຮັກສາມູນເຊື້ອ ສ້າງຜົນງານໃນການຈັດຕັ້ງປະຕິບັດວຽກງານກຳມະບານໃນຕໍ່ໜ້າ ໃຫ້ມີຜົນສໍາເລັດສູງສຸດ.
ຂ່າວ: ກອງເລຂາ ຄະນະບໍລິຫານງານ ສກລ, ກຕສ

