24/10/2025
ໃນລະຫວ່າງວັນທີ 02-07 ຕຸລາ 2025 ທີ່ຜ່ານມາ, ຄະນະຜູ້ແທນ ກະຊວງເຕັກໂນໂລຊີ ແລະ ການສື່ສານ ນໍາພາໂດຍ ທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ, ກຳມະການສູນກາງພັກ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວພົບປະຢ້ຽມຢາມ ແຂວງ ເລີມດົງ, ສສ ຫວຽດນາມ ໂດຍການໃຫ້ກຽດຕ້ອນຮັບຂອງ ທ່ານ ໂຮ່ ວັນ ເມີຍ (Hồ Văn Mười), ປະທານຄະນະກຳມະການປົກຄອງ ແຂວງ ເລີມດົ່ງ (Lâm Đồng), ທັງເປັນເຈົ້າແຂວງ ແຂວງ ເລີມດົ່ງ, ສສ ຫວຽດນາມ. ການພົບປະຢ່າງເປັນທາງການ ໃນການຢ້ຽມຢາມດັ່ງກ່າວ, ທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ ໄດ້ກ່າວສະແດງຄວາມຊົມເຊີຍຕໍ່ຜົນສຳເລັດການໄດ້ຮັບດຳລົງຕຳແໜ່ງໜ້າທີ່ຂອງ ທ່ານ ໂຮ່ ວັນ ເມີຍ ໃນເດືອນ ກໍລະກົດ ທີ່ຜ່ານມາ ແລະ ໄດ້ມີຄຳເຫັນແລກປ່ຽນ ຖອດຖອນບົດຮຽນ ໃນການພັດທະນາຕົວເມືອງແບບທັນສະໄໝ, ພ້ອມໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດການຈັດຕັ້ງປະຕິບັດຕາມແນວທາງ ການພັດທະນາຕົວເມືອງໂຮມເອົາ ສາມແຂວງໂຮມເຂົ້າກັນເປັນໜຶ່ງແຂວງໃຫຍ່. ນອກຈາກນີ້, ຍັງໄດ້ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ທາງດ້ານວຽກງານການບໍລິຫານຄຸ້ມຄອງ ແລະ ການໃຫ້ບໍລິການຂອງພາກລັດຕໍ່ປະຊາຊົນ ດ້ວຍການນຳໃຊ້ເຕັກໂນໂລຊີດິຈິຕອນ.


ໂອກາດນີ້, ທ່ານ ໂຮ່ ວັນ ເມີຍ ເຈົ້າແຂວງເລີມດົ່ງໄດ້ກ່າວສະແດງຄວາມຂອບໃຈຕໍ່ການ ເດີນທາງມາຢ້ຽມຢາມ ຂອງທ່ານລັດຖະມົນຕີ ພ້ອມດ້ວຍຄະນະ ໃນຄັ້ງນີ້ ຊຶ່ງມີຄວາມໝາຍສຳຄັນ ແລະ ເປັນອີກວາລະພິເສດໜຶ່ງທີ່ແຂວງເລີມດົ່ງ ໄດ້ຮັບກຽດໃນການຕ້ອນຮັບ ແລະ ນຳສະເໜີການພັດທະນາການຫັນເປັນທັນສະໄໝຂອງແຂວງ ແລະ ໄດ້ສະເໜີໃຫ້ຮັບຮູ້ກ່ຽວກັບສະພາບການນໍາໃຊ້ເຕັກໂນໂລຊີດິຈິຕອນຂອງແຂວງ ຕັ້ງແຕ່ຂັ້ນພື້ນຖານກໍຄືຕາແສງ ຈົນຮອດຂັ້ນແຂວງ ເພື່ອບໍລິການຮັບໃຊ້ປະຊາຊົນໃນຂະແໜງການຕ່າງໆຂອງພາກລັດ, ສະເໜີໃຫ້ເຫັນເຖິງແນວທາງການປະຕິບັດການພັດທະນາຂອງແຂວງຕາມແນວທາງນະໂຍບາຍຂອງສອງ ພັກ-ລັດ ກໍຄືໄດ້ຍົກໃຫ້ເຫັນເຖິງວຽກງານການຮ່ວມມືກັນຂອງ ແຂວງ ເລີມດົ່ງ ຮ່ວມກັນກັບ ບັນດາແຂວງແຮກສ່ຽວ ຂອງ ສປປ ລາວ ກໍຄື ແຂວງ ຈຳປາສັກ ເປັນຕົ້ນ ທີ່ໄດ້ມີການຮ່ວມມືກັນຜ່ານມາ ແລະ ຍັງຄົງສືບຕໍ່ຮ່ວມມືກັນຕໍ່ໄປໃນຕໍ່ໜ້າຍິ່ງໆຂຶ້ນ.

ພ້ອມດຽວກັນນີ້, ຄະນະນຳແຂວງ ເລີມດົ່ງ ກໍໄດ້ນຳພາຄະນະຜູ້ແທນຂອງກະຊວງເຕັກໂນໂລຊີ ແລະ ການສື່ສານ ສປປ ລາວ ໄປຢ້ຽມຢາມສະຖານທີ່ໃຫ້ບໍລິການຕົວຈິງ ຢູ່ທີ່ ສູນໃຫ້ບໍລິການພາກລັດ ຂອງແຂວງເລີມດົ່ງ ແລະ ຂອງຕາແສງ ຊວນ ເຮືອງ, ຢ້ຽມຢາມສະຖາບັນສິ່ງທີ່ມີຊີວິດ ແຂວງເລີມດົ່ງ, ຢ້ຽມຢາມສະຖາບັນຄົ້ນຄວ້ານິວເຄຣຍ ດາລັດ ສສ ຫວຽດນາມ, ຢ້ຽມຢາມເຂດພັດທະນາສີມືແຮງງານແຂວງເລີມດົ່ງ. ການຢ້ຽມຢາມບັນດາສະຖານທີ່ດັ່ງກ່າວນັ້ນ ກໍເພື່ອສຶກສາການນຳໃຊ້ເຕັກໂນໂລຊີ ນຳສະເໜີໃຫ້ເຫັນກ່ຽວກັບ ບັນດາຂະແຫນງການທີ່ແຂວງ ມີການຈັດຕັ້ງປະຕິບັດເປັນຕົ້ນແມ່ນ ໃນທາງການຄົ້ນຄວ້າວິໄຈພັດທະນາພັນພືດ, ການນຳໃຊ້ສູນນິວເຄຣຍເຂົ້າໃນວຽກງານດ້ານວິທະຍາສາດເຕັກໂນໂລຊີ ໃນຫຼາຍຂະແໜງການ, ການຕັດຕໍ່ພັນທຸກໍາພັນພືດ ແລະ ອື່ນໆ ໃນຂົງເຂດວິທະຍາສາດ ເຕັກໂນໂລຊີ ເພື່ອຖອດຖອນບົດຮຽນການນຳໃຊ້ ແລະ ພັດທະນາເຕັກໂນໂລຊີດ້ານດັ່ງກ່າວ. ນອກຈາກນີ້, ກໍໄດ້ລົງຢ້ຽມຢາມ ແລະ ຖອດຖອນບົດຮຽນຢູ່ສະຖາບັນວິທະຍາສາດ ຊີວະພາບ ຂອງ ດາລັດ ຊຶ່ງການຢ້ຽມຢາມຄັ້ງນີ້ເຫັນໄດ້ເຖິງການນຳໃຊ້ເຕັກໂນໂລຊີຊີວະພາບ ແລະ ເຕັກໂນໂລຊີກ່ຽວກັບແສງ ເຂົ້າໃນການພັດທະນາວຽກງານວິທະຍາສາດ ເຕັກໂນໂລຊີ ແລະ ວຽກງານອື່ນໆຢ່າງກວ້າງຂວາງ.






ພາບ ແລະ ຂ່າວ: ກອງເລຂາ

