Anchorກອງປະຊຸມເຜີຍແຜ່ ຄວາມສໍາຄັນຂອງວຽກງານການຫັນເປັນດິຈິຕອນ ແລະ ການນຳໃຊ້ສື່ສັງຄົມອອນລາຍໃຫ້ມີຄວາມປອດໄພ

01/10/2025

Anchorກອງປະຊຸມເຜີຍແຜ່ ຄວາມສໍາຄັນຂອງວຽກງານການຫັນເປັນດິຈິຕອນ ແລະ ການນຳໃຊ້ສື່ສັງຄົມອອນລາຍໃຫ້ມີຄວາມປອດໄພ

ໃນຕອນເຊົ້າ, ຂອງວັນທີ 30 ກັນຍາ 2025, ທີ່ຫ້ອງປະຊຸມ ພະແນກກະສິກໍາ ແລະ ສິ່ງແວດລ້ອມ, ແຂວງຫຼວງນໍ້າທາ, ສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ເປີດກອງປະຊຸມ ເຜີຍແຜ່ໃນຫົວຂໍ້ “ ຄວາມສໍາຄັນຂອງວຽກງານການຫັນເປັນ ດິຈິຕອນ ແລະ ການນຳໃຊ້ສື່ສັງຄົມອອນລາຍໃຫ້ມີຄວາມປອດໄພ” ໃຫ້ແກ່ ພະແນກເຕັກໂນໂລຊີ ແລະ ການສື່ສານ (ພຕສ), ຫ້ອງວ່າການແຂວງ,  ບັນດາພະແນກການ, ອົງການທຽບເທົ່າ, ເມືອງ, ສະຖາບັນ,  ເທດສະບານແຂວງ, ທະນາຄານ ແລະ ບໍລິສິສັດ ວິສາຫະກິດ ອ້ອມຂ້າງແຂວງຫຼວງນໍ້າທາ. ໃຫ້ກຽດເປັນປະທານຮ່ວມ ຂອງ ທ່ານ ນາງ ເກສອນ ສຸລິວົງ, ຫົວໜ້າສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ, ກຕສ ແລະ ທ່ານ ນາງ ບົວວັນ ພົມມະລິດ, ຫົວໜ້າພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງ ຫຼວງນ້ຳທາ ມີຜູ້ຕາງໜ້າຈາກ ພຕສ ແຂວງ, ຫ້ອງວ່າການແຂວງບັນດາພະແນກການ, ອົງການທຽບເທົ່າ, ເມືອງ, ສະຖາບັນເທດສະບານແຂວງ, ທະນາຄານ ແລະ ບໍລິສິສັດ ອ້ອມຂ້າງແຂວງ ຫຼວງນໍ້າທາ ແລະ ວິທະຍາກອນ ຈາກກົມເຕັກໂນໂລຊີດິຈິຕອນ ແລະ ກົມຄວາມປອດໄພທາງໄຊເບີ, ກຕສ ເຂົ້າຮ່ວມ ຈຳນວນ 60 ກວ່າທ່ານ.

ຈຸດປະສົງຂອງກອງປະຊຸມເຜີຍແຜ່ຄັ້ງນີ້, ກໍເພື່ອສ້າງຄວາມເຂົ້າໃຈໃຫ້ເລິກເຊີ່ງ, ຍົກລະດັບຄວາມຮັບຮູ້, ແລກປ່ຽນປະສົບການ ກ່ຽວກັບການຊຸກຍູ້, ສົ່ງເສີມເພີ່ມຂີດຄວາມສາມາດ ແລະ ຄວາມເຂົ້າໃຈກ່ຽວກັບວຽກງານການຫັນເປັນດິຈິຕອນ ແລະ ການນຳໃຊ້ສື່ສັງຄົມອອນລາຍໃຫ້ມີຄວາມປອດໄພ ພາຍໃນແຂວງ ແລະ ເມືອງ ອ້ອມຂ້າງ ແຂວງຫຼວງນ້ຳທາ. ເນື່ອງຈາກວຽກງານ ການຫັນເປັນດິຈິຕອນ ແລະ ວຽກງານຄວາມປອດໄພໄຊເບີ ເປັນວຽກບູລິມະສິດ ໃນການຂັບເຄື່ອນການຫັນເປັນດິຈິຕອນໃນທຸກຂະແໜງການ  ຊ່ວຍສົ່ງເສີມໃນການວິເຄາະຂໍ້ມູນໄດ້ຢ່າງເລິກເຊີ່ງ, ການຮັກສາຄວາມປອດໄພທາງດ້ານດິຈິຕອນ ແລະ ຄວາມເປັນສ່ວນຕົວທາງດ້ານຂໍ້ມູນ.

ກອງປະຊຸມເຜີຍແຜ ດັ່ງກ່າວ, ຈະໄດ້ດຳເນີນໄປເປັນເວລາ 02 ວັນ (ລະຫວ່າງວັນທີ 30 ກັນຍາ - 01 ຕຸລາ 2025. ຊຶ່ງຜູ້ເຂົ້າຮ່ວມຈະໄດ້ຮັບຟັງ ການນໍາສະເໜີ ແລະ ລົງເລິກ ຫຼາຍຫົວຂໍ້ທີ່ສໍາຄັນ ເປັນຕົ້ນ: ສະພາບລວມກ່ຽວກັບການນໍາໃຊ້ສື່ສັງຄົມອອນລາຍ ຢູ່ພາກພື້ນ ແລະ ສາກົນ, ສ້າງຄວາມຮັບຮູ້ ແລະ ເຂົ້າໃຈກ່ຽວກັບວຽກງານຄວາມປອດໄພທາງໄຊເບີ ໃນຍຸກການຫັນເປັນດິຈິຕອນ, ຄວາມສຳຄັນຂອງ 3 ເສົາຄໍ້າ ການຫັນເປັນລັດຖະບານດິຈິຕອນ, ສັງຄົມດິຈິຕອນ ແລະ ເສດຖະກິດດິຈິຕອນ, ປະໂຫຍດ ແລະ ສິງທ້າທາຍ ຂອງການນຳໃຊ້ສື່ສັງຄົມອອນລາຍ ພາຍໃນແຂວງຫລວງນໍ້າທາ. ພ້ອມນີ້, ຍັງໄດ້ມີການສົນທະນາ, ກິດຈະກຳແລກປ່ຽນບົດຮຽນ ແລະ ຄວາມຮູ້ ໃນພາກປະຕິບັດຕົວຈິງ, ເຊິ່ງບັນດາຫົວຂໍ້ດັ່ງກ່າວລ້ວນແລ້ວມີຄວາມສຳຄັນ ໃນການຊຸກຍູ້ ແລະ ສົ່ງເສີມການຫັນເປັນດິຈິຕອນ ໃຫ້ໄດ້ຮັບຜົນສຳເລັດ ສາມາດນຳໄປເປັນເຄື່ອງມືໃນການຈັດຕັ້ງປະຕິບັດວຽກງານຂອງຕົນໃຫ້ເປັນລະບົບຕໍ່ເນື່ອງ ແລະ ມີຜົນສຳເລັດຢ່າງມີປະສິດທິພາບ ປະສິດທິຜົນສູງສຸດ.

ພາບ ແລະ ຂ່າວ: ພະແນກສົ່ງເສີມການຫັນເປັນດິຈິຕອນ, ສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ

 

 

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2023
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ