03/11/2025
            
        
            ໃນຕອນບ່າຍຂອງວັນທີ 31 ຕຸລາ 2025, ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ມອບຄອມພິວເຕີຕັ້ງໂຕະ ຈຳນວນ 05 ຊຸດ ແລະ ປື້ມບົດຮຽນ ກ່ຽວກັບ ຄວາມຮູ້ພື້ນຖານການຫັນເປັນດິຈິຕອນ ຈຳນວນ 05 ຊຸດ ລວມມູນຄ່າ 74,625,000 ກີບ ໃຫ້ແກ່ອົງການກາແດງແຫ່ງຊາດລາວ. ໃຫ້ກຽດກ່າວມອບໂດຍ ທ່ານ ໄຊຊະນະ ສິດທິພອນ, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ຮັບໂດຍ ທ່ານ ຮສ.ປອ.ດຣ. ນາງ ຈັນຖະໜອມ ມະນີທິບ, ຮອງປະທານອົງການກາແດງແຫ່ງຊາດລາວ, ໂດຍໃຫ້ກຽດເປັນສັກຂີພະຍານຂອງ ທ່ານ ຄຳລາວັນ ຈັນທະລາວັນ, ປະທານອົງການກາແດງແຫ່ງຊາດລາວ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງຈາກສອງຝ່າຍ.
ໃນໂອກາດນີ້, ທ່ານ ຄຳລາວັນ ຈັນທະລາວັນ, ປະທານອົງການກາແດງແຫ່ງຊາດລາວ ໄດ້ມີຄຳເຫັນສະແດງຄວາມຊົມເຊີຍ ແລະ ຂອບໃຈຢ່າງສູງ ຕໍ່ກະຊວງເຕັກໂນໂລຊີ ແລະ ການສື່ສານ ທີ່ໄດ້ໃຫ້ການສະໜັບສະໜູນອົງການກາແດງແຫ່ງຊາດລາວໃນຄັ້ງນີ້ ເຊິ່ງເປັນການສະແດງໃຫ້ເຫັນເຖິງຄວາມຮ່ວມມື ແລະ ຊ່ວຍເຫຼືອອຸປະກອນທາງດ້ານເຕັກໂນໂລຊີເຂົ້າໃນວຽກງານວິຊາສະເພາະຂອງ ອົງການກາແດງແຫ່ງຊາດລາວ.


 

