ຄະນະຜູ້ແທນ ກະຊວງເຕັກໂນໂລຊີ ແລະ ການສື່ສານ ເຂົ້າຮ່ວມກອງປະຊຸມລັດຖະມົນຕີໄຊເບີອາຊຽນ ແລະ ຮ່ວມງານສັບປະດາສາກົນດ້ານໄຊເບີ ຄັ້ງທີ 10 ທີ່ປະເທດ ສິງກະໂປ

28/10/2025

ຄະນະຜູ້ແທນ ກະຊວງເຕັກໂນໂລຊີ ແລະ ການສື່ສານ ເຂົ້າຮ່ວມກອງປະຊຸມລັດຖະມົນຕີໄຊເບີອາຊຽນ ແລະ ຮ່ວມງານສັບປະດາສາກົນດ້ານໄຊເບີ ຄັ້ງທີ 10 ທີ່ປະເທດ ສິງກະໂປ

ໃນລະຫວ່າງວັນທີ 20-23 ຕຸລາ 2025 ທີ່ຜ່ານມາ, ທ່ານ ແກ້ວວີສຸກ ໂສລະພົມ, ຮອງ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ນຳພາຄະນະ ເຂົ້າຮ່ວມງານສັບປະດາສາກົນດ້ານໄຊເບີ (Singapore International Cyber Week (SICW)) ແລະ ກອງປະຊຸມລັດຖະມົນຕີອາຊຽນດ້ານ​ຄວາມ​ປອດ​ໄພ​ໄຊ​ເບີ (ASEAN Ministerial Conference on Cybersecurity (AMCC)) ຄັ້ງທີ 10 ທີ່ປະເທດ ສິງກະໂປ, ຈັດ​ຂຶ້ນ​ໂດຍ ​ອົງ​ການ​ຄວາມ​ປອດ​ໄພ​ທາງ​ໄຊ​ເບີ ຂອງ​ສິ​ງ​ກະ​ໂປ (Cyber Security Agency of Singapore) ພາຍ​ໃຕ້​ຫົວ​ຂໍ້ແນວຄິດ: “ການກໍານົດຍຸກຕໍ່ໄປຂອງຄວາມປອດໄພໄຊເບີໂລກ Shaping the Next Era of Global Cybersecurity”, ຊຶ່ງງານດັ່ງກ່າວປະກອບມີຫຼາຍກິດຈະກຳເປັນຕົ້ນແມ່ນ ກອງປະຊຸມທາງດ້ານວິຊາການ, ການເສວະນາວຽກງານຄວາມປອດໄພໄຊເບີ, ການວາງສະແດງເຕັກໂນໂລຊີດິຈິຕອນ, ການແຂ່ງຂັນເຈາະລະບົບ, ການຝືກຊ້ອມແກ້ໄຂສຸກເສີນທາງໄຊເບີ ແລະ ກິດຈະກຳອື່ນໆປີ່ນອ້ອມ, ພິເສດແມ່ນກອງປະຊຸມ AMCC ໂດຍການເປັນປະທານຂອງ ທ່ານ ນາງ Joesphine Teo, ລັດຖະມົນຕີ ກະຊວງຂໍ້ມູນຂ່າວສານ ແລະ ການສື່ສານ ແລະ ລັດຖະມົນຕີທີ່ຮັບຜິດຊອບດ້ານຄວາມປອດໄພທາງໄຊເບີ ຂອງສິງກະໂປ, ມີຜູ້​ເຂົ້າ​ຮ່ວມຈາກບັນ​ດາລັດ​ຖະ​ມົນ​ຕີ​ດ້ານ​ໄອ​ຊີ​ທີ ແລະ ໄຊ​ເບີ​ອາ​ຊຽ​ນລວມທັງເລຂາທິການໃຫຍ່ອາຊຽນ, ອົງການຈັດຕັ້ງສາກົນ, ຜູ້ນຳຈາກບັນ​ດາອຸດສະຫະກຳ, ສະຖາບັນການສຶກສາ ແລະ ອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານ.

ໃນວາລະກອງປະຊຸມລະດັບລັດຖະມົນຕີນັ້ນ ໄດ້ຢືນຢັນຄືນໃໝ່ຢ່າງໜັກແໜ້ນ ເຖິງຄວາມສຳຄັນຂອງ ຄວາມປອດໄພທາງໄຊເບີ, ບໍ່ພຽງແຕ່ເປັນຂໍ້ກັງວົນດ້ານຄວາມໝັ້ນຄົງແຫ່ງຊາດທີ່ສຳຄັນເທົ່ານັ້ນ, ແຕ່ຍັງເປັນປັດໄຈຫຼັກ ທີ່ຊ່ວຍໃຫ້ພາກພື້ນສາມາດເກັບກ່ຽວຜົນປະໂຫຍດຈາກການຫັນເປັນດິຈິຕອນ ແລະ ເສດຖະກິດດິຈິຕອນ. ຜູ້ເຂົ້າຮ່ວມໄດ້ສືບຕໍ່ຈາກການສົນທະນາໃນກອງປະຊຸມ AMCC ຄັ້ງທີ່ຜ່ານມາ ເພື່ອແລກປ່ຽນທັດສະນະກ່ຽວກັບພູມສັນຖານໄພຄຸກຄາມທາງໄຊເບີຂອງພາກພື້ນ ແລະ ທົ່ວໂລກທີ່ມີການປ່ຽນແປງ, ຮັບຮູ້ໄດ້ເຖິງລະດັບໄພຄຸກຄາມທາງໄຊເບີທີ່ເພີ່ມສູງຂຶ້ນ, ລວມທັງການເກີດຂຶ້ນຂອງໄພຄຸກຄາມໃໝ່ທີ່ມີຄວາມຊັບຊ້ອນ ແລະ ທັນສະໄໝຕໍ່ພື້ນຖານໂຄງລ່າງຂໍ້ມູນຂ່າວສານທີ່ສຳຄັນ (Critical Information Infrastructure-CII), ການລະບາດຂອງ ແຣນຊຳແວຣ໌ (ransomware), ໄພຄຸກຄາມທາງໄຊເບີທີ່ເປີດໃຊ້ງານດ້ວຍ ປັນຍາປະດິດ (AI), ໄພຄຸກຄາມທາງຄວາມປອດໄພທາງໄຊເບີທີ່ກ່ຽວຂ້ອງກັບ ອິນເຕີເນັດແຫ່ງພະສິ່ງຕ່າງໆ (IoT) ແລະ ການຫຼອກລວງທາງໄຊເບີ, ໄພຄຸກຄາມເຫຼົ່ານີ້ໄດ້ສົ່ງຜົນກະທົບຕໍ່ຫຼາຍຂະແໜງການໃນທົ່ວອາຊຽນ ແລະ ພາກພື້ນ ເຊັ່ນ: ການເງິນ, ສາທາລະນະສຸກ, ການຂົນສົ່ງ ແລະ ອື່ນໆ.

ຕໍ່ກັບບັນຫາ ແລະ ສິ່ງທ້າທາຍເຫຼົ່ານັ້ນ ທີ່ປະຊຸມເຫັນໄດ້ເຖິງຄວາມສຳຄັນຂອງການຮ່ວມມືລະຫວ່າງກຸ່ມອາຊຽນ ແລະ ບັນດາປະເທດຄູ່ຮ່ວມເຈລະຈາ ເພື່ອຮັບມືຕ້ານໄພຄຸມຄາມທາງໄຊເບີ ດ້ວຍການເສີມສ້າງຄວາມເຂັ້ມແຂງການຮ່ວມມືດ້ານຄວາມປອດໄພທາງໄຊເບີໃນພາກພື້ນທີ່ມີຢູ່ແລ້ວ, ລວມທັງການປະສານງານ ແລະ ຂໍ້ລິເລີ່ມການສ້າງຄວາມສາມາດໃຫ້ປະເທດສະມາຊິກອາຊຽນ, ໃນດ້ານນີ້ ຜູ້ເຂົ້າຮ່ວມໄດ້ສະແດງຄວາມຍິນດີຕໍ່ການສ້າງຕັ້ງ ແລະ ການດຳເນີນງານຂອງທີມງານຮັບມືເຫດສຸກເສີນຄອມພິວເຕີລະດັບພາກພື້ນອາຊຽນ (ASEAN Regional Computer Emergency Response Team - CERT) ທີ່ສິງກະໂປ ແລະ ການຈັດຕັ້ງປະຕິບັດ ກົນໄກການແລກປ່ຽນຂໍ້ມູນຂ່າວສານຂອງອາຊຽນ (ASEAN Regional CERT Information Sharing Mechanism - ISM) ເພື່ອອຳນວຍຄວາມສະດວກໃນການແລກປ່ຽນຂໍ້ມູນຂ່າວສານ CERT ທີ່ກ່ຽວຂ້ອງກັບໄພຄຸກຄາມທາງໄຊເບີ ແລະ ເຫດການຕ່າງໆ ຢ່າງທັນການໃນບັນດາປະເທດສະມາຊິກອາຊຽນ ເພື່ອສະໜັບສະໜູນວຽກງານຂອງ CERT ແຫ່ງຊາດຕົນ.

ພ້ອມນີ້, ທ່ານຮອງລັດຖະມົນຕີ ກໍໄດ້ປະກອບຄຳເຫັນໂດຍ ເນັ້ນໃຫ້ເຫັນເຖິງ ຄຳໝັ້ນສັນຍາຮ່ວມກັນຂອງອາຊຽນຕໍ່ອະນາຄົດດິຈິຕອນທີ່ປອດໄພ. ໃນຂະນະທີ່ພາກພື້ນຂອງພວກເຮົາຫັນໄປສູ່ລະບົບດິຈິຕອນຢ່າງກວ້າງຂວາງ, ພວກເຮົາກໍຕ້ອງປະເຊີນໜ້າກັບໄພຄຸກຄາມທີ່ເພີ່ມຂຶ້ນ ແລະ ມີລັກສະນະຄ້າຍຄືກັນ ເລີ່ມແຕ່ ແຣນຊຳແວ (Ransomware), ການຫຼອກລວງ (scamming), ຈົນເຖິງການລັກຂໍ້ມູນ, ເຫຼົ່ານີ້ແມ່ນສິ່ງທ້າທາຍຮີບດ່ວນທີ່ຮຽກຮ້ອງໃຫ້ພວກເຮົາມີການຕອບຕ້ານຢ່າງໜັກແໜ້ນ.

ສປປ ລາວ ກໍໄດ້ລົງມືດຳເນີນການຢ່າງເດັດຂາດ ໂດຍໄດ້ຜ່ານກົດໝາຍວ່າດ້ວຍຄວາມປອດໄພໄຊເບີສະບັບໃໝ່, ກໍາລັງເລີ່ມຈັດຕັ້ງປະຕິບັດຍຸດທະສາດແຫ່ງຊາດກ່ຽວກັບ ປັນຍາປະດິດ (AI), ໄດ້ສ້າງຕັ້ງ ສູນປະຕິບັດການຄວາມປອດໄພໄຊເບີແຫ່ງຊາດ (SOC) ແລະ ສູນຕ້ານການຫຼອກລວງທາງອອນລາຍ (AOC) ເພື່ອຕ້ານໄພຄຸກຄາມຕ່າງໆ.

ທ່ານຍັງໃຫ້ຮູ້ຕື່ມວ່າ: ການຮ່ວມມືລະຫວ່າງອາຊຽນກັບ ຄູ່ຮ່ວມເຈລະຈາ ແມ່ນມີຄວາມສໍາຄັນຢ່າງຍິ່ງ ເພື່ອແກ້ໄຂບັນຫາໄຊເບີຮ່ວມກັນຢ່າງມີປະສິດທິພາບ ແລະ ປະສິດທິຜົນ ແລະ ກໍຍັງມີບາງຂໍ້ສະເໜີຄື: ສ້າງຕັ້ງພລັດຟອມທີ່ປອດໄພ ເພື່ອແລກປ່ຽນຂໍ້ມູນທາງໄຊເບີ ແລະ ຫຼັກການປະຕິບັດທີ່ດີທີ່ສຸດ, ສືບຕໍ່ສະໜັບສະໜູນໂຄງການສ້າງຄວາມສາມາດ ໃຫ້ແກ່ບັນດາປະເທດສະມາຊິກອາຊຽນ ແລະ ຄູ່ຮ່ວມເຈລະຈາ ເພື່ອເສີມສ້າງທັກສະ ແລະ ຄວາມຮູ້ດ້ານຄວາມປອດໄພທາງໄຊເບີ,ສົ່ງເສີມການຮັບຮອງເອົາຫຼັກການປະຕິບັດທີ່ດີທີ່ສຸດໃນລະດັບສາກົນ ກ່ຽວກັບການຄຸ້ມຄອງ ແລະ ລະບຽບການຄວາມປອດໄພທາງໄຊເບີ, ສ້າງຕັ້ງເວທີປຶກສາຫາລື ລະຫວ່າງລັດຖະບານ, ພາກເອກະຊົນ ແລະ ສະຖາບັນການສຶກສາ ເພື່ອປຶກສາຫາລືກ່ຽວກັບສິ່ງທ້າທາຍ ແລະ ວິທີແກ້ໄຂບັນຫາຄວາມປອດໄພທາງໄຊເບີ, ເຂົ້າຮ່ວມຢ່າງຫ້າວຫັນໃນເວທີປຶກສາຫາລື ແລະ ການລິເລີ່ມຕ່າງໆ ໃນລະດັບພາກພື້ນ ແລະ ສາກົນ ທີ່ກ່ຽວຂ້ອງກັບຄວາມປອດໄພທາງໄຊເບີ.

ພາບ ແລະ ເນື້ອໃນ: ກົມຄວາມປອດໄພທາງໄຊເບີ

 

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2023
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ