12/11/2025
ໃນຕອນບ່າຍຂອງວັນທີ 11 ພະຈິກ 2025 ນີ້, ທ່ານ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ, ກໍາມະການສູນກາງພັກ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມຊຸກຍູ້ວຽກງານ ຢູ່ ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງ ຊຽງຂວາງ ໂດຍໃຫ້ການຕ້ອນຮັບຂອງ ທ່ານ ຫວາຢາ ໝອກພູເຂົາ, ຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງ ຊຽງຂວາງ ພ້ອມຄະນະພະແນກ, ຫົວໜ້າ ແລະ ຮອງຫົວໜ້າຂະແໜງ, ມີພາກສ່ວນບໍລິສັດໂທລະຄົມມະນາຄົມ, ໄປສະນີ ພາຍໃນແຂວງ ພ້ອມດ້ວຍພະນັກງານວິຊາການ ພາຍໃນພະແນກດັ່ງກ່າວ.


:
ໃນໂອກາດດັ່ງກ່າວ, ທ່ານ ຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງ ຊຽງຂວາງ ໄດ້ລາຍງານຫຍໍ້ການຈັດຕັ້ງປະຕິບັດວຽກງານຮອບດ້ານ ທີ່ພົ້ນເດັ່ນໃນປີ 2025 ຕໍ່ ທ່ານ ລັດຖະມົນຕີ ພ້ອມດ້ວຍຄະນະຊາບ, ໂດຍສະເພາະວຽກງານການຈັດຕັ້ງ ຊຶ່ງໃນປັດຈຸບັນ ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງ ຊຽງຂວາງ ປະກອບມີ 04 ຂະແໜງ ຄື: ຂະແໜງບໍລິຫານ, ຂະແໜງໄປສະນີ ແລະ ການສື່ສານ, ຂະແໜງດິຈິຕອນ ແລະ ຄອມປອດໄພໄຊເບີ, ຂະແໜງເຕັກໂນໂລຊີ ແລະ ນະວັດຕະກໍາ. ພາຍໃນພະແນກປະກອບມີພະນັກງານລັດຖະກອນທັງໝົດ 22 ທ່ານ, ຍິງ 09 ທ່ານ, ໃນນັ້ນມີຫົວໜ້າພະແນກ 01 ທ່ານ (ຊາຍ), ຮອງຫົວໜ້າພະແນກ 03 ທ່ານ (ຍິງ 03 ທ່ານ), ມີຫົວໜ້າຂະແໜງ 03 ທ່ານ (ຍິງ 03 ທ່ານ), ຮອງຫົວໜ້າຂະແໜງ 04 ທ່ານ (ຍິງ 01 ທ່ານ). ໃນໄລຍະຜ່ານມາ ພະແນກໄດ້ເອົາໃຈໃສ່ຕິດຕາມ, ກວດກາການບໍລິການ, ຄຸ້ມຄອງການຂຶ້ນທະບຽນເລກໝາຍໂທລະສັບ, ເກັບກໍາສະຖິຕິດ້ານໂທລະຄົມມະນາຄົມນໍາບັນດາບໍລິສັດໂທລະຄົມມະນາຄົມ ສາຂາ ແຂວງ ຊຶ່ງມາຮອດປັດຈຸບັນພາຍໃນແຂວງມີ 240,417 ເລກໝາຍ ເທົ່າກັບ 84,2% ທຽບໃສ່ປະຊາກອນ 285,194 ຄົນ, ໃນນັ້ນສໍາເລັດການຂຶ້ນທະບຽນແລ້ວຈໍານວນ 216,362 ເລກໝາຍ ເທົ່າກັບ 89,9% (ເພີ່ມຂຶ້ນ 17,689 ເລກໝາຍ); ໄດ້ລົງກວດກາ ເກັບກໍາບັນດາຫ້າງຮ້ານຈໍາໜ່າຍ ແລະ ສ້ອມແປງອຸປະກອນໂທລະຄົມ, ໄອຊີທີ ໄດ້ທັງໝົດ 130 ຮ້ານ; ອອກໃບອະນຸຍາດດ້ານວຽກງານໄປສະນີ ໄດ້ຈໍານວນ 91 ປ່ອງບໍລິການ; ອອກໃບອະນຸຍາດ ການນໍາໃຊ້ຄື້ນຄວາມຖີ່ວິທະຍຸສື່ສານ (ໂຟນີ) ຈໍານວນ 835 ເຄື່ອງ; ອອກໃບອະນຸຍາດການນໍາໃຊ້ເລກໝາຍໂທລະສັບສາຍດ່ວນ ໃຫ້ບໍລິສັດໄຟຟ້າລາວ ຈໍານວນ 01 ເລກໝາຍ; ອອກໃບຢັ້ງຢືນການນໍາໃຊ້ໂດຣນໃຫ້ບໍລິສັດໄຟຟ້າລາວ ຈໍານວນ 04 ເຄື່ອງ, ລົງສໍາຫຼວດກວດກາການຕັ້ງເສົາສະຖານີຮັບ-ສົ່ງສັນຍານມືຖື (BTS) ຂອງ ບໍລິສັດ ລາວໂທລະຄົມມະນາຄົມ ຢູ່ບ້ານຫີນ, ເມືອງຄໍາ; ໃນໄລຍະ 09 ເດືອນຜ່ານມາ ຂະຫຍາຍສາຍໃຍແກ້ວໄດ້ 24 ກິໂລແມັດ, ໂທລະສັບຕັ້ງໂຕະແບບບໍ່ມີສາຍໄດ້ 1,901 ເລກໝາຍ, ມືຖື (020) ແລະ ມືຖືນໍາໃຊ້ລະບົບ 3G, 4G, 4,5G ໄດ້ 7,422 ເລກໝາຍ, ອິນເຕີເນັດໄດ້ 970 ເລກໝາຍ, ສະຖານີຮັບ-ສົ່ງສັນຍານມືຖື ໄດ້ 05 ສະຖານີ, ປັດຈຸບັນປົກຄຸມສັນຍານໂທລະສັບກວດ 445 ບ້ານ ເທົ່າກັບ 93,4% ຂອງຈໍານວນບ້ານທັງໝົດ 476 ບ້ານທົ່ວແຂວງ; ປັດຈຸບັນມີຜູ້ໃຫ້ບໍລິການໄປສະນີໃນທົ່ວແຂວງທັງໝົດ 90 ສາຂາ ຊຶ່ງສາມາດຕອບສະໜອງການບໍລິການຮັບຝາກ, ຈັດສົ່ງ ແລະ ແຈກຢາຍເຄື່ອງຝາກທາງໄປສະນີ ທັງພາຍໃນ ແລະ ຕ່າງປະເທດ ໄດ້ 100%. ກອງປະຊຸມຍັງໄດ້ຮັບຟັງການປະກອບຄໍາເຫັນແລກປ່ຽນວຽກງານ ລະຫວ່າງຂັ້ນສູນກາງ ແລະ ທ້ອງຖິ່ນ ເພື່ອປຶກສາຫາລືການຈັດຕັ້ງປະຕິບັດວຽກງານຕາມພາລະບົດບາດ ແລະ ໜ້າທີ່ໃຫ້ຖືກຕ້ອງສອດຄ່ອງຂຶ້ນຕື່ມ.

:
ຕອນທ້າຍ, ທ່ານ ລັດຖະມົນຕີ ຍັງໄດ້ໃຫ້ກຽດມີຄໍາເຫັນໂອ້ລົມຕໍ່ ພະນັກງານພາຍໃນ ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງ ເພື່ອເປັນເຂັມຊີ້ທິດເຍືອງທາງໃນການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າ ເປັນຕົ້ນແມ່ນ ໃຫ້ກໍາແໜ້ນວຽກງານຫັນເປັນດິຈິຕອນຂອງ ສປປ ລາວ, ພ້ອມທັງໃຫ້ມີການປະສານສົມທົບກັບຂັ້ນສູນກາງໃຫ້ແໜ້ນແຟ້ນ ແລະ ໃກ້ຊິດຍິ່ງຂຶ້ນ. ທ່ານຍັງເນັ້ນໜັກໃຫ້ພະນັກງານພາຍໃນພະແນກດັ່ງກ່າວ ຮັບຮູ້ກ່ຽວກັບສະພາບການພັດທະນາເຕັກໂນໂລຊີຂອງໂລກ ໂດຍສະເພາະແມ່ນ ການນໍາໃຊ້ລະບົບປັນຍາປະດິດ, ກຸ່ມຂໍ້ມູນຜູກພັນ, ຂໍ້ມູນມະຫາສານ, ການປະຕິວັດອຸດສາຫະກໍາ 4.0; ຂະບວນການພັດທະນາການຫັນເປັນດິຈິຕອນ ຂອງ ສປປ ລາວ ແລະ ຊີ້ນໍາວຽກງານອື່ນໆທີ່ຕິດພັນກັບພະແນກຢ່າງເລິກເຊິ່ງ.




ພາບ ແລະ ຂ່າວ: ບິນລີ້ ສີສຸລາດ

