ກອງປະຊຸມສຳມະນາ ກ່ຽວກັບການຄຸ້ມຄອງປັນຍາປະດິດ ພາຍໃຕ້ຫົວຂໍ້ “ປັນຍາປະດິດໃນພາກລັດ ແລະ ພາກການສຶກສາ”

10/11/2025

ກອງປະຊຸມສຳມະນາ ກ່ຽວກັບການຄຸ້ມຄອງປັນຍາປະດິດ ພາຍໃຕ້ຫົວຂໍ້ “ປັນຍາປະດິດໃນພາກລັດ ແລະ ພາກການສຶກສາ”

ສະຖາບັນຄົ້ນຄວ້ານຳໃຊ້ເຕັກໂນໂລຊີອັດສະລິຍະ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຮ່ວມກັບ ໜ່ວຍງານປັນຍາປະດິດ ຈາກ ປະເທດ ສິງກະໂປ (AI Singapore (AISG))  ໄດ້ຈັດກອງປະຊຸມສຳມະນາ ກ່ຽວກັບການຄຸ້ມຄອງປັນຍາປະດິດ ພາຍໃຕ້ຫົວຂໍ້ “ປັນຍາປະດິດໃນພາກລັດ ແລະ ພາກການສຶກສາ” ຂຶ້ນໃນຕອນເຊົ້າຂອງວັນທີ 29 ຕຸລາ 2025 ທີ່ຜ່ານມາ, ທີ່ໂຮງແຮມ ຮໍລີເດອິນ, ໃຫ້ກຽດເປັນປະທານ ແລະ ກ່າວເປີດກອງປະຊຸມ ໂດຍ ທ່ານ ໄຊຊະນະ ສິດທິພອນ, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ຊຶ່ງມີຮອງຫົວໜ້າສະຖາບັນຄົ້ນຄວ້ານຳໃຊ້ເຕັກໂນໂລຊີອັດສະລິຍະ, ນັກວິທະຍາກອນປັນຍາປະດິດຈາກປະເທດ ສິງກະໂປ, ຕາງໜ້າຈາກບັນດາກົມ/ທຽບເທົ່າ ພາຍໃນ ກຕສ, ຕາງໜ້າຈາກອົງການຈັດຕັ້ງພັກ-ລັດ, ບັນດາອົງການຈັດຕັ້ງສາກົນ, ສະຖາບັນການສຶກສາ ແລະ ບັນດາບໍລິສັດເອກະຊົນ ທີ່ກ່ຽວຂ້ອງ ເຂົ້າຮ່ວມ ຈຳນວນ 40 ທ່ານ.

ຈຸດປະສົງຂອງກອງປະຊຸມສຳມະນາໃນຄັ້ງນີ້ ເພື່ອການຄຸ້ມຄ້ອງ ແລະ ການສຶກສາ ດ້ານປັນຍາປະດິດ ຂອງ ສປປ ລາວ. ປັດຈຸບັນ, ປັນຍາປະດິດ (AI) ນັບມື້ນັບໄດ້ຖືກນໍາໃຊ້ໃນຊີວິດປະຈໍາວັນຂອງຄົນເຮົາຢ່າງກວ້າງຂວາງ ແລະ ຂະຫຍາຍຕົວຢ່າງວ່ອງໄວ,         ກໍາລັງກາຍມາເປັນຕົວຂັບເຄື່ອນສໍາຄັນຂອງການຜະລິດ ແລະ ການເຕີບໃຫຍ່ຂະຫຍາຍໂຕຢ່າງໄວວາໃນຂະແຫນງການຕ່າງໆ ເຊັ່ນ: ຂະແໜງກະສິກໍາ, ອຸດສາຫະກໍາ, ການແພດ, ການສຶກສາ, ການຂົນສົ່ງ ແລະ ອື່ນໆ ເພື່ອຊ່ວຍໃຫ້ພວກເຮົາສາມາດກ້າວຂ້າມຂໍ້ຈຳກັດທີ່ເຄີຍມີ ແລະ ສົ່ງເສີມການເຊື່ອມຕໍ່ກັບພາກພື້ນ ແລະ ສາກົນ ໄດ້ຢ່າງໃກ້ຊິດກວ່າເກົ່າ. ແຕ່ເຖິງຢ່າງໃດກໍຕາມ, ສປປ ລາວ ກໍໄດ້ຮັບຮູ້ເຖິງສິ່ງທ້າທາຍຂອງປັນຍາປະດິດ ເປັນຕົ້ນແມ່ນ ຄວາມກັງວົນດ້ານຈັນຍາບັນ, ຄວາມຮັບຜິດຊອບ ແລະ ຄວາມປອດໄພ ທີ່ຮຽກຮ້ອງໃຫ້ມີການຄຸ້ມຄອງຢ່າງເໝາະສົມ ເພື່ອປ້ອງກັນການນຳໃຊ້ເຕັກໂນໂລຊີປັນຍາປະດິດ ໄປໃນທາງທີ່ຜິດ. ຄວາມທ້າທາຍອັນສຳຄັນອີກປະການໜຶ່ງແມ່ນການຄອບງຳເຕັກໂນໂລຊີປັນຍາປະດິດ ໂດຍປະເທດໃດປະເທດໜຶ່ງ, ເຊິ່ງຈະສົ່ງຜົນກະທົບຕໍ່ບັນດາປະເທດກຳລັງພັດທະນາ ແລະ ເຮັດໃຫ້ຊ່ອງວ່າງດ້ານເຕັກໂນໂລຊີກວ້າງຂຶ້ນ.  ດັ່ງນັ້ນ, ເພື່ອໃຫ້ມີແນວທາງການພັດທະນາທີ່ຊັດເຈນ, ສປປ ລາວ ຈຶ່ງໄດ້ເລີ່ມກະກຽມຮ່າງແຜນຍຸດທະສາດປັນຍາປະດິດແຫ່ງຊາດ ເພື່ອແນໃສ່ເຮັດໃຫ້ການພັດທະນາ ແລະ ນຳໃຊ້ປັນຍາປະດິດ ເປັນໄປຢ່າງປອດໄພ, ມີຄວາມຮັບຜິດຊອບ, ທຸກຄົນມີສ່ວນຮ່ວມ ແລະ ເປັນປະໂຫຍດຕໍ່ປະເທດຊາດທີ່ສຸດ. 

ກອງປະຊຸມໃນຄັ້ງນີ້ ກໍຖືເປັນໂອກາດອັນດີຂອງ ສປປ ລາວ ທີ່ໄດ້ຮຽນຮູ້ ແລະ ເຂົ້າໃຈກ່ຽວກັບການຄຸ້ມຄອງ ແລະ ການບໍລິຫານຈັດການ ດ້ານຍຸດທະສາດການພັດທະນາ ແລະ ການສຶກສາ ທີ່ກ່ຽວພັນກັບວຽກງານ ປັນຍາປັນຍາປະດິດ ຂອງ ປະເທດ ສິງກະໂປ, ມີທ່າແຮງບົ່ມຊ້ອນອັນຫຼາກຫຼາຍໃນການຮ່ວມມືກັນ ເປັນຕົ້ນແມ່ນການຮ່ວມມືດ້ານການຄົ້ນຄວ້າ ແລະ ພັດທະນາເຕັກໂນໂລຊີປັນຍາປະດິດ, ການຮ່ວມມືດ້ານການສຶກສາ ແລະ ການຍົກລະດັບຂີດຄວາມສາມາດດ້ານທັກສະໃຫ້ແກ່ ສປປ ລາວ.

ຂ່າວ: ສະຖາບັນຄົ້ນຄວ້ານໍາໃຊ້ເຕັກໂນໂລຊີອັດສະລິຍະ

 

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2023
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ