28/10/2025
ຄະນະຜູ້ແທນຂອງ ສປປ ລາວ ນຳໂດຍ ທ່ານ ປອ. ສັນຕິສຸກ ສິມມາລາວົງ, ເລຂາຄະນະພັກກະຊວງ, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ທ່ານ ຕຸລາວັນ ໜໍ່ເມືອງເສດ, ຄະນະປະຈຳພັກກະຊວງ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ, ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຄະນະ ໄດ້ເດີນທາງເຂົ້າຮ່ວມພິທີສະເຫຼີມສະຫຼອງການສ້າງຕັ້ງ ມະຫາວິທະຍາໄລກິ້ວລ່ອງ ຄົບຮອບ 25 ປີ ທີ່ແຂວງ ວິ້ງລອງ, ສສ ຫວຽດນາມ ໃນວັນທີ 18 ຕຸລາ 2025. ໃນພິທີດັ່ງກ່າວ ໄດ້ມີບັນດາການນຳຂອງ ສສ ຫວຽດນາມ ຄື: ສະຫາຍ ເຈີ່ນວັນໂລ໋ນ, ກຳມະການສູນກາງພັກ, ຮອງຫົວໜ້າຄະນະກວດກາສູນກາງ; ສະຫາຍ ບຸ່ຍວັນຫງວຽນ, ກໍາມະການສູນກາງພັກ, ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ; ສະຫາຍ ຮວີນແທ່ງດາດ, ກໍາມະການສູນກາງພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ແລະ ມີບັນດາການນຳ ຂອງແຂວງ ວິ້ງລອງ ເປັນຕົ້ນແມ່ນ ຫົວໜ້າຄະນະໂຄສະນາອົບຮົມພັກແຂວງ, ຫົວໜ້າກອງ ບັນຊາການທະຫານແຂວງ, ຮອງປະທານສະພາ ປະຊາຊົນແຂວງ, ຮອງປະທານຄະນະກໍາມະການປະຊາຊົນແຂວງ, ພິເສດແມ່ນໄດ້ມີ ທ່ານ ນາງ ດັ້ງ ທິ ຫງອກ ທິ້ງ, ອະດີດກົມການເມືອງສູນກາງພັກ, ອະດີດ ຮອງປະທານປະເທດ ຫວຽດນາມ ເຂົ້າຮ່ວມ. ນອກນັ້ນ, ຍັງມີຜູ້ແທນຈາກກະຊວງປ້ອງກັນປະເທດ ຣາຊະອານະຈັກ ກຳປູເຈຍ, ບັນດາສະຖານທູດ, ສະຖາບັນການສຶກສາ, ບໍລິສັດພາຍໃນ ແລະ ບໍລິສັດຈາກ ຍີ່ປຸ່ນ, ສ. ເກົາຫຼີ, ໄຕ້ ຫວັນ (ສປ ຈີນ), ອິນເດຍ, ເຢຍລະມັນ, ບັນດາການນຳ ແລະ ອະດີດການນຳແຂວງ, ຂະແໜງການ, ມະຫາ ວິ ທະຍາໄລ ແລະ ວິທະຍາໄລ ໃນເຂດພາກໃຕ້ ເຂົ້າຮ່ວມພີທີດັ່ງກ່າວ.

ໃນພິທີສະເຫຼີມສະຫຼອງໃນຄັ້ງນີ້, ສະຫາຍ ຮອງສາດສະດາຈານ ປອ. ເລືອງມິງກື່, ເລຂາຄະນະພັກ, ອະທິການບໍດີ ມະຫາວິທະຍາໄລກິ້ວລ່ອງ ໄດ້ມີຄຳເຫັນກ່າວສະຫຼຸບ 25 ປີ ແຫ່ງການກໍ່ສ້າງ ແລະ ພັດທະນາມະຫາວິທະຍາໄລ ໂດຍມີເນື້ອໃນຫຍໍ້ຄື: ມະຫາວິທະຍາ ໄລ ກິ້ວລ່ອງ ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 2000, ເປັນມະຫາວິທະຍາໄລ ແຫ່ງທຳອິດ ຢູ່ ເຂດທົ່ງພຽງແມ່ນ້ຳຂອງ. ພາຍຫຼັງ 25 ປີ ແຫ່ງການກໍ່ສ້າງ ແລະ ການພັດທະນາ, ມະຫາວິທະຍາໄລແຫ່ງນີ້ ໄດ້ສ້າງໂຄງລ່າງພື້ນຖານອັນ ໜັກແໜ້ນດ້ານສິ່ງອຳນວຍຄວາມສະດວກ, ພະນັກງານ ສິດສອນ ແລະ ບຳລຸງກໍ່ສ້າງຊັບພະຍາກອນມະນຸດໃນລະດັບສູງ ໃຫ້ແກ່ພາຍໃນປະເທດ ແລະ ພາກພື້ນສາກົນ.
:
ໃນໂອກາດນີ້, ທ່ານ ປອ. ສັນຕິສຸກ ສິມມາລາວົງ, ຫົວໜ້າຄະນະຜູ້ແທນ ກຕສ ໄດ້ຮັບກຽດຂຶ້ນກ່າວມີຄຳເຫັນ ຊົມເຊີຍຜົນສຳເລັດຕະຫຼອດໄລຍະ 25 ປີ ຜ່ານມາຂອງມະຫາວິທະຍາໄລກິ້ວລ່ອງ ໃນວຽກພັດທະນາບຸກຄະລາກອນຂອງ ສສ ຫວຽດນາມ ແລະ ຊ່ວຍ ສປປ ລາວ ໃນການສ້າງບຸກຄະລາກອນໄດ້ຈຳນວນຫຼາຍ ແລະ ເຊື່ອໝັ້ນວ່າໃນຊຸມປີຕໍ່ໜ້າ ພາຍໃຕ້ການນຳພາ-ຊີ້ນໍາຂອງຄະນະນຳຂອງມະຫາວິທະຍາໄລກິ້ວລ່ອງ ການສືບຕໍ່ຍູ້ແຮງການຮ່ວມມືດ້ານການພັດທະນາບຸກຄະລາກອນ ລະຫວ່າງ ມະຫາວິທະຍາໄລ ກັບ ບັນດາຂະແໜງການ ທັງສູນກາງ ແລະ ທ້ອງຖິ່ນ ຂອງ ສປປ ລາວ ຈະນັບມື້ນັບນຳເອົາຜົນປະໂຫຍດອັນໃຫຍ່ຫຼວງ ທີ່ປະກອບສ່ວນສຳຄັນໃຫ້ແກ່ການຮັດແໜ້ນສາຍພົວພັນມິດຕະພາບ ທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນ ສອງຊາດ ລາວ-ຫວຽດນາມ.


ດ້ວຍຜົນງານ ແລະ ການປະກອບສ່ວນ ຂອງ ມະຫາວິທະຍາໄລກິ້ວລ່ອງ ໃນໄລຍະ 25 ປີ ແຫ່ງການກໍ່ສ້າງ ແລະ ພັດທະນາ, ທ່ານ ປະທານປະເທດ ແຫ່ງສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ໄດ້ຕົກລົງ ມອບຫຼຽນໄຊແຮງງານ ຊັ້ນ 2 ໃຫ້ ແກ່ມະຫາວິທະຍາ ໄລແຫ່ງນີ້ ທີ່ມີຜົນງານດີເດັ່ນໃນການຄົ້ນຄວ້າວິທະຍາສາດ ແລະ ບຳລຸງກໍ່ສ້າງ ຊັບພະຍາກອນມະນຸດ, ປະກອບສ່ວນ ສ້າງສາລະບອບສັງຄົມນິຍົມ, ປົກປັກຮັກສາ ແລະ ພັດທະນາປະເທດຊາດ.

ໃນພິທີດັ່ງກ່າວ, ກະຊວງເຕັກໂນໂລຊີ ແລະ ສື່ສານ ສປປ ລາວ ກໍໄດ້ມອບໃບຍ້ອງຍໍໃຫ້ມະຫາວິທະຍາໄລກິ້ວລ່ອງ ທີ່ມີຜົນງານດີເດັ່ນໃນການປະກອບສ່ວນພັດທະນາຊັບພະຍາກອນມະນຸດ ໂດຍຜ່ານທຶນການສຶກສາ, ການຈັດຝຶກອົບຮົມ ແລະ ສຳມະນາ ເພື່ອຍົກລະດັບຄວາມອາດສາມາດຂອງພະນັກງານ-ລັດຖະກອນ ຂອງກະຊວງເຕັກໂນໂລຊີ ແລະ ສື່ສານ.
:
ພ້ອມກັນນັ້ນ, ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ກໍໄດ້ມອບນາມມະຍົດໜ່ວຍພັດທະນາດີເດັ່ນ ໃຫ້ແກ່ມະຫາວິທະຍາໄລກິ້ວລ່ອງ ທີ່ໄດ້ປະກອບສ່ວນໃນການຝຶກອົບຮົມຊັບພະຍາກອນມະນຸດໃຫ້ແກ່ ສປປ ລາວ ນັບແຕ່ປີ 2015 ມາຮອດປັດຈຸບັນ ແລະ ເນື່ອງໃນໂອກາດການສ້າງຕັ້ງໂຮງຮຽນ ຄົບຮອບ 25 ປີ.



ຂ່າວ: ພະແນກເລຂານຸການ ແລະ ພິທີການ

