ຮອງລັດຖະມົນຕີ ກຕສ ເຂົ້າຮ່ວມກອງປະຊຸມ AI-Driven Governance

10/11/2025

ຮອງລັດຖະມົນຕີ ກຕສ ເຂົ້າຮ່ວມກອງປະຊຸມ AI-Driven Governance

ໃນວັນທີ 28 ຕຸລາ 2025, ທີ່ນະຄອນໂຊ, ສ.ເກົາຫຼີ, ທ່ານ ແກ້ວວິສຸກ ໂສລະພົມ ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ນຳພາຄະນະ ເຂົ້າຮ່ວມກອງປະຊຸມສຳມະນາ ພາຍໃຕ້ຫົວຂໍ້: ການຂັບເຄື່ອນລັດຖະບານດ້ວຍລະບົບປັນຍາປະດິດ ເນັ້ນໃສ່ກໍລະນີສຶກສາຂອງ ສ.ເກົາຫຼີ “AI-Driven Governance: Korea’s Practices in Focus”. ຊຶ່ງຈັດຂຶ້ນພາຍໂດຍການຮ່ວມມືຂອງ ກອງທຶນການພັດທະນາແຫ່ງສະຫະປະຊາຊາດ UNDP, ສູນການບໍລິການພົນລະເມືອງຂອງອາສຕານາ  (ACSH) ກະຊວງພາຍໃນ ແລະ ຄວາມປອດໄພ (MOIC), ແລະ ອົງການສະມາຄົມຂໍ້ມູນຂ່າວສານແຫ່ງຊາດ ສ.ເກົາ”ີ(NIA), ແລະ ກອງປະຊຸມຂອງອົງການຮ່ວມມີທາງເສດຖະກິດ ແລະ ການພັດທະນາ ວ່າດ້ວຍລັດຖະບານດິຈິຕອນ

ໃນເວທີ ສຳມະນາ ດັ່ງກ່າວ, ທ່ານ ແກ້ວວິສຸກ ໂສລະພົມ ໄດ້ເປັນຕົວແທນ 12 ປະເທດໃນພູມພາກ ອາຊີປາຊິຟິກ ຂຶ້ນກ່າວເປີດພິທີ. ທ່ານໄດ້ກ່າວຈຸດປະສົງ. ເປົ້າໝາຍ ຂອງກອງປະຊູມສຳມະນາໃນຄັ້ງນີ້ ເພື່ອການແລກປ່ຽນຄວາມຮູ້ ແລະ ປະສົບການດ້ານການບໍລິຫານລັດດ້ວຍລະບົບປັນຍາປະດິດ (AI) ກັບບັນດາປະເທດພາກພື້ນ ເພື່ອຍົກລະດັບການ ຄຸ້ມຄອງ-ບໍລິການພາກລັດ ໃຫ້ມີປະສິດທິພາບ, ປະສິດທິຜົນ ແລະ ຄວາມໂປ່ງໃສ. ທ່ານໄດ້ກ່າວຕື່ມບາງຕອນວ່າ “ປັນຍາປະດິດ ບໍ່ແມ່ນພຽງວິໄສທັດໃນອະນາຄົດ ແຕ່ມັນໄດ້ກາຍເປັນເຄື່ອງມືທີ່ສໍາຄັນ ໃນການກໍານົດຮູບແບບການໃຫ້ບໍລິການຂອງລັດ ແລະ ການມີສ່ວນຮ່ວມຂອງປະຊາຊົນໃນປະຈຸບັນ ໃນການພັດທະນາໂຊລູຊັນ ຂອງ AI, ສົ່ງເສີມການເຂົ້າເຖິງ ບໍລິການລັດແບບດິຈິຕອນ ແລະ ການຈັດການຂໍ້ມູນແບບເປີດ ເຊີ່ງເປັນແບບຢ່າງ ທີ່ດີໃຫ້ແກ່ທຸກປະເທດ.

:

ໃນໂອກາດດັ່ງກ່າວ, ທ່ານ ປອ. ທະວີສັກ ມະໂນທັມ, ຫົວໜ້າສູນບໍລິຫານລັດດິຈິຕອນ, ກຕສ ຍັງໄດ້ຕາງໜ້າ ສປປ ລາວ ຂຶ້ນລາຍງານສະພາບການພັດທະນາລະບົບປັນຍາປະດິດ (AI) ຢູ່ລາວ ແລະ ຂຶ້ນຮ່ວມເສວະນາ (Panelist) ເພື່ອແລກປ່ຽນປະສົບການ ໃນການພັດທະນາ AI, ຄວາມສ່ຽງ ແລະ ແຜນການພັດທະນາໃນຕໍ່ໜ້າ ເພື່ອເຮັດໃຫ້ມີຄວາມຍືນຍົງ.

ກອງປະຊຸມສຳມະນາດັ່ງກ່າວ ໄດ້ມີຄວາມສຳຄັນຫຼາຍ ແລະ ສ້າງໂອກາດໃຫ້ບັນດາປະເທດທີ່ກຳລັງພັດທະນາ ໂດຍສະເພາະ ສປປ ລາວ ໄດ້ມີໂອກາດ ມາແລກປ່ຽນ ແລະ ປຶກສາຫາລື ໃນວຽກງານ ການພັດທະນາ AI ເພື່ອຄວາມຍືນຍົງ ແລະ ໃຫ້ມີການຂະຫຍາຍຕົວສູງ ໃນລະດັບພູມມິພາກ ແລະ ຍັງເປັນໂອກາດ ໃນການຍາດແຍ່ງການຊ່ວຍເຫຼືອ ຈາກ ສ.ເກົາຫຼີ, UNDP, ແລະ OECD ນຳອີກດ້ວຍ.

ພາບ ແລະ ຂ່າວ: ສູນບໍລິຫານລັດດິຈິຕອນ.

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2023
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ