ພິທີເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ການສຶກສາຄວາມເປັນໄປໄດ້ ໃນການພັດທະນາພື້ນຖານໂຄງລ່າງດິຈິຕອນ ເພື່ອສົ່ງເສີມການພັດທະນາເສດຖະກິດດິຈິຕອນ ຂອງ ສປປ ລາວ

28/10/2025

ພິທີເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ການສຶກສາຄວາມເປັນໄປໄດ້ ໃນການພັດທະນາພື້ນຖານໂຄງລ່າງດິຈິຕອນ ເພື່ອສົ່ງເສີມການພັດທະນາເສດຖະກິດດິຈິຕອນ ຂອງ ສປປ ລາວ

ກົມເຕັກໂນໂລຊີດິຈິຕອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ຮ່ວມກັບ ບໍລິສັດ ອິນແປງກຣຸບ ຈຳກັດຜູ້ດຽວ ລົງນາມເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ການສຶກສາຄວາມເປັນໄປໄດ້ ໃນການພັດທະນາພື້ນຖານໂຄງລ່າງດິຈິຕອນ ເພື່ອສົ່ງເສີມການພັດທະນາເສດຖະກິດດິຈິຕອນ ແນ່ໃສ່ເພື່ອເປັນການຜັນຂະຫຍາຍ ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນແຫ່ງຊາດ ທີ່ສະພາແຫ່ງຊາດໄດ້ຮັບຮອງໄປແລ້ວນັ້ນໃຫ້ປາກົດເປັນຮູບປະທໍາ ໂດຍສະເພາະແມ່ນແຜນພັດທະນາເສດຖະກິດດິຈິຕອນແຫ່ງຊາດ ໃນຍຸດທະສາດທີ 2 ວ່າດ້ວຍ ການພັດທະນາພື້ນຖານໂຄງລ່າງ ແລະ ຍຸດທະສາດທີ 5 ວ່າດ້ວຍການພັດທະນາຜະລິດຕະພັນ ແລະ ການບໍລິການ ໃຫ້ປາກົດເປັນຮູບປະທໍາຢ່າງແທ້ຈິງ.

ຈຸດປະສົງຂອງການລົງນາມບົດບັນທຶກຄວາມເຂົ້າໃຈຄັ້ງນີ້ ກໍເພື່ອເປັນບ່ອນອີງໃຫ້ແກ່ສອງຝ່າຍ ເພື່ອຮ່ວມກັນສຶກສາຄວາມເປັນໄປໄດ້ໃນການພັດທະນາພື້ນຖານໂຄງລ່າງດິຈິຕອນທີ່ທັນສະໄໝ ໂດຍສະເພາະແມ່ນການນຳໃຊ້ ເຕັກໂນໂລຊີກຸ່ມຂໍ້ມູນຜູກພັນ (Blockchain) ແລະ ເຕັກໂນໂລຊີທີ່ກ່ຽວຂ້ອງ. ພາຍຫຼັງລົງນາມເຊັນບົດບັນທຶກຄວາມເຂົ້າໃຈຄັ້ງນີ້ແລ້ວ ທັງສອງຝ່າຍຈະໄດ້ຮ່ວມກັນສຶກສາຄວາມເປັນໄປໄດ້ໃນການສ້າງຕັ້ງ ສູນຄົ້ນຄວ້າ ແລະ ພັດທະນາເຕັກໂນໂລຊີກຸ່ມຂໍ້ມູນຜູກພັນແຫ່ງຊາດ (National Blockchain Research and Development Center) ເພື່ອເປັນສູນກາງບົ່ມເພາະ ແລະ ທົດລອງການນຳໃຊ້ເຕັກໂນໂລຊີກຸ່ມຂໍ້ມູນຜູກພັນ ເຂົ້າໃນຂະແໜງການຕ່າງໆ ຊຶ່ງຈະລວມມີການຄົ້ນຄວ້າພັດທະນາ ພື້ນຖານໂຄງລ່າງສູນເຕັກໂນໂລຊີກຸ່ມຂໍ້ມູນຜູກພັນ (Blockchain Center) ໃຫ້ໄດ້ມາດຕະຖານສາກົນ (ເຊັ່ນ: Tier III+) ເພື່ອຮອງຮັບຂໍ້ມູນທີ່ສຳຄັນຂອງລັດ ແລະ ພື້ນຖານໂຄງລ່າງດ້ານດິຈິຕອນທີ່ສຳຄັນອື່ນໆ, ໂດຍເນັ້ນໜັກໃສ່ມາດຕະຖານຄວາມປອດໄພທາງໄຊເບີ ແລະ ການຄຸ້ມຄອງຂໍ້ມູນ; ສຶກສາຄວາມເປັນໄປໄດ້ໃນການນໍາໃຊ້ແຫຼ່ງພະລັງງານທົດແທນ ຫຼື ພະລັງງານສະອາດ ເພື່ອສະໜອງໃຫ້ແກ່ພື້ນຖານໂຄງລ່າງດິຈິຕອນດັ່ງກ່າວ ເຊັ່ນ: Blockchain Center ແລະ Blockchain R&D Center ເພື່ອຮັບປະກັນການດໍາເນີນງານຢ່າງຍືນຍົງ ແລະ ມີຄວາມຮັບຜິດຊອບຕໍ່ສິ່ງແວດລ້ອມ; ສຶກສາຄວາມເປັນໄປໄດ້ໃນການພັດທະນາລະບົບໄຟຟ້າສຳຮອງ ແລະ ແຜນສຳຮອງຂໍ້ມູນ/ລະບົບ (Disaster Recovery Plan) ທີ່ນໍາໃຊ້ພະລັງງານສະອາດ/ທົດແທນເຂົ້າຊ່ວຍ ເພື່ອຮັບປະກັນໃນການຮັກສາ ແລະ ຄຸ້ມຄອງຂໍ້ມູນຂອງພື້ນຖານໂຄງລ່າງດິຈິຕອນທີ່ສຳຄັນຂອງຊາດ ເພື່ອໃຫ້ສາມາດດໍາເນີນການຢ່າງຕໍ່ເນື່ອງໃນທຸກສະຖານະການ; ສຶກສາຄວາມເປັນໄປໄດ້ໃນການສ້າງໂຄງການທົດລອງ ຮ່ວມກັບໜ່ວຍງານຄຸ້ມຄອງທີ່ກ່ຽວຂ້ອງ ເຊັ່ນ: ທະນາຄານແຫ່ງປະເທດລາວ, ກະຊວງການເງິນ ທີ່ນໍາໃຊ້ເຕັກໂນໂລຊີກຸ່ມຂໍ້ມູນຜູກພັນ ແລະ ເຕັກໂນໂລຊີການເງິນ (FinTech) ເຊັ່ນ: ການພັດທະນາລະບົບການຊໍາລະ ແລະ ການໂອນຍ້າຍມູນຄ່າແບບດິຈິຕອນ ທີ່ປອດໄພ, ໂປ່ງໃສ ແລະ ມີປະສິດທິພາບ, ການຄົ້ນຄວ້າກ່ຽວກັບການອອກ ແລະ ນຳໃຊ້ຊັບສິນດິຈິຕອນ (Digital Asset) ໃນຂອບເຂດທີ່ໄດ້ຮັບອະນຸຍາດ.​ ພ້ອມນັ້ນ, ຍັງຈະໄດ້ພ້ອມກັນດຳເນີນການສຶກສາຄົ້ນຄວ້າ ສ້າງຮ່າງນິຕິກຳ, ຮ່າງແຜນຍຸດທະສາດ ແລະ ຮ່າງນະໂຍບາຍສະເພາະ ເພື່ອສະໜັບສະໜູນການຈັດຕັ້ງປະຕິບັດໂຄງການທົດລອງ ແລະ ການພັດທະນາພື້ນຖານໂຄງລ່າງດິຈິຕອນໃນອະນາຄົດ ໂດຍໃຫ້ມີການປຶກສາຫາລືກັບທຸກພາກສ່ວນທີ່ກ່ຽວຂ້ອງ.

ພິທີລົງນາມບົດບັນທຶກຄວາມເຂົ້າໃຈດັ່ງກ່າວ ໄດ້ຈັດຂຶ້ນໃນຕອນແລງຂອງວັນທີ 23 ຕຸລາ 2025 ທີ່່ຜ່ານມາ, ຊຶ່ງຕາງໜ້າກົມເຕັກໂນໂລຊີດິຈິຕອນແມ່ນ ທ່ານ ປະສິດທິເດດ ຫຼວງວິໄລ, ຮັກສາການ ຮອງຫົວໜ້າກົມເຕັກໂນໂລຊີດິຈິຕອນ ແລະ ຕາງໜ້າ ບໍລິສັດ ອິນແປງກຣຸບ ຈຳກັດຜູ້ດຽວ ແມ່ນ ທ່ານ ແອັດ ພັນນີວົງ, ປະທານບໍລິສັດ ອິນແປງກຣຸບ ຈຳກັດຜູ້ດຽວ, ຮ່ວມລົງນາມເປັນພະຍານແມ່ນ ທ່ານ ພວງປະເສີດ ແກ້ວສຸວັນ, ຫົວໜ້າຫ້ອງການ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ທ່ານ Qazi Ahmad Mukhtar, ປະທານບໍລິສັດ SGCPAY (AUS) Limited ໂດຍມີທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ບັນດາທ່ານຮອງລັດຖະມົນຕີ, ຕາງໜ້າຈາກກົມ/ທຽບເທົ່າ ພາຍໃນກະຊວງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

 

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2023
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ