27/10/2025
ລະຫວ່າງວັນທີ 25-26 ຕຸລາ 2025 ທີ່ ນະຄອນຫຼວງຮ່າໂນ້ຍ, ສສ ຫວຽດນາມ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ໄດ້ນຳພາຄະນະຜູ້ແທນຂັ້ນສູງຂອງລາວ ເຂົ້າຮ່ວມພິທີລົງນາມສົນທິສັນຍາ ອົງການສະຫະປະຊາຊາດ ວ່າດ້ວຍການຕ້ານອາດຊະຍາກຳທາງໄຊເບີ ແລະ ກອງປະຊຸມສາກົນລະດັບສູງ. ພິທີລົງນາມຈັດຂຶ້ນໂດຍການເປັນປະທານຮ່ວມຂອງທ່ານ ເລືອງ ເກືອງ, ປະທານປະເທດຫວຽດນາມ ແລະ ທ່ານ ອັນໂຕນີໂອ ກູເຕີເຣສ, ເລຂາທິການໃຫຍ່ ອົງການສະຫະປະຊາຊາດ ຫຼື ສປຊ. ປະທານປະເທດຫວຽດນາມ ໄດ້ກ່າວເປີດພິທີ ໂດຍຍົກໃຫ້ເຫັນຄວາມໝາຍສໍາຄັນຂອງສົນທິສັນຍາ ສປຊ ວ່າດ້ວຍການຕ້ານອາດຊະບາກຳທາງໄຊເບີ, ເປັນການສະແດງໃຫ້ເຫັນເຖິງຄວາມສາມັກຄີເປັນເອກະພາບຂອງບັນດາປະເທດສະມາຊິກ ອົງການ ສປຊ ໃນການສ້າງສະພາບແວດລ້ອມທາງໄຊເບີ ທີ່ມີຄວາມປອດໄພ, ມີສະຖຽນລະພາບ ແລະ ຮັບໃຊ້ຜົນປະໂຫຍດດ້ານການພັດທະນາທີ່ຍືນຍົງ. ການຮັກສາຄວາມປອດໄພທາງໄຊເບີ ປຽບເໝືອນການປົກປ້ອງອຳນາດອະທິປະໄຕ ແລະ ຜົນປະໂຫຍດແຫ່ງຊາດ ທີ່ຕິດພັນໂດຍກົງກັບການພັດທະນາແບບຍືນຍົງ. ສະນັ້ນ, ຈຶ່ງຮຽກຮ້ອງໃຫ້ມີການຄຸ້ມຄອງທີ່ດີ, ເປັນລະບົບ, ມີຄວາມປອດໄພ ແລະ ສາມາດເຊື່ອຖືໄດ້. ພິທີລົງນາມຈັດຂຶ້ນຢູາຫວຽດນາມຄັ້ງນີ້ ມີຫຼາຍກວ່າ 110 ປະເທດ ເຂົ້າຮ່ວມ, ໃນໂອກາດນີ້ ມີ 63 ປະເທດ ແລະ ສະຫະພາບເອີຣົບ ໄດ້ຮ່ວມລົງນາມໃນສົນທິສັນຍາດັ່ງກ່າວ, ເປັນການສະແດງໃຫ້ເຫັນເຖິງຄວາມມຸ່ງມາດປາດຖະໜາຂອງວົງຄະນະຍາດສາກົນ ໃນການຮ່ວມມືກັນ ເພື່ອສະກັດກັ້ນ ແລະ ຕ້ານອາດຊະຍາກໍາທາງໄຊເບີ.

ໃນພິທີຄັ້ງນີ້, ພົນເອກ ວິໄລ ຫຼ້າຄຳຟອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ, ໄດ້ຕາງໜ້າໃຫ້ລັດຖະບານລາວ ລົງນາມໃນສົນທິສັນຍາດັ່ງກ່າວ ພ້ອມທັງມີຄໍາເຫັນໃນກອງປະຊຸມຂັ້ນສູງ ໂດຍໄດ້ສະແດງຄວາມຊົມເຊີຍ ຕໍ່ລັດຖະບານຫວຽດນາມ ທີ່ເປັນເຈົ້າການຕະຫຼອດຂະບວນຮ່າງສົນທິສັນຍາສະບັບນີ້, ໂດຍເລີ່ມແຕ່ປີ 2019 ເປັນຕົ້ນມາ ພ້ອມທັງເປັນເຈົ້າພາບຈັດພິທີລົງນາມ, ຊຶ່ງເປັນເຄື່ອງມືດ້ານກົດໝາຍສາກົນ ເພື່ອຕ້ານອາດຊະຍາກໍາທາງໄຊເບີ. ເຫດການດັ່ງກ່າວ ເປັນການພິສູດໃຫ້ເຫັນເຖິງຄວາມເຊື່ອໝັ້ນຂອງວົງຄະນະຍາດສາກົນ ທີ່ມີຕໍ່ປະເທດເພື່ອນມິດອາຊຽນ, ສອດຄ່ອງກັບຍຸດທະສາດ ວ່າດ້ວຍການຫັນເປັນດິຈິຕອນຂອງພາກພື້ນ ແລະ ສະແດງໃຫ້ເຫັນເຖິງຄວາມຕັດສິນໃຈຮ່ວມກັນຂອງວົງຄະນະຍາດສາກົນ ໃນການສົ່ງເສີມການນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການສື່ສານ ທີ່ມີຄວາມປອດໄພ ເພື່ອຮັບໃຊ້ການພັດທະນາເສດຖະກິດ-ສັງຄົມ, ພ້ອມທັງຮ່ວມກັນສະກັດກັ້ນ ອາດຊະຍາກຳທາງໄຊເບີ, ຮັບປະກັນຄວາມໝັ້ນຄົງຂອງບັນດາປະເທດໃນພາກພື້ນ ແລະ ໃນໂລກ.

ສົນທິສັນຍາ ອົງການສະຫະປະຊາຊາດ ວ່າດ້ວຍການຕ້ານອາດຊະຍາກໍາທາງໄຊເບີ (United Nations Convention against Cybercrime) ເປັນຜົນມາຈາກການເຈລະຈາແບບເປີດກວ້າງຂອງຄະນະກຳມະການ ລະຫວ່າງ ລັດຖະບານ ເພື່ອສ້າງສົນທິສັນຍາສາກົນ ພາຍໃຕ້ຂອບສະມັດຊາໃຫຍ່ ອົງການ ສປຊ ໂດຍການເຂົ້າຮ່ວມຂອງບັນດາປະເທດສະມາຊິກທັງໝົດຂອງອົງການ ສປຊ ລວມທັງລາວ, ໂດຍຈັດຕັ້ງການເຈລະຈາທາງການລວມທັງໝົດ 8 ຄັ້ງ ຈົນສາມາດຮັບຮອງເອົາເນື້ອໃນຂອງສົນທິສັນຍາ ຢ່າງເປັນເອກະສັນ ໃນປີ 2024.

ການເຂົ້າຮ່ວມໃນພິທີລົງນາມ ສົນທິສັນຍາ ສປຊ ວ່າດ້ວຍການຕ້ານອາດຊະຍາກຳທາງໄຊເບີ ແລະ ກອງປະຊຸມສາກົນລະດັບສູງ ຂອງການນໍາສູງສຸດຂອງລາວຄັ້ງນີ້ ສະແດງໃຫ້ເຫັນເຖິງເຈດຕະນາລົມທາງການເມືອງ ເພື່ອສ້າງພື້ນຖານດ້ານກົດຫມາຍທີ່ສໍາຄັນ ເພື່ອຮັບປະກັນໃຫ້ການນໍາໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການສື່ສານ ຮັບໃຊ້ຜົນປະໂຫຍດທາງດ້ານເສດຖະກິດ, ການຄ້າ, ການລົງທຶນ, ສົ່ງເສີມການທ່ອງທ່ຽວ ແລະ ຮັບປະກັນຄວາມປອດໄພໃຫ້ປະຊາຊົນ. ພ້ອມນີ້, ຍັງເປັນການສົ່ງເສີມຄວາມສຳຄັນຂອງວຽກງານຫັນເປັນດິຈິຕອນ, ຊຶ່ງເປັນໜຶ່ງໃນບູລິມະສິດແຫ່ງຊາດ ເພື່ອຂັບເຄື່ອນການພັດທະນາເສດຖະກິດ-ສັງຄົມ ແລະ ບັນລຸເປົ້າໝາຍການພັດທະນາແບບຍືນຍົງ ລວມທັງການສ້າງສະພາບແວດລ້ອມທີ່ມີຄວາມປອດໄພ ຈາກອາດຊະຍາກຳທາງໄຊເບີ. ສຳລັບລາວ ເປັນໜຶ່ງໃນບັນດາປະເທດສະມາຊິກ ອົງການ ສປຊ ທີ່ໄດ້ລົງນາມຕໍ່ສົນທິສັນຍາສະບັບນີ້, ຈະເປັນພື້ນຖານສໍາຄັນໃຫ້ແກ່ການສ້າງ ແລະ ປັບປຸງບັນດາລະບຽບການ ແລະ ກົດໝາຍພາຍໃນປະເທດທີ່ມີຢູ່ ໃຫ້ສອດຄ່ອງເພື່ອສະໜັບສະໜູນຂອບການຮ່ວມມືລະດັບພາກພື້ນ ແລະ ສາກົນ ແນໃສ່ໃຫ້ສາມາດປົກປ້ອງສິດຜົນປະໂຫຍດອັນຊອບທໍາຂອງປະຊາຊົນລາວ ຈາກໄພຂົ່ມຂູ່ທາງໄຊເບີ.

ນອກຈາກເຂົ້າຮ່ວມພິທີລົງນາມ ແລະ ກອງປະຊຸມລະດັບສູງແລ້ວ, ພະນະທ່ານ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະທານປະເທດ ຍັງໄດ້ພົບປະກັບ ພະນະທ່ານ ໂຕ ເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ເພື່ອສືບຕໍ່ເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ ແລະ ຫວຽດນາມ ທີ່ມີມູນເຊື້ອ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ ແລະ ແຕກດອກອອກຜົນຍິ່ງຂຶ້ນ. ພ້ອມນີ້, ການນຳຂັ້ນສູງຂອງລາວ ຍັງໄດ້ພົບປະສອງຝ່າຍ ກັບ ບັນດາຜູ້ນໍາຂອງບາງປະເທດທີ່ເຂົ້າຮ່ວມພິທີດັ່ງກ່າວ ເພື່ອແລກປ່ຽນບົດຮຽນກ່ຽວກັບການຈັດຕັ້ງປະຕິບັດວຽກງານຮັບປະກັນຄວາມປອດໄພທາງໄຊເບີ.




