26/09/2025
ໃນວັນທີ 18 ກັນຍາ 2025 ຜ່ານມາ, ທ່ານ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ, ກຳມະການສູນກາງພັກ ປະຊາຊົນປະຕິວັດລາວ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ເເລະ ການສື່ສານ (ກຕສ), ສປປ ລາວ ແລະ ທ່ານ ເສີນກ່າງ ເລຂາຄະນະພັກເຂດປົກຄອງຕົນເອງຊົນເຜົ່າຈ້ວງກວາງຊີ, ປະທານສະພາປະຊາຊົນແຂວງກວາງຊີ ເເລະ ທ່ານ ຫວ່າງຊ່າງຫລິງ, ຮອງປະທານຄະນະພັດທະນາ ເເລະ ປະຕິຮູບ ສປ ຈີນ ໄດ້ຮ່ວມກັນເປັນປະທານເປີດສູນຮ່ວມມືນໍາໃຊ້ປັນຍາປະດິດ ລາວ-ຈີນ (China-Laos Artificial Intelligence Application Cooperation Center) ທີ່ ນະຄອນນານໜີງ, ເເຂວງກວາງຊີ, ສປ ຈີນ. ເຫດການສຳຄັນຄັ້ງນີ້, ແມ່ນການຜັນຂະຫຍາຍ ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມື ທາງດ້ານເສດຖະກິດດິຈິຕອນ ລະຫວ່າງ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ຄະນະກຳມະການພັດທະນາ ແລະ ປະຕິຮູບ ແຫ່ງຊາດ ສປ ຈີນ ເຊິ່ງໄດ້ລົງນາມໃນວັນທີ 20 ຕຸລາ 2023 ເເລະ ເປັນກຳລັງເເຮງຜັກດັນສືບຕໍ່ການຮ່ວມມືດ້ານປັນຍາປະດິດ ເເລະ ດິຈິຕອນ ລະຫວ່າງ ສປ ຈີນ ເເລະ ສປປ ລາວ, ທັງເປັນບາດກ້າວໃໝ່ຄັ້ງທຳອິດ ຂອງ ສປປ ລາວ ໃນການຮ່ວມມືພັດທະນາປັນຍາປະດິດຂອງ ສປປ ລາວ.

ວຽກງານຮ່ວມມືດ້ານປັນຍາປະດິດ ລະຫວ່າງ ສປປ ລາວ ແລະ ສປ ຈີນ ມີຄວາມສໍາຄັນຫລາຍໃນການຜັນຂະຫຍາຍນະໂຍບາຍ “ໜຶ່ງແລວທາງໜຶ່ງເສັ້ນທາງ” ກໍຄືໃນການຮ່ວມມືກັນຫັນເປັນດິຈິຕອນ ລະຫວ່າງ ສອງປະເທດ ລາວ-ຈີນ, ສ້າງພື້ນຖານໂຄງລ່າງປັນຍາປະດິດທີ່ເຂັ້ມເເຂງ, ສ້າງບຸກຄະລາກອນ ແລະ ສ້າງຖານລະບົບປັນຍາປະດິດພາສາລາວ ໃຫ້ເເກ່ ສປປ ລາວ ເຊິ່ງຈະຊ່ວຍສົ່ງເສີມການນໍາໃຊ້ເຕັກໂນໂລຊີໃໝ່ ເຂົ້າໃນຂະແໜງການຕ່າງໆໃນການພັດທະນາ ເສດຖະກິດ-ສັງຄົມ ຂອງ ສປປ ລາວ. ພ້ອມກັນນັ້ນ, ຍັງເປັນໂອກາດຂະຫຍາຍການຮ່ວມມືປັນຍາປະດິດກັບບັນດາປະເທດອາຊຽນ.

ໃນວັນດຽວກັນນັ້ນຍັງມີພິທີເປີດເເອັບພາສາລາວ The National Large Model ລະຫວ່າງ ກຸ່ມບໍລິສັດ ອາໂຫລ ເຕັກໂນໂລຊີ ALO Technology ເເລະ ບໍລິສັດ ຈີນ-ອາຊຽນ China Asean Information habour ໂດຍການເປັນປະສັກຂີພະຍານ ຂອງ ທ່ານ ໄຊຊະນະ ສິດທິພອນ, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ເເລະ ການສື່ສານ ແລະ ຮັບຮອງເອົາການຮ່ວມມືສ້າງມາດຕະຖານຮ່ວມດ້ານປັນຍາປະດິດ AI standard between China and Cambodia, and between China Laos Official Luanch.



