26/09/2025
ໃນຕອນເຊົ້າຂອງວັນທີ 24 ກັນຍາ 2025, ທີ່ຫ້ອງປະຊຸມໃຫ່ຍຊັ້ນ 4 ຂອງ ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ຈັດກອງປະຊຸມສະຫຼຸບຜົນການຈັດຕັ້ງປະຕິບັດວຽກງານການຫັນເປັນດິຈິຕອນພາຍໃຕ້ບົດບັນທຶກຄວາມເຂົ້າໃຈ(MOU) ລະຫວ່າງ ຄະນະຫັນເປັນດິຈິຕອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ແລະ ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ, ຄະນະໂຄສະນາອົບຮົມສູນກາງພັກ. ໃຫ້ກຽດເປັນປະທານຮ່ວມ ໂດຍ ທ່ານ ປອ. ທະວີສັກ ມະໂນທັມ, ຫົວໜ້າສູນບໍລິຫານລັດດິຈິຕອນ, ກຕສ ແລະ ທ່ານ ວັນຕຸລາ ຣັກນຸດ ຫົວໜ້າກົມ ຂໍ້ມູນຂ່າວສານ ແລະ ຝຶກອົບຮົມ, ຄະນະໂຄສະນາອົບຮົມສູນກາງພັກ ມີຜູ້ຕາງໜ້າຂອງບັນດາຫ້ອງການ, ກົມ, ສະຖາບັນ, ຕາງໜ້າບັນດາອະນຸກຳມະການຫັນເປັນດິຈິຕອນ ຂອງທັງສອງພາກສ່ວນເຂົ້າຮ່ວມທັງໝົດ ຈຳນວນ 14 ທ່ານ, ຍິງ 04 ທ່ານ.
ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອສະຫລຸບຜົນສຳເລັດຂອງການຈັດຕັ້ງປະຕິບັດວຽກງານການຫັນເປັນດິຈິຕອນພາຍໃຕ້ຂອບການຮ່ວມມືໃນ MOU, ແລກປ່ຽນບົດຮຽນຜົນສໍາເລັດ, ຂໍ້ສະດວກຂໍ້ຫຍຸງຍາກ ແລະ ສິ່ງທ້າທາຍ ແລະ ແຜນການຮ່ວມມືໃນຕໍ່ໜ້າ.
ໃນກອງປະຊຸມ, ຕາງໜ້າ ຄະນະຫັນເປັນດິຈິຕອນ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ລາຍງານຜົນສຳເລັດໃນການສະໜອງອຸປະກອບຄອມພິວເຕີ 5 ຊຸດ, ສະໜອງລະບົບບໍລິຫານລັດ ເຊັ່ນ: e-Office, Email, G-Web, G-Chat, G-Share, ລະບົບກອງປະຊຸມທາງໄກ ແລະ ອື່ນໆ. ພ້ອມນັ້ນ, ໄດ້ລາຍງານສະພາບການພັດທະນາການອອກແບບລະບົບພື້ນຖານໂຄງລ່າງ ແລະ ການຄຸ້ມຄອງລະບົບເຄືອຂ່າຍພາຍໃນ ຄອສພ, ວຽກງານການພັດທະນາລະບົບຫ້ອງສະໝຸດຂອງ ຄອສພ ຫັນເປັນທັນສະໄໝ, ສຳເລັດການຝຶກອົບຮົມບັນດາລະບົບບໍລິຫານພາກລັດ, ສຳເລັດການຈັດກອງປະຊຸມສຳມະນາຄວາມຮູ້ພື້ນຖານການຫັນເປັນດິຈິຕອນ ແລະ ກິດຈະກຳອື່ນໆທີ່ປິ່ນອອ້ມພາຍໃຕ້ຂອບການຮ່ວມມືຂອງສອງພາກສ່ວນ. ພ້ອມນີ້, ທັງສອງຝ່າຍໄດ້ມີການປະກອບຄໍາຄິດເຫັນຢ່າງກົງໄປກົງມາ ພ້ອມກັນຕີລາຄາຄຶນບັນດາຜົນສຳເລັດຂອງໜ້າວຽກທີ່ໄດ້ດຳເນິນການຮ່ວມກັນ. ໃນນີ້ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ, ຄອສພ ໃນນາມເປັນຄູ່ຮ່ວມມືໃນການຈັດຕັ້ງປະຕິບັດຂອບການຮ່ວມມື MOU ກໍ່ໄດ້ ສະເໜີໃຫ້ກຕສ ຊ່ວຍລົງເລິກບາງກິດຈະກຳເພື່ມຕື່ມດັ່ງນີ້: ຈັດຝຶກອົບຮົມບັນດາລະບົບບໍລິຫານລັດ, ຊ່ວຍປັບປຸງໂຄງສ້າງການຈໍລະຈອນເອກະສານເພື່ອຮັບປະກັນບັນດາສະຖິຕິຂໍ້ມູນຂອງວຽກງານໂຄສະນາອົບຮົມໃຫ້ສາມາດເຊື່ອມໂຍງກັນໄດ້ລະຫວ່າງສູນກາງ ລົງຮອດທ້ອງຖິ່ນ ຕາມເເຜນຄວາມຕ້ອງການຂອງ ຄອສພ, ຊ່ວຍລົງຊຸກຍູ້ໃຫ້ຄໍາປືກສາດ້ານວິຊາການຕື່ມໃນການປັບປຸງຄຸ້ມຄອງລະບົບເຄືອຂ່າຍພາຍໃນ ຄອສພ, ປັບປຸງຫ້ອງສະໝຸດແບບດິຈິຕອນ ຂອງ ຄອສພ ແລະ ອື່ນໆ.

ພ້ອມນັ່ນ, ທັງສອງຝ່າຍ ຍັງໄດ້ປືກສາຫາລືເນັ້ນໃສ່ຂອບການຮ່ວມມືຕໍ່ໜ້າ ຄື: ຫັນວຽກງານຫ້ອງການຂອງ ຄອສພ ເປັນດິຈິຕອນ ໂດຍນຳໃຊ້ບັນດາລະບົບບໍລິຫານລັດຂອງກະຊວງ ຕສ ເຊັ່ນ ລະບົບ e-Office, Email, G-Chat, G-Share/G-Drive ແລະ ລະບົບອື່ນໆ. ອອກແບບ ແລະ ສ້າງລະບົບເຄືອຂ່າຍພາຍໃນຂອງ ຄອສພ, ຫັນວຽກຫ້ອງສະໝຸດ ຄອສພ ເປັນດີຈິຕອນ, ຈັດກອງປະຊຸມ, ຈັດຝຶກອົບຮົມ, ເຜິຍເເຜ່ເອກະສານ ແລະ ນຳໃຊ້ລະບົບ AI ເຂົ້າມາມີສ່ວນຮ່ວມໃນການປະຕິບັດວຽກງານ. ທັງໝົດນັ້ນທັງສອງພາກສ່ວນຈະໄດ້ມີການແຕ່ງຕັ້ງຄະນະສະເພາະກິດເລັ່ງດ່ວນໃນການດຳເນິນການຮ່ວມກັນຕື່ມອິກ.

