28/10/2025
ໃນຕອນເຊົ້າວັນທີ 27 ຕຸລາ 2025, ທ່ານ ປອ. ສັນຕິສຸກ ສິມມາລາວົງ, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ເເລະ ການສື່ສານ (ກຕສ) ສປປ ລາວ ໄດ້ເຂົ້າຮ່ວມງານສັບປະດາດິຈິຕອນສາກົນຫວຽດນາມ ປີ 2025 ແລະ ກອງປະຊຸມໂຕະມົນລະດັບລັດຖະມົນຕີ ກ່ຽວກັບ ການຄຸ້ມຄອງປັນຍາປະດິດ, ໂດຍການເປັນປະທານ ຂອງ ທ່ານ ຫງວຽນ ແມ້ງ ຮຸ່ງ, ລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ສສ ຫວຽດນາມ, ຊຶ່ງໄດ້ຈັດຂຶ້ນທີ່ ແຂວງ ນິງບິ່ງ, ສສ ຫວຽດນາມ, ມີຜູ້ເຂົ້າຮ່ວມປະມານ 300 ກວ່າທ່ານ.

ງານສັບປະດາດິຈິຕອນສາກົນຫວຽດນາມ (VIDW) ໄດ້ຈັດຂຶ້ນຄັ້ງທຳອິດໃນປີ 2019 ແລະ ນັບຕັ້ງແຕ່ນັ້ນມາໄດ້ເຕີບໃຫຍ່ຂະຫຍາຍຕົວກາຍເປັນງານປະຈຳປີທີ່ມີຊື່ສຽງໃນພາກພື້ນ. ໃນປີ 2025, ງານດັ່ງກ່າວໄດ້ຮັບການເປັນເຈົ້າພາບໂດຍ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ (MST) ຂອງ ສສ ຫວຽດນາມ, ໂດຍມີການນຳເອົາຜູ້ນຳລັດຖະບານ, ອົງການຈັດຕັ້ງສາກົນ, ຜູ້ຊ່ຽວຊານ ແລະ ວິສາຫະກິດເຕັກໂນໂລຊີຊັ້ນນຳມາຮ່ວມກັນ. ຈຸດປະສົງເພື່ອສົ່ງເສີມການຮ່ວມມືສາກົນໃນຂົງເຂດສຳຄັນ ເຊັ່ນ: ປັນຍາປະດິດ (AI), 5G, ພື້ນຖານໂຄງລ່າງດິຈິຕອນ, ການຫັນປ່ຽນດິຈິຕອນ, ກຳລັງແຮງງານດິຈິຕອນ, ວິສາຫະກິດດິຈິຕອນ ແລະ ຍັງເປັນເວທີປາໄສລະດັບສູງສຳລັບການແລກປ່ຽນທິດທາງນະໂຍບາຍ, ຍຸດທະສາດ ແລະ ການປະຕິບັດທີ່ດີທີ່ສຸດ, ພ້ອມທັງເປັນຕົວກະຕຸ້ນໃຫ້ແກ່ນະວັດຕະກຳ, ການຄ້າເຕັກໂນໂລຊີ ແລະ ການພັດທະນາລະບົບນິເວດດິຈິຕອນທີ່ຍືນຍົງ.

ກອງປະຊຸມໂຕະມົນລະດັບລັດຖະມົນຕີ ກ່ຽວກັບ ການຄຸ້ມຄອງປັນຍາປະດິດ ມີຜູ້ເຂົ້າຮ່ວມຈາກບັນດາປະເທດອາຊຽນ, ອົງການຈັດຕັ້ງສາກົນ ແລະ ພາກສ່ວນຕ່າງໆ ເຊັ່ນ: ປະເທດກຳປູເຈຍ, ໂມຊຳບິກ, ສາທາລະນະລັດບູຣຸນດີ, ເລຂາທິການໃຫຍ່ຂອງອົງການໂທລະຄົມມະນາຄົມອາຊີ-ປາຊີຟິກ (APT), ຜູ້ອຳນວຍການຝ່າຍນະໂຍບາຍ ແລະ ສະຕິປັນຍາດິຈິຕອນ, ອົງການຮ່ວມມືດິຈິຕອນ (DCO), ຜູ້ຕາງໜ້າອົງການ UNESCO ປະຈຳຫວຽດນາມ, ຫົວໜ້າຝ່າຍສາຍພົວພັນລັດຖະບານ ແລະ ນະໂຍບາຍສາທາລະນະ, Google ປະຈຳອາຊີ-ປາຊີຟິກ ປະຈຳຫວຽດນາມ; ຫ້ອງການພາກພື້ນອາຊີ-ປາຊີຟິກ ຂອງສະຫະພາບໂທລະຄົມມະນາຄົມສາກົນ (ITU), ອົງການສົ່ງເສີມອຸດສາຫະກຳເຕັກໂນໂລຊີຂໍ້ມູນຂ່າວສານແຫ່ງຊາດ (NIPA) ສາທາລະນະລັດ ເກົາຫຼີ, ເອກອັກຄະລັດຖະທູດຕ່າງໆ ປະຈໍາ ຫວຽດນາມ ແລະ ພາກສ່ວນຕ່າງໆເຂົ້າຮ່ວມ.

ພ້ອມກັນນັ້ນ, ຄະນະຜູ້ແທນ ຂອງ ສປປ ລາວ ນຳໂດຍ ທ່ານ ປອ. ສັນຕິສຸກ ສິມມາລາວົງ, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ເເລະ ການສື່ສານ ກໍໄດ້ເຂົ້າຮ່ວມກອງປະຊຸມພົບປະສອງຝ່າຍ ເຊິ່ງໃຫ້ກຽດຕ້ອນຮັບໂດຍ ທ່ານ ຫງວຽນ ແມ້ງ ຮຸ່ງ, ລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ສສ ຫວຽດນາມ ພ້ອມດ້ວຍຄະນະ ເພື່ອປຶກສາຫາລື ແລະ ທົບທວນຄືນ ພ້ອມທັງວາງທິດທາງແຜນການການຮ່ວມມືໃນຕໍ່ໜ້າ.
ຕອນບ່າຍຂອງວັນດຽວກັນ, ຄະນະຜູ້ແທນ ສປປ ລາວ ກໍໄດ້ເຂົ້າຮ່ວມກອງປະຊຸມພົບປະສອງຝ່າຍ ກັບ ທ່ານ ຊຸນ ວັດ, ຮອງລັດຖະມົນຕີ ກະຊວງ ກະຊວງໄປສະນີ ແລະ ໂທລະຄົມມະນາຄົມ ຣາຊະອານາຈັກກຳປູເຈຍ ເພື່ອປຶກສາຫາລືທົບທວນຄືນການຮ່ວມມືມາ ແລະ ກຳນົດທິດທາງ ການຮ່ວມມືໃນອະນາຄົດ ໂດຍສະເພາະວຽການການຮ່ວມມືທາງດ້ານຊັບພະຍາກອນຮ່ວມກັນ.

