ຄະນະຜູ້ແທນ ກະຊວງເຕັກໂນໂລຊີ ແລະ ການສື່ສານ ເຂົ້າຮ່ວມກອງປະຊຸມ ການຮ່ວມມືດ້ານການສຶກສາໃນພາກອາຊີໃຕ້ ແລະ ອາຊີອາຄະເນ ຄັ້ງທີ 08 ທີ່ນະຄອນຄຸນໝິງ, ແຂວງ ຢຸນນານ ສປ ຈີນ

28/10/2025

ຄະນະຜູ້ແທນ ກະຊວງເຕັກໂນໂລຊີ ແລະ ການສື່ສານ ເຂົ້າຮ່ວມກອງປະຊຸມ ການຮ່ວມມືດ້ານການສຶກສາໃນພາກອາຊີໃຕ້ ແລະ ອາຊີອາຄະເນ ຄັ້ງທີ 08 ທີ່ນະຄອນຄຸນໝິງ, ແຂວງ ຢຸນນານ ສປ ຈີນ

       ໃນວັນທີ 22 ຕຸລາ 2025 ຜ່ານມາ, ທ່ານ ໄຊຊະນະ ສິດທິພອນ, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມດ້ວຍຄະນະ ໄດ້ເດີນທາງເຂົ້າຮ່ວມ ກອງປະຊຸມການຮ່ວມມືດ້ານການສຶກສາໃນພາກອາຊີໃຕ້ ແລະ ອາຊີອາຄະເນ ແລະ ກອງປະຊຸມອະທິການບໍດີມະຫາວິທະຍາໄລ ຄັ້ງທີ 08, ທີ່ ນະຄອນຄຸນໝິງ, ແຂວງ ຢຸນນານ ສປ ຈີນ, ຊຶ່ງເປັນເຈົ້າພາບຈັດກອງປະຊຸມຄັ້ງນີ້ໂດຍ ພະແນກສຶກສາທິການແຂວງຢູນນານ ແລະ ມະຫາວິທະຍາໄລຢູນນານ ສປ ຈີນ.

       ກອງປະຊຸມດັ່ງກ່າວຈັດຂຶ້ນເພື່ອສ້າງເວທີແລກປ່ຽນ ແລະ ຮ່ວມມືດ້ານການສຶກສາສາກົນ, ໃນກອງປະຊຸມໄດ້ແນໃສ່ປຶກສາຫາລືກ່ຽວກັບວຽກງານ ການອໍານວຍຄວາມສະດວກໃຫ້ວຽກງານການສຶກສາ ດ້ວຍເຕັກໂນໂລຊີດິຈິຕອນ, ປັນຍາປະດິດ, ການແບ່ງປັນຜົນປະໂຫຍດດ້ານການສຶກສາຢ່າງເທົ່າທຽມ. ນອກຈາກນັ້ນ, ບັນດາຜູ້ແທນຈາກແຕ່ລະປະເທດຍັງໄດ້ຂຶ້ນນໍາສະເໜີກ່ຽວກັບ ຫົວຂໍ້ “ທິິດທາງການປ່ຽນແປງໃໝ່ຂອງການສຶກສາລະດັບສູງ ພາຍໃຕ້ການຂັບເຄື່ອນຂອງເຕັກໂນໂລຊີດິຈິຕອນ ແລະ ປັນຍາປະດິດ ແລະ ຫົວຂໍ້ “ການພັດທະນາເຕັກໂນໂລຊີດິຈິຕອນ ເພື່ອສ້າງຄວາມເທົ່າທຽມດ້ານການສຶກສາ.

          ໂອກາດດຽວກັນນີ້, ທ່ານ ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ສປປ ລາວ, ຍັງໄດ້ຂຶ້ນກ່າວໃນພິທີເປີດກອງປະຊຸມ, ຊຶ່ງໄດ້ເນັ້ນໜັກເຖິງການສຶກສາແມ່ນພື້ນຖານຂອງການພັດທະນາປະເທດຊາດ ແລະ ການຮ່ວມມືສາກົນແມ່ນກະແຈສຳຄັນໃນການປັບປຸງຄຸນນະພາບການສຶກສາ. ໃນຊຸມປີມໍ່ໆມານີ້, ພວກເຮົາໄດ້ສົ່ງເສີມການພັດທະນາແບບປະສົມປະສານຂອງການສຶກສາ, ວິທະຍາສາດ, ເຕັກໂນໂລຊີ, ການສື່ສານ ແລະ ຍັງໄດ້ດຳເນີນການທົດລອງທີ່ເປັນປະໂຫຍດຫຼາຍຢ່າງກັບຈີນ ແລະ ປະເທດໃກ້ຄຽງ, ຕົວຢ່າງ: ມະຫາວິທະຍາໄລຂອງ ສປປ ລາວ ໄດ້ຮ່ວມມືກັບວິທະຍາໄລວິຊາຊີບບາງແຫ່ງໃນແຂວງຢຸນນານ ສປ ຈີນ ເພື່ອດຳເນີນການຝຶກອົບຮົມທັກສະ, ນັກສຶກສາລາວຫຼາຍຄົນໄດ້ຮຽນຮູ້ທັກສະການປະຕິບັດຕົວຈິງໃນດ້ານວິທະຍາສາດ, ເຕັກໂນໂລຊີ, ການສື່ສານ ແລະ ການຂົນສົ່ງ, ຜ່ານການຮຽນຮູ້ ແລະ ໄດ້ກາຍເປັນກະດູກສັນຫຼັງຂອງລາວຫຼັງຈາກກັບຄືນປະເທດ. ຜົນໄດ້ຮັບທີ່ຊັດເຈນເຫຼົ່ານີ້ໄດ້ເຮັດໃຫ້ພວກເຮົາມີຄວາມຕັ້ງໃຈ ທີ່ຈະເພີ່ມທະວີການຮ່ວມມືຫຼາຍຂຶ້ນ.

      ໃນຕອນທ້າຍຂອງພິທີເປີດກອງປະຊຸມ, ບັນດາຜູ້ແທນຈາກແຕ່ລະປະເທດຍັງໄດ້ເຂົ້າຮ່ວມພິທີລົງນາມຮ່ວມກັບ ມະຫາວິທະຍາໄລຢຸນນານ, ໃນນັ້ນ ກະຊວງເຕັກໂນໂລຊີ ແລະ ການສື່ສານ ສປປ ລາວ ຕ່າງໜ້າໂດຍ ທ່ານ ໄຊຊະນະ ສິດທິພອນ, ຮອງລັດຖະມົນຕີ ກໍໄດ້ເຂົ້າຮ່ວມລົງນາມໃນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ “ໂຄງການສ້າງບຸກຄະລາກອນທີ່ມີຄຸນນະພາບສູງ ເພື່ອການຫັນເປັນດິຈິຕອນຂອງ ສປປ ລາວ” ລະຫວ່າງ ກະຊວງເຕັກໂນໂລຊີ ແລະ ການສື່ສານ ສປປ ລາວ ແລະ ມະຫາວິທະຍາໄລຢຸນນານ (Yunnan University) ສປ ຈີນ”.

            ໃນວັນດຽວກັນ, ຕາງໜ້າຄະນະໂດຍ ທ່ານ ປອ. ປະດັບໄຊ ໄຊຍະໂຄດ, ຫົວໜ້າສະຖາບັນ ເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ສປປ ລາວ ກໍໄດ້ເຂົ້າຮ່ວມ “ກອງປະຊຸມອະທິການບໍດີມະຫາວິທະຍາໄລພາກອາຊີໃຕ້ ແລະ ອາຊີອາຄະເນ ຄັ້ງທີ 4” ແລະ ໄດ້ຂຶ້ນປະກອບຄໍາເຫັນແລກປ່ຽນໃນກອງປະຊຸມໂຕະມົນໃນຫົວຂໍ້ "ການຮ່ວມກັນສ້າງອະນາຄົດທີ່ຍືນຍົງ: ລັດຖະບານ, ວິສາຫະກິດ ແລະ ອົງການຈັດຕັ້ງສາກົນ ຈະສາມາດສ້າງລະບົບນິເວດດິຈິຕອນທີ່ຮ່ວມມືກັນ ແລະ ອຳນວຍຄວາມສະດວກໃຫ້ແກ່ການສຶກສາທີ່ເທົ່າທຽມກັນໄດ້ຢ່າງແທ້ຈິງແນວໃດ?".

      ນອກນີ້, ຄະນະຜູ້ແທນຈາກ ກະຊວງເຕັກໂນໂລຊີ ແລະ ການສື່ສານ ຍັງໄດ້ເດີນທາງຢ້ຽມຢາມ ສູນຄົ້ນຄວ້າພັດທະນາເຕັກໂນໂລຊີລະດັບສູງ ທີ່ມະຫາວິທະຍາໄລວິທະຍາສາດ ແລະ ເຕັກໂນໂລຊີ ຄຸນໝິງ. ການຢ້ຽມຢາມໃນຄັ້ງນີ້ ຄະນະໄດ້ຮັບຊົມວິດີໂອປະຫວັດຄວາມເປັນມາຂອງມະຫາວິທະຍາໄລ ແລະ ໄດ້ເຂົ້າຢ້ຽມຊົມຫ້ອງວາງສະແດງ ຜົນງານໃນການຄົ້ນຄວ້າຂອງສູນດັ່ງກ່າວ.

  

 

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2023
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ