ປຶກສາຫາລື ແຜນດໍາເນີນງານຕ້ານການຕົວະຍົວະຫຼອກລວງ ທາງອອນລາຍ

10/11/2025

ປຶກສາຫາລື ແຜນດໍາເນີນງານຕ້ານການຕົວະຍົວະຫຼອກລວງ ທາງອອນລາຍ

ໜ່ວຍງານຕ້ານການຫຼອກລວງທາງອອນລາຍ, ຄະນະກໍາມະການຄຸ້ມຄອງອິນເຕີເນັດແຫ່ງຊາດ (ຄຄອຊ) ໄດ້ຈັດກອງປະຊຸມປຶກສາຫາລື ແຜນດໍາເນີນງານ ໜ່ວຍງານຕ້ານການຫຼອກລວງ ທາງອອນລາຍ ຂຶ້ນໃນເດືອນ ຕຸລາ ທີ່ຜ່ານມາ, ໂດຍມີຕາງໜ້າບັນດາກົມ ພາຍໃນ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ກະຊວງປ້ອງກັນຄວາມສະຫງົບ, ທະນາຄານ ແຫ່ງ ສປປ ລາວ, ບັນດາບໍລິສັດ ໂທລະຄົມມະນາຄົມ, ບັນດາທະນາຄານທຸລະກິດ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.    

ພາຍຫຼັງໄດ້ຮັບການສ້າງຕັ້ງ ໜ່ວຍງານຕ້ານການຫຼອກລວງທາງອອນລາຍ (ໜ່ວຍງານ 015/ຄຄອຊ) ກໍໄດ້ດໍາເນີນການປະຊຸມຄັ້ງປະຖົມມະລຶກຂຶ້ນໃນທ້າຍເດືອນ ສິງຫາ ຜ່ານມາ ແລະ ໄດ້ຈັດກອງປະຊຸມວິຊາການ ຈໍານວນ 04 ຄັ້ງ ເພື່ອກວດກາ, ຕິດຕາມ ແລະ ແກ້ໄຂ້ບັນຫາການຕົວະຍົວະຫຼອກລວງທາງອອນລາຍ ເປັນຕົ້ນແມ່ນ ໄດ້ດໍາເນີນການປິດເບີໂທທີ່ຕ້ອງສົງໃສ ໃນການນໍາໃຊ້ໄປຕົວະຍົວະຫຼອກລວງ, ໄດ້ດໍາເນີນການປິດບັນດາເວັບໄຊທີ່ກະທໍາຜິດຕໍ່ລະບຽບກົດໝາຍ ຂອງ ສປປ ລາວ, ໄດ້ດໍາເນີນການແກ້ໄຂບັນຫາການນໍາໃຊ້ຄື້ນສັນຍານດາວທຽມທີ່ຜິດຕໍ່ລະບຽບກົດໝາຍ ຂອງ ສປປ ລາວ ແລະ ປິດບັນຊີທີ່ໄປໃຊ້ບໍ່ຖືກຕ້ອງເປັນທາງຜ່ານຈົນກ້າວໄປເຖິງການແກ້ໄຂບາງກໍລະນີ.

:

ໃນກອງປະຊຸມຄັ້ງນີ້ ໄດ້ເນັ້ນຍໍ້າໃຫ້ແຕ່ລະພາກສ່ວນ ປະສານສົມທົບລະອຽດກ່ຽວກັບການເປີດສູນຮັບແຈ້ງເຫດ ໂດຍສະເພາະ ດ້ານນິຕິກໍາ, ພາລະບົດບາດ, ສູນສາຍດ່ວນຮັບແຈ້ງເຫດ, ຂອດປະສານງານຮັບຮອງຂໍ້ມູນຮ່ວມກັນໃນການຈັດຕັ້ງປະຕິບັດ ແລະ ນິຕິກໍາ ອື່ນໆທີ່ປິ່ນອ້ອມ ເພື່ອໃຫ້ສາມາດຈັດຕັ້ງປະຕິບັດວຽກງານດັ່ງກ່າວໃຫ້ທັນກັບສະພາບການ. ພ້ອມນີ້, ທຸກພາກສ່ວນເຫັນດີໃນການສຶບຕໍ່ກວດກາ, ຕິດຕາມ ແລະ ໂຄສະນາເຜີຍແຜ່ໃຫ້ຄວາມຮູ້ແກ່ປະຊາຊົນ ເພື່ອສ້າງພູມຄຸ້ມກັນຕໍ່ການຕົວະຍົວະຫຼອກລວງຜ່ານທາງອອນລາຍ.

ຂ່າວ ແລະ ພາບ: ຫ້ອງການກອງເລຂາ ຄຄອຊ

 

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2023
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ