ກຕສ ປາຖະກະຖາ ວັນປະກາດເອກະລາດ ຄົບຮອບ 80 ປີ ແລະ ວັນສ້າງຕັ້ງ ການທູດລາວ ຄົບຮອບ 80 ປີ

21/10/2025

ກຕສ ປາຖະກະຖາ ວັນປະກາດເອກະລາດ ຄົບຮອບ 80 ປີ ແລະ ວັນສ້າງຕັ້ງ ການທູດລາວ ຄົບຮອບ 80 ປີ

ໃນຕອນເຊົ້າຂອງວັນທີ 20 ຕຸລາ 2025, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຈັດປາຖະກະຖາ ວັນປະຫວັດສາດສໍາຄັນ ຂອງພັກຂອງຊາດ ແລະ ສາກົນ ເປັນຕົ້ນແມ່ນ ວັນປະກາດເອກະລາດ ຄົບຮອບ 80 ປີ (12 ຕຸລາ 1945 –12 ຕຸລາ 2025) ແລະ ວັນສ້າງຕັ້ງ ການທູດລາວ ຄົບຮອບ 80 ປີ ຂຶ້ນທີ່ຫ້ອງປະຊຸມໃຫຍ່ ຂອງ ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ, ກໍາມະການສູນກາງພັກ, ລັດຖະມົນຕີ ກຕສ, ມີສະຫາຍ ປອ. ສັນຕິສຸກ ສິມມາລາວົງ, ເລຂາຄະນະບໍລິຫານງານພັກ ກຕສ, ມີບັນດາຮອງລັດຖະມົນຕີ, ບັນດາສະຫາຍຄະນະປະຈໍາພັກ, ຄະນະບໍລິຫານງານພັກ ກຕສ, ບັນດາສະຫາຍເລຂາໜ່ວຍພັກຮາກຖານ, ເລຂາຄະນະພັກຮາກຖານ ພ້ອມດ້ວຍສະມາຊິກພັກທົ່ວອົງຄະນະພັກ ກຕສ ເຂົ້າຮ່ວມ.

ໃນໂອກາດນີ້ ກໍໄດ້ມີພິທີ ມອບ-ຮັບ ບັດສະມາຊິກພັກສົມບູນ ຊຸດທີ VII ໃຫ້ແກ່ສະມາຊິກພັກ ຈໍານວນ 71 ສະຫາຍ, ຍິງ 31 ສະຫາຍ; ພິທີປະກາດພະນັກງານອອກພັກການ-ຮັບອຸດໜູນບໍານານ ຈໍານວນ 03 ສະຫາຍ, ຍິງ 01 ສະຫາຍ; ພິທີມອບໃບຍ້ອງຍໍ ຜົນງານພົ້ນເດັ່ນ ປະຈໍາປີ 2024 ໃຫ້ແກ່ພະນັກງານພາຍໃນກະຊວງ ແລະ ພ້ອມດຽວກັນ, ທ່ານ ປອ. ສັນຕິສຸກ ສິມມາລາວົງ, ເລຂາຄະນະບໍລິຫານງານພັກ ກຕສ ກໍໄດ້ຂຶ້ນເຜີຍແຜ່ ຄໍາແນະນໍາກ່ຽວກັບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ສະບັບເລກທີ 28/ຄຈສພ, ລົງວັນທີ 14 ກຸມພາ 2025 ພ້ອມທັງຮັບຊົມວີດີໂອ ປາຖະກະຖາວັນປະກາດເອກະລາດ ຄົບຮອບ 80 ປີ (12 ຕຸລາ 1945 –12 ຕຸລາ 2025) ແລະ ວັນສ້າງຕັ້ງ ການທູດລາວ ຄົບຮອບ 80 ປີ ເພື່ອລະນຶກເຖິງວັນປະກາດເອກະລາດ ແລະ ວັນສ້າງຕັ້ງການທູດລາວ 12 ຕຸລາ ເຊິ່ງເປັນວັນທີ່ມີຄວາມໝາຍຄວາມສໍາຄັນທາງປະຫວັດສາດ ໃນການຕໍ່ສູ້ກູ້ຊາດ ຕ້ານຈັກກະພັດລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່ ເພື່ອຍາດເອົາເອກະລາດ, ອິດສະຫຼະພາບ ແລະ ພື້ນແຜນດິນອັບຄົບຖ້ວນຈາກກໍາມື ຂອງຈັກກະພັດຜູ້ຮຸກຮານ. ທັງເປັນການໂຄສະນາ ສຶກສາອົບຮົມບັນດາຊັ້ນຄົນຕ່າງໆ ໃນທົ່ວສັງຄົມ ເວົ້າລວມ, ເວົ້າສະເພາະ ກໍຄື ພະນັກງານພາຍໃນ ຂະແໜງເຕັກໂນໂລຊີ ແລະ ການສື່ສານ ໃຫ້ເຂົ້າໃຈຢ່າງເລິກເຊິ່ງເຖິງມູນເຊື້ອຮັກຊາດ, ນໍ້າໃຈພິລະອາດຫານ ຂອງປະຊາຊົນບັນດາເຜົ່າ, ແນວທາງການຕ່າງປະເທດຂອງພັກໃນແຕ່ລະໄລຍະຢ້າງເລິກເຊິ່ງ, ເສີມຂະຫຍາຍມູນເຊື້ອຮັກຊາດ, ນໍ້າໃຈພິລະອາດຫານບໍ່ຍອມຈໍານົນ ແລະ ນໍ້າໃຈເສຍຫຼະອັນສູງສົ່ງ, ຄວາມສາມັກຄີປອງດອງກັບດາປະເທດ ໂດຍສະເພາະ ເພື່ອນມິດຍຸດທະສາດ, ມີສະຕິລະວັງຕົວ ຕໍ່ກົນອຸບາຍທໍາລາຍມ້າງເພຂອງອິດທິກໍາລັງປໍລະປັກ.

ຕອນທ້າຍຂອງພິທີ ຍັງໄດ້ເປັນກຽດຮັບຟັງຄໍາເຫັນໂອ້ລົມຂອງ ສະຫາຍ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ ຊຶ່ງເຕັມໄປດ້ວຍຄວາມໝາຍອັນສໍາຄັນ ໂດຍສະເພາະແມ່ນ ສະຫາຍ ໄດ້ເນັ້ນໜັກໃຫ້ສະມາຊິກພັກ-ພະນັກງານ ທົ່ວຂະແໜງການເຕັກໂນໂລຊີ ແລະ ການສື່ສານ ຈົ່ງພ້ອມກັນຮໍ່າຮຽນເອົາຄຸນງາມຄວາມດີຂອງບັນດານັກຮົບປະຕິວັດ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມດັ່ງກ່າວ ເຂົ້າໃນການຝຶກຝົນຫຼໍ່ຫຼອມຕົນເອງ ແລະ ຜັນຂະຫຍາຍເຂົ້າໃນການປະຕິບັດໜ້າທີ່ວຽກງານຂອງຕົນໃຫ້ໄດ້ຮັບຜົນດີທີ່ສຸດ.

ພາບ ແລະ ຂ່າວ: ເລັກເຊ່ຍ ສຸດທິວົງ

 

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2023
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ