ສືບຕໍ່ຮວມລາວ-ຫວຽດນາມ ມືພັດທະນາຊັບພະຍາກອນມະນຸດ ແລະ ສ້າງສູນຂໍ້ມູນຂ່າວສານ ແລະ ການສື່ສານ ກ່ຽວກັບໄພພິບັດ

20/10/2025

ສືບຕໍ່ຮວມລາວ-ຫວຽດນາມ ມືພັດທະນາຊັບພະຍາກອນມະນຸດ ແລະ ສ້າງສູນຂໍ້ມູນຂ່າວສານ ແລະ ການສື່ສານ ກ່ຽວກັບໄພພິບັດ

ໂດຍຕອບສະໜອງຕາມການເຊື້ອເຊີນ ຂອງ ທ່ານ ບັນດິດ ສຈ. ເຈົາ ວັນ ມິງ, ປະທານສະພາບັນດິດ ວິທະຍາສາດ ແລະ ເຕັກໂນໂລຊີ ສສ ຫວຽດນາມ, ໃນວັນທີ 01 ຕຸລາ 2025 ທີ່ຜ່ານມາ, ຄະນະຜູ້ແທນ ກະຊວງເຕັກໂນໂລຊີ ແລະ ການສື່ສານ ສປປ ລາວ ນໍາໂດຍ ທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເດີນທາງໄປເຄື່ອນໄຫວວຽກວຽກງານ ທີ່ ນະຄອນໂຮຈິມິນ, ສສ ຫວຽດນາມ, ຊຶ່ງໃນໂອກາດດັ່ງກ່າວ ກໍໄດ້ເຂົ້າຮ່ວມກອງປະຊຸມພົບປະສອງຝ່າຍ ຄັ້ງທີ 4. ກອງປະຊຸມຄັ້ງນີ້ ໄດ້ທົບທວນຄືນໝາກຜົນຂອງການຮ່ວມມືໄລຍະຜ່ານມາ, ພ້ອມທັງໄດ້ຕີລາຄາໃນການຮ່ວມມືສອງຝ່າຍມີຜົນສຳເລັດຫຼາຍດ້ານ ເປັນຕົ້ນແມ່ນ ການຮ່ວມມືໃນວຽກງານຫ້ອງທົດລອງ ດ້ານຂໍ້ມູນຂ່າວສານ ແລະ ການສື່ສານ ກ່ຽວກັບໄພພິບັດ (ແຜ່ນດິນໄຫວ ແລະ ອື່ນໆ), ໄດ້ມີການຈັດຝຶກອົບຮົມໄລຍະສັ້ນ ແລະ ການກໍ່ສ້າງບຸກຄະລາກອນໄລຍະຍາວ ເພື່ອສ້າງຄວາມເຂັ້ມແຂງດ້ານຊັບພະຍາກອນມະນຸດ, ສ້າງຄວາມເຂັ້ມແຂງດ້ານການຕີລາຄາ, ກວດສອບ, ປະເມີນການນຳໃຊ້ ເເລະ ການຖ່າຍທອດເຕັກໂນໂລຊີລະດັບສູງ ໃຫ້ແກ່ພະນັກງານຂອງ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ພ້ອມກັນນັ້ນ ຍັງໄດ້ມີການຮ່ວມມືສອງຝ່າຍໃນຂົງເຂດວິທະຍາສາດ, ເຕັກໂນໂລຊີດິຈິຕອນ ແລະ ນະວັດຕະກໍາອື່ນໆ.

ນອກຈາກທົບທວນຜົນສໍາເລັດທີ່ໄດ້ຍາດແຍ່ງມາໄດ້ຈາກການຮ່ວມມືໄລຍະຜ່ານມາ, ທັງສອງຝ່າຍ ຍັງໄດ້ປຶກສາຫາລືແລກປ່ຽນທິດທາງແຜນການຮ່ວມມືໃນຕໍ່ໜ້າ ເປັນຕົ້ນແມ່ນ ດ້ານການຄົ້ນຄວ້າວິທະຍາສາດເຕັກໂນໂລຊີ: ຈະສືບຕໍ່ການຮ່ວມມືໃນການແລກປ່ຽນຊ່ຽວຊານ, ນັກຄົ້ນຄວ້າດ້ານວິທະຍາສາດ, ແລກປ່ຽນເຕັກໂນໂລຊີ ແລະ ນະວັດຕະກໍາອັນໃໝ່ເຊິ່ງກັນ ແລະ ກັນ; ດ້ານການພັດທະນາຊັບພະຍາກອນມະນຸດ: ໃນນີ້, ສະເພາະໄລຍະສັ້ນ ສອງຝ່າຍຈະເພີ່ມການຮ່ວມມືໃນການຈັດຝຶກອົບຮົບ ສ້າງຄວາມພ້ອມທາງດ້ານການຄຸ້ມຄອງ ແລະ ໝູນໃຊ້ລະບົບອຸປະກອນຫ້ອງທົດລອງ, ດ້ານຂໍ້ມູນຂ່າວສານ ແລະ ການສື່ສານ ຕ້ານໄພພິບັດ (ແຜ່ນດິນໄຫວ ແລະ ອື່ນໆ ທີ່ກ່ຽວຂ້ອງ) ໃຫ້ມີປະສິດຕິພາບ; ສືບຕໍ່ຝຶກອົບຮົມໄລຍະສັ້ນໃນຫົວຂໍ້ຕ່າງໆ ເພື່ອຍົກສູງຄວາມສາມາດໃນການຕີລາຄາ, ການກວດສອບ, ການປະເມີນ ເເລະ ການຖ່າຍທອດເຕັກໂນໂລຊີ, ເນັ້ນໃສ່ການນຳໃຊ້ເຕັກໂນໂລຊີ ແລະ ການພັດທະນາເຕັກໂນໂລຊີລະດັບສູງ; ສ່ວນໃນໄລຍະຍາວ ທາງສະພາບັນດິດວິທະຍາສາດ ແລະ ເຕັກໂນໂລຊີ ສສ ຫວຽດນາມ ຕາງໜ້າໂດຍ ມະຫາວິທະຍາໄລ ວິທະຍາສາດ ແລະ ເຕັກໂນໂລຊີ ຮ່າໂນ້ຍ (USTH) ຈະສືບຕໍ່ຮ່ວມມືກັບ ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ສປປ ລາວ ເພື່ອຊ່ວຍສ້າງບຸກຄະລາກອນໃນລະດັບປະລິນຍາຕີ ຮູບແບບ 2+2 ຈຳນວນ 3 ສາຂາ ວິຊາ ຄື: ວິທະຍາສາດເຕັກໂນໂລຊີຂໍ້ມູນຂ່າວສານ, ຄວາມປອດໄພໄຊເບີ ແລະ ໄອຊີທີ; ຝ່າຍຫວຽດນາມ ຈະສະໜັບສະໜູນທຶນການສຶກສາຈໍານວນ 30 ທຶນ ໃຫ້ເເກ່ນັກສຶກສາ ຂອງສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ສປປ ລາວ ເພື່ອເຂົ້າສຶກສາໃນຫຼັກສູດແລກປ່ຽນ, ນອກນັ້ນ ຍັງຈະສະໜັບສະໜູນ 20 ທຶນການສຶກສາສໍາລັບຄູອາຈານ ເພື່ອເພີ່ມຄວາມສາມາດໃນການສອນໃຫ້ຄູອາຈານລາວ ທີ່ຈະສິດສອນໃນຫຼັກສູດແລກປ່ຽນ, ສະໜັບສະໜູນໃນການຂຽນແຜນການຮຽນ-ການສອນລາຍວິຊາ Outcome Based Education (OBE) ໃນການພັດທະນາຫຼັກສູດ 5 ສາຂາວິຊາ ຄື: ສາຂາຄວາມປອດໄພໄຊເບີ, ສາຂາເຕັກໂນໂລຊີຂໍ້ມູນຂ່າວສານ, ສາຂາວິສະວະກໍາເຄືອຂ່າຍໂທລະຄົມມະນາຄົມ, ສາຂາປັນຍາປະດິດ (AI) ແລະ ສາຂາຖານຂໍ້ມູນ ແລະ ບໍລິຫານເຊີເວີ. ນອກນັ້ນ, ສອງຝ່າຍ ຍັງໄດ້ປຶກສາຫາລື ດ້ານການແລກປ່ຽນ ແລະ ຖອດຖອນບົດຮຽນນະໂຍບາຍຮ່ວມກັນ, ໃນນີ້ແມ່ນເນັ້ນໃສ່ການຖອດຖອນບົດຮຽນທາງດ້ານການຄຸ້ມຄອງ, ສົ່ງເສີມ ເຕັກໂນໂລຊີ ເເລະ ນະວັດຕະກຳ, ທຸລະກິດແບບສະຕາດອັບ (startup), ພັດທະນາ, ຄຸ້ມຄອງ ແລະ ດຶງດູດນັກລົງທຶນທາງດ້ານເຕັກໂນໂລຊີລະດັບສູງ; ສອງຝ່າຍ ຍັງຈະສືບຕໍ່ຮ່ວມກັນສ້າງເປັນໂຄງການ ເພື່ອສະເໜີເປັນໂຄງການຊ່ວຍເຫຼືອ ຫຼື ຮ່ວມກັນຈັດຕັ້ງປະຕິບັດ ເຊັ່ນ: 1) “ສ້າງສູນຂໍ້ມູນຂ່າວສານ ແລະ ການສື່ສານ ກ່ຽວກັບໄພພິບັດ (ແຜ່ນດິນໄຫວ)” ເພື່ອຂະຫຍາຍລະບົບການຈັດເກັບຂໍ້ມູນ ກ່ຽວກັບທໍລະນີວິທະຍາ, ສະພາບແວດລ້ອມຂອງທໍາມະຊາດ ແລະ ອື່ນໆ ກ້າວໄປສູ່ການສ້າງເປັນລະບົບຖານຂໍ້ມູນ ແລະ ສ້າງເປັນສູນຂໍ້ມູນຂ່າວສານ ແລະ ການວິເຄາະ, ນໍາໃຊ້ປະໂຫຍດຈາກຂໍ້ມູນ ຊ່ວຍເຂົ້າໃນວຽກງານການຄົ້ນຄວ້າ, ການແຈ້ງເຕືອນທາງໄພພິບັດຕ່າງໆ; 2) “ໂຄງການສ້າງສູນບົ່ມເພາະ ແລກປ່ຽນຄວາມຮູ້ແຫ່ງຊາດດ້ານເຕັກໂນໂລຊີ ແລະ ນະວັດຕະກຳ” ເພື່ອນຳສະເໜີລັດຖະບານສອງຝ່າຍບັນຈຸເຂົ້າແຜນງົບປະມານຈັດຕັ້ງປະຕິບັດໄລຍະປີ 2027 - 2028 ໃນກອງປະຊຸມ ຄັ້ງທີ 48 ຂອງຄະນະຮ່ວມມືທະວິພາຄີຮ່ວມມືສອງຝ່າຍລະຫວ່າງລັດຖະບານລາວ - ຫວຽດນາມ ປີ 2026 ແລະ 3) ໂຄງການອື່ນໆ ທີ່ສອງຝ່າຍເຫັນວ່າ ມີຄວາມຕ້ອງການຮ່ວມກັນພັດທະນາ.

ພ້ອມດຽວກັນນີ້, ສອງຝ່າຍຍັງໄດ້ລົງນາມບົດບັນທຶກຮ່ວມກັນ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດການຮ່ວມມືໃນຕໍ່ໜ້າ ແລະ ບົດບັນທຶກຊ່ວຍຈໍາ (MOU) ເພື່ອຮ່ວມມືກັນໃນການຄົ້ນຄວ້າ, ພັດທະນາ ແລະ ນຳໃຊ້ເຕັກໂນໂລຊີອັດສະລິຍະ ເຂົ້າໃນການເຝົ້າລະວັງແຜ່ນດິນໄຫວ, ການຕິດຕາມແຜ່ນດິນໄຫວ, ມົນລະພິດທາງອາກາດ ແລະ ອື່ນໆທີ່ກ່ຽວຂ້ອງ.

ຂ່າວ: ກອງເລຂາ

ຮຽບຮຽງ: ພະແນກປະຊາສໍາພັນ

 

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2023
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ