29/10/2025
ໃນວັນທີ 24 ຕຸລາ 2025 ນີ້, ທີ່ສະໂມສອນ ຂອງຄະນະເສດຖະສາດ ແລະ ບໍລິຫານທຸລະກິດ, ມະຫາວິທະຍາໄລແຫ່ງຊາດ, ກົມໄປສະນີ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສໍາເລັດການຈັດກອງປະຊຸມປາຖະກະຖາ ສະເຫຼີມສະຫຼອງວັນໄປສະນີໂລກຄົບຮອບ 151 ປີ (09 ຕຸລາ 1874 – 09 ຕຸລາ 2025). ໂດຍການເຂົ້າຮ່ວມເປັນປະທານກ່າວປິດ ໂດຍ ທ່ານ ໄຊລືຊາ ອິນສີຊຽງໃໝ່, ຮອງລັດຖະມົນຕີ ກຕສ ມີທ່ານ ຈັນທະວີພອນ ເຄືອບຄໍາວອນ, ຫົວໜ້າກົມໄປສະນີ, ບັນດາທ່ານ ຄະນະກົມ, ສະຖາບັນ ແລະ ສູນ, ບັນດາທ່ານຄະນະພາກວິຊາ ຂອງມະຫາວິທະຍາໄລແຫ່ງຊາດ ແລະ ທ່ານອຳນວຍການບັນດາຜູ້ປະກອບການຂະແໜງການໄປສະນີ ພ້ອມທັງບັນດານ້ອງນັກສຶກສາ ເຂົ້າຮ່ວມ.
ຈຸດປະສົງ ຂອງການຈັດກອງປະຊຸມປະຖະກະຖາ ສະເຫຼີມສະຫຼອງວັນໄປສະນີໂລກໃນຄັ້ງນີ້ ແມ່ນເພື່ອເປັນສະແດງໃຫ້ເຫັນເຖິງຄວາມສຳຄັນຂອງການໄປສະນີໃນການເຊື່ອມໂຍງຜູ້ຄົນ ແລະ ໂລກໃບນີ້ເຂົ້າດ້ວຍກັນ, ພ້ອມທັງເປັນໂອກາດໃຫ້ບຸກຄະລາກອນໄປສະນີ ໄດ້ທົບທວນ ແລະ ລໍາລຶກເຖິງພາລະກິດທີ່ສຳຄັນຂອງຕົນໃນການຮັບໃຊ້ປະຊາຊົນ. ພ້ອມນັ້ນ, ຍັງເປັນເວທີໃຫ້ມີການແລກປ່ຽນຄວາມຮູ້ ແລະ ປະສົບການລະຫວ່າງຜູ້ປະກອບການໄປສະນີ ແລະ ປະຊາຊົນ, ການນຳສະເໜີທາງເຕັກໂນໂລຊີໃໝ່ໆ ແລະ ການຂະຫຍາຍຄວາມຮ່ວມມືກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອການພັດທະນາທີ່ຍືນຍົງ ແລະ ທັນສະໄໝໃຫ້ແກ່ຂະແໜງການໄປສະນີຂອງປະເທດ. ພ້ອມນີ້, ບັນດາຜູ້ເຂົ້າຮ່ວມ ໄດ້ຮັບຊົມວີດີໂອຂອງຄະນະເລຂາທິການໃຫຍ່ ສະຫະພາບໄປສະນີສາກົນ (UPU) ແລະ ໄດ້ຮັບຮູ້ກ່ຽວກັບປະຫວັດຄວາມເປັນມາຂອງວັນໄປສະນີ, ເຂົ້າໃຈຄວາມສໍາຄັນຂອງພາກໄປສະນີຕ່າງໆ ທີ່ມີບົດບາດໃນການເຊື່ອມໂຍງປະເທດຕ່າງໆໃຫ້ເປັນໜຶ່ງດຽວ, ໄດ້ຮັບຟັງການບັນບາຍ ຈາກບັນດາຜູ້ປະກອບການຂອງພາກໄປສະນີ ກ່ຽວກັບການພັດທະນາວິທະຍາການ, ວິວັດທະນາການ, ຄວາມສໍາເລັດທາງທຸລະກິດ ເພື່ອເປັນການແລກປ່ຽນປະສົບການຮ່ວມກັນ ແລະ ເຂົ້າໃຈເຖິງຄວາມສໍາຄັນຂອງການສື່ສານທາງໄປສະນີ, ການຈັດສົ່ງເອກະສານ, ພັດສະດຸ ແລະ ບົດບາດທີ່ມີຕໍ່ການພັດທະນາສັງຄົມ ແລະ ທຸລະກິດທົ່ວໂລກ ເພື່ອເປັນແນວທາງໃນການພັດທະນາພາກໄປສະນີຂອງປະເທດໃນອະນາຄົດ.
ຕອນທ້າຍ ທ່ານ ໄຊລືຊາ ອິນສີຊຽງໃໝ່ ໄດ້ກ່າວວ່າ: ໃນ ສປປ ລາວ ສະພາບຂອງໄປສະນີ ໄດ້ມີການພັດທະນາເຕີບໂຕໃນລະບົບການຂົນສົ່ງພັດສະດຸ ເພື່ອຮອງຮັບຄ້າອອນລາຍ ແລະ ການຈັດສົ່ງເອກະສານ. ບັນດາຜູ້ປະກອບໄປສະນີ ເຊັ່ນ: ບໍລິສັດໄປສະນີລາວ, ຮຸ່ງອາລຸນ, ສະຕາໂທລະຄົມ (Unitel), ອານຸສິດ, ມີໄຊ ໄດ້ພັດທະນາລະບົບການຂົນສົ່ງພັດສະດຸ ເພື່ອເຊື່ອມໂຍງການຂົນສົ່ງພາຍໃນ ແລະ ລະຫວ່າງແຂວງຕ່າງໆ ລວມທັງລະຫວ່າງປະເທດ ເພື່ອສົ່ງເສີມການຄ້າອອນລາຍ ໂດຍສະເພາະແມ່ນປະເທດທີ່ມີຊາຍແດນຕິດຈອດ ເຊັ່ນ: ຈີນ, ໄທ, ຫວຽດນາມ. ນອກນັ້ນ, ບັນດາຜູ້ປະກອບໄປສະນີ ຍັງໄດ້ຂະຫຍາຍບໍລິການຂອງຕົນໄປສູ່ການໂອນເງິນ, e-Commerce ແລະ ການຈັດສົ່ງດ່ວນ (express) ເພື່ອສະໜອງໃຫ້ສອດຕ່ອງກັບຕົວຈິງໃນການຄ້າອອນລາຍໃນລະດັບພາກພື້ນອາຊຽນ. ດ້ວຍຄວາມພະຍາຍາມເຫຼົ່ານີ້ ຂະແໜງໄປສະນີ ໃນ ສປປ ລາວ ກໍ່ເປັນຕົວເລື່ອງສຳຄັນ ທີ່ຊ່ວຍສົ່ງເສີມການຄ້າ, ສະໜອງຄວາມສະດວກ ແລະ ເຊື່ອມໂຍງລະດັບພາກພື້ນໃນໄປສະນີທຸກປະເທດ. ສະນັ້ນ, ວັນໄປສະນີໂລກນີ້ ໄດ້ເປັນໂອກາດໃນການສະແດງຄວາມຮູ້ບຸນຄຸນ ແລະ ຄວາມພາກພູມໃຈຂອງບຸລຸດໄປສະນີ ແລະ ຜູ້ປະກອບການໄປສະນີທົ່ວໂລກ ທີ່ໄດ້ສ້າງການເຊື່ອມໂຍງລະຫວ່າງມະນຸດເຮົາ, ທຸກຊາດທຸກພາສາໃນທົ່ວໂລກເຊື່ອມໂຍງເຂົ້າດ້ວຍກັນ. ທຸກຄວາມພະຍາຍາມ ແລະ ຄວາມອຸທິດຕົນນີ້ ໄດ້ປະກອບກັນເຮັດໃຫ້ລະບົບການໄປສະນີໂລກມີການພັດທະນາເປັນລະດັບສາກົນ ແລະ ສາມາດຮອງຮັບຄວາມຕ້ອງການຂອງປະຊາຊົນ, ທຸລະກິດ ແລະ ອົງການຕ່າງໆໄດ້ຢ່າງດີຂຶ້ນ.

