30/09/2025
ໃນຕອນເຊົ້າຂອງວັນທີ 26 ກັນຍາ 2025 ຜ່ານມາ, ກົມໄປສະນີ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຮ່ວມກັບ ບໍລິສັດ ເທັດສະຫຍາມອິນເຕີເນັດເຊີນໍ້ ຈຳກັດ, ປະເທດໄທ ໄດ້ມີພິທີລົງນາມບົດບັນທຶກຄວາມເຂົ້າໃຈ “ໃນການສຶກສາຄວາມເປັນໄປໄດ້ໃນການຮ່ວມມື ແລະ ພັດທະນາລະບົບການບໍລິການໄປສະນີແບບດິຈິຕອນ” ທີ່ໂຮງແຮມມິລະໂຄແກຣນ, ປະເທດໄທ. ການເຊັນບົດບັນທຶກໃນຄັ້ງນີ້ ໃຫ້ກຽດລົງນາມ ໂດຍ ທ່ານ ຈັນທະວີພອນ ເຄືອບຄຳວອນ ຫົວໜ້າກົມໄປສະນີ, ກຕສ ແຫ່ງ ສປປ ລາວ ຮ່ວມກັບ ທ່ານ ໂຄວິດ ທັນຍາຣັດຕະກຣຸນ ຜູ້ອຳນວຍການ ບໍລິສັດ ເທັດສະຫຍາມອິນເຕີເນັດເຊີນໍ້ ຈຳກັດ, ປະເທດໄທ. ໃຫ້ກຽດເຂົ້າຮ່ວມເປັນສັກຄີພະຍານ ຝ່າຍ ສປປ ລາວ ໂດຍທ່ານ ໄຊລືຊາ ອິນສີຊຽງໃໝ່ ຮອງລັດຖະມົນຕີ ກຕສ, ທ່ານ ພວງພະເສີດ ແກ້ວສຸວັນ ຫົວໜ້າຫ້ອງການ, ກຕສ ແລະ ທ່ານ ສະໝານ ມີບຸນ ຮອງອຳນວຍການ ບໍລິສັດໄປສະນີລາວ ຈຳກັດ, ຝ່າຍປະເທດໄທ ໂດຍ ທ່ານ ພົນຕຳຫຼວດເອກ ວິໄນ ທອງສອງ, ທ່ານ ຊັດສະຫວານ ສີວະຊີລະວັດ ກຳມະການຜູ້ບໍລິຫານ, ທ່ານ ອານຸພົງ ໂລນຸດຄາຣິນ ກຳມະການຜູ້ບໍລິຫານ ຂອງບໍລິສັດ ເທັດສະຫຍາມອິນເຕີເນັດເຊີນໍ້ ຈຳກັດ ແລະ ບັນດາແຂກຜູ້ມີກຽດຈາກທາງສອງປະເທດ.

ຈຸດປະສົງຂອງພິທີລົງນາມໃນຄັ້ງນີ້, ແມ່ນເພື່ອພັດທະນາ ແລະ ສົ່ງເສີມວຽກງານຫັນເປັນດິຈິຕອນ ຂອງຂະແໜງ ການ ບໍລິການໂລຈິສຕິກ ແລະ ໄປສະນີ ຂອງ ສປປ ລາວ ໃຫ້ມີຄວາມທັນສະໄໝ, ວ່ອງໄວ ແລະ ມີປະສິດຕິພາບຫຼາຍຂື້ນ. ເນື່ອງຈາກພວກເຮົາອາໄສຢູ່ໃນຍຸກທີ່ເສດຖະກິດນັບມື້ນັບໄດ້ຮັບການຊຸກຍູ້ ຈາກການຄ້າເອເລັກໂຕຣນິກ, ການຄ້າລະຫວ່າງປະເທດ, ການໄຫຼເຂົົ້າຂອງສິນຄ້າ ແລະ ຂໍ້ມູນຂ່າວສານ ຢ່າງບໍ່ຢຸດຢັ້ງ. ສຳລັບ ສປປ ລາວ ກໍຄືກະຊວງເຕັກໂນໂລຊີ ແລະ ການສື່ສານ ທີ່ຕ້ອງການຜັນຂະຫຍາຍຍຸດທະສາດ ການຫັນເສດຖະກິດ ຕາມວິໄສທັດການພັດທະນາເສດຖະກິດດິຈິຕອນ ແຕ່ປີ 2021-2040 ແລະ ຍຸກທະສາດການພັດທະນາເສດຖະກິດດິຈິຕອນ ໄລຍະ 10 ປີ ແຕ່ປີ 2021-2030 ບວກກັບຈຸດທີ່ຕັ້ງ ພູມມີສາດຂອງປະເທດລາວ ທີ່ເປັນຈຸດໃຈກາງຂອງອະນຸພາກພື້ນແມ່ນ້ຳຂອງ ທີ່ສຳຄັນໃນການເຊື່ອມໂຍງ, ເຊື່ອມຈອດທາງດ້ານໂລຈິສຕິກ ແລະ ຂໍ້ມູນຂ່າວສານ ທີ່ເປັນທ່າແຮງ ສໍາຄັນໃນການພັດທະນາເສດຖະກິດສັງຄົມ ໃນຍຸກແຫ່ງດິຈິຕອນ.

ການເຊັນບົດບັນທຶກຄວາມເຂົ້າໃຈໃນຄັ້ງນີ້ ແມ່ນບາດກ້າວທີ່ສຳຄັນໃນການວາງພື້ນຖານ ສຳລັບການ ສຶກສາຄວາມເປັນໄປໄດ້ ເພື່ອຄົ້ນຫາທ່າແຮງທີ່ບົ່ມຊ້ອນຂອງລະບົບບໍລິການຂົນສົ່ງໄປສະນີແບບດິຈິຕອນ ທີ່ທັນສະໄໝ. ດ້ວຍເຫດນັ້ນ, ການຮ່ວມມືນີ້ຈຶ່ງໄດ້ຖືກອອກແບບເພື່ອບັນລຸເປົ້າໝາຍທີ່ສຳຄັນຄື: (1)ຮ່ວມກັນສຶກສາຄວາມເປັນໄປໄດ້ ໃນການພັດທະນາລະບົບການບໍລິການໄປສະນີແບບດິຈິຕອນ ທີ່ສົມບູນ ແລະ ເສີມຂະຫຍາຍຄຸນນະພາບການບໍລິການໃຫ້ດີຂຶ້ນ. ລະບົບນີ້ຈະຖືກອອກແບບ ເພື່ອເຊື່ອມຕໍ່ ລະຫວ່າງ ສປປ ລາວ ກັບບັນດາຄູ່ຮ່ວມມືທີ່ສຳຄັນໃນພາກພື້ນຄື: ໄທ, ຫວຽດນາມ, ກຳປູເຈຍ ແລະ ສາທາລະນະລັດ ປະຊາຊົນຈີນ, (2)ຈະດໍາເນີນການສໍາຫຼວດຢ່າງລະອຽດກ່ຽວກັບໂຄງລ່າງພື້ນຖານ ຂອງ ສປປ ລາວ, ການລົງເກັບກຳຂໍ້ມູນ ລະບຽບຫຼັກການທີ່ກ່ຽວຂ້ອງ ແລະ ສຶກສາສິ່ງທ້າທາຍຕ່າງໆໃນປະຈຸບັນ. ໂດຍສະເພາະຄວາມເຂົ້າໃຈກ່ຽວ ກັບທີ່ຕັ້ງພູມສັນຖານທີ່ມີຄວາມຈໍາເປັນສໍາລັບການສ້າງອະນາຄົດທີ່ເຂັ້ມແຂງ ແລະ ຍືນຍົງ, (3)ຄົ້ນຄວ້າ ແລະ ສ້າງແຜນຜັງສຳລັບລະບົບການບໍລິການທີ່ທັນສະໄໝ ທີ່ລວມມີແພັດຟອມການຄ້າ e-commerce ແລະ e-trading ແບບປະສົມປະສານ, ລະບົບການຄຸ້ມຄອງການຂົນສົ່ງແບບພິເສດ, ການຕິດຕາມຍານພາຫະນະຕົວຈິງ, ສິ່ງເຫຼົ່ານີ້ແມ່ນການບໍລິການທີ່ຈະສ້າງຄວາມເຂັ້ມແຂງໃຫ້ທຸລະກິດ SMEs, ສະຫນັບສະຫນູນຊາວກະສິກອນໃຫ້ເຂົ້າເຖິງຕະຫຼາດ ພ້ອມກັບສະຫນອງຄວາມສະດວກສະບາຍ ໃຫ້ກັບຜູ້ບໍລິໂພກ. ການຮ່ວມມືໃນຄັ້ງນີ້ຖືວ່າເປັນບາດກ້າວທີ່ສຳຄັນ ຂອງການພັດທະນາຂະແໜງການໂລຈິສຕິກໄປສະນີເປັນດິຈິຕອນ, ສ້າງທ່າແຮງທີ່ສຳຄັນໃນການຕິດຕາມ, ຄຸ້ມຄອງດ້ານໄປສະນີໃຫ້ລວມສູນ ແລະ ການນຳໃຊ້ເຄື່ອງມືທີ່ທັນສະໄໝເຂົ້າມາຊ່ວຍໃນການບໍລິຫານຈັດການຂອງລັດ ໃຫ້ມີປະສິດທະພາບສູງ.
ພາບ ແລະ ຂ່າວ: ກົມໄປສະນີ.

