12/11/2025
ໃນຕອນເຊົ້າຂອງວັນທີ 12 ພະຈິກ 2025, ທ່ານ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ, ກໍາມະການສູນກາງພັກ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ), ຮອງປະທານ, ຜູ້ປະຈໍາການ ຄະນະກໍາມະການຫັນເປັນດິຈິຕອນລະດັບຊາດ ເພື່ອການຫັນເປັນດິຈິຕອນ ຂອງ ສປປ ລາວ ພ້ອມດ້ວຍຄະນະຜູ້ແທນ ໄດ້ເຂົ້າວາງກະຕ່າດອກໄມ້ທີ່ອະນຸສາວະລີ ຮູບປັ້ນຫຼໍ່ ທ່ານ ພູມີ ວົງວິຈິດ ເພື່ອສະແດງຄວາມເຄົາລົບ ແລະ ຮູ້ບຸນຄຸນ ເນື່ອງໃນໂອກາດທີ່ຄະນະເຄື່ອນໄຫວວຽກງານ ຢູ່ ແຂວງຊຽງຂວາງ. ໂອກາດດຽວກັນກໍໄດ້ເຂົ້າພົບປະ ທ່ານ ບຸນຈັນ ສີວົງພັນ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ຊຽງຂວາງ ເພື່ອແຈ້ງຈຸດປະສົງຂອງການເຄື່ອນໄຫວວຽກງານໃນຄັ້ງນີ້, ພ້ອມດຽວກັນນັ້ນ ທ່ານເຈົ້າແຂວງກໍໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ພ້ອມທັງງານສະພາບການພັດທະນາເສດຖະກິດ-ສັງຄົມຂອງແຂວງ ຕໍ່ທ່ານລັດຖະມົນຕີ ແລະ ຄະນະຊາບ.
:
ຕອນເຊົ້າຂອງວັນດຽວກັນ, ທ່ານລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ທ່ານເຈົ້າແຂວງຊຽງຂວາງ ກໍໄດ້ໃຫ້ກຽດເຂົ້າຮ່ວມເປັນຄະນະປະທານພິທີເປີດກອງປະຊຸມສໍາມະນາ ຄວາມຮູ້ພື້ນຖານການຫັນເປັນດິຈິຕອນ ແລະ ກອງປະຊຸມເຜີຍແຜ່ດໍາລັດ ວ່າດ້ວຍກອງທຶນພັດທະນາໂທລະຄົມມະນາຄົມ ແລະ ການຫັນເປັນດິຈິຕອນ, ຊຶ່ງມີຄະນະຫັນເປັນດິຈິຕອນຂອງແຂວງ, ບັນດາພະແນກການອ້ອມຂ້າງແຂວງ, ບັນດາບໍລິສັດໂທລະຄົມມະນາຄົມ, ໄປສະນີ ພາຍໃນແຂວງ ເຂົ້າຮ່ວມ ຈໍານວນ 120 ທ່ານ, ຍິງ 40 ທ່ານ.
:
ຈຸດປະສົງແມ່ນເພື່ອຍົກສູງການພັດທະນາທາງດ້ານຊັບພະຍາກອນມະນຸດ ເພື່ອກຽມຄວາມພ້ອມໃນຍຸກຂອງການຫັນເປັນດິຈິຕອນທົ່ວສັງຄົມ. ການຫັນເປັນດິຈິຕອນ ກໍາລັງເປັນຂະບວນການກວ້າງຂວາງ ແລະ ຂະຫຍາຍຕົວຢ່າງແຂງແຮງໃນທົ່ວໂລກ, ບັນດາປະເທດຕ່າງໆ ລ້ວນແຕ່ໄດ້ຖືເອົາວຽກງານຫັນເປັນດິຈິຕອນ ເປັນພື້ນຖານສຳຄັນຂອງການພັດທະນາ ໂດຍກຳນົດຍຸດທະສາດ ໃນການຫັນເປັນດິຈິຕອນເປັນແຜນບູລິມະສິດ ເພື່ອນຳເອົາເຕັກໂນໂລຊີດິຈິຕອນເຂົ້າແກ້ໄຂບັນຫາ, ຂໍ້ຄົງຄ້າງ ແລະ ສ້າງກາລະໂອກາດໃໝ່ ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ເວົ້າລວມ, ເວົ້າສະເພາະ ກໍຄືການນຳໃຊ້ເຕັກໂນໂລຊີ ເຂົ້າໃນການຍົກສູງວຽກງານການບໍລິຫານລັດດິຈິຕອນ, ຍົກສູງການຂັບເຄື່ອນທາງດ້ານເສດຖະກິດ, ຍົກສູງຄວາມເຂັ້ມແຂງວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຍົກສູງທາງດ້ານສື່ສັງຄົມອອນລາຍ. ສະນັ້ນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ຈຶ່ງໄດ້ສ້າງເອກະສານຝຶກອົບຮົມຄວາມຮູ້ພື້ນຖານການຫັນເປັນດິຈິຕອນ, ການນຳໃຊ້ເຕັກໂນໂລຊີດິຈິຕອນເຂົ້າໃນວຽກງານບໍລິຫານລັດດິຈິຕອນ ແລະ ການນຳໃຊ້ເຕັກໂນໂລຊີດິຈິຕອນເຂົ້າໃນສື່ສັງຄົມອອນລາຍ ເພື່ອເປັນເອກະສານປະກອບໃນການຝຶກອົບຮົມ ການສົ່ງເສີມການຫັນເປັນດິຈິຕອນ.
:
ກອງປະຊຸມສຳມະນາໃນຄັ້ງນີ້ ຈະໄດ້ດໍາເນີນໄປຈົນເຖິງວັນທີ 14 ພະຈິກ, ຊຶ່ງບັນດາຜູ້ເຂົ້າຮ່ວມຈະໄດ້ຮຽນຮູ້ ແລະ ແລກປ່ຽນກ່ຽວກັບຄວາມເຂົ້າໃຈ ທາງດ້ານການຫັນເປັນດິຈິຕອນ, ການນຳໃຊ້ເຄື່ອງມືດິຈິຕອນ, ການສ້າງ ແລະ ບໍໍລິຫານຈັດການຂໍ້ມູນດິຈິຕອນ, ຄວາມປອດໄພທາງດ້ານໄຊເບີ, ແຜນການພັດທະນາບຸກຄະລາກອນ ເພື່ອກຽມຄວາມພ້ອມ ແລະ ພັດທະນາໃນຍຸກດິຈິຕອນ ແລະ ຍັງຈະໄດ້ມີການລົງເລິກການສາທິດການນຳໃຊ້ບັນດາລະບົບທັນສະໄໝທີ່ຮັບໃຊ້ເຂົ້າໃນວຽກງານການບໍລິຫານລັດດິຈິຕອນ ເປັນຕົ້ນແມ່ນ ລະບົບຈົດໝາຍເອເລັກໂຕຣນິກ (Email), ລະບົບກອງປະຊຸມທາງໄກ (Video Conference), ລະບົບຫ້ອງການລັດທັນສະໄໝ (e-Office), ລະບົບເວັບໄຊພາກລັດ (G-Web), ລະບົບແບ່ງປັນເອກະສານພາກລັດ (G-Share), ລະບົບສື່ສານພາກລັດ (G-Chat) ແລະ ພິເສດນັກສໍາມະນາກອນຍັງຈະໄດ້ຮຽນຮູ້ບັນດາໂປຣແກຣມຕ່າງໆ ເຊັ່ນ: ໂປຣແກຣມລົງທະບຽນ ແລະ ຈອງຫ້ອງປະຊຸມອອນລາຍ ແລະ ໂປຣແກຣມນັບຄະແນນສຽງເລືອກຕັ້ງ.
:
ໂອກາດດຽວກັນນີ້, ກະຊວງເຕັກໂນໂລຊີ ແລະ ການສື່ສານ ຍັງໄດ້ມອບຄອມພິວເຕີຕັ້ງໂຕະຈໍານວນ 05 ຊຸດ ແລະ ເອກະສານຝຶກອົບຮົມວຽກງານການຫັນເປັນດິຈິຕອນ ໃຫ້ແກ່ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງ ຊຽງຂວາງ ລວມມູນຄ່າ 84,925,000 ກີບ (ແປດສິບສີ່ລ້ານເກົ້າແສນຊາວຫ້າພັນກີບ) ເພື່ອນໍາໃຊ້ເຂົ້າໃນວຽກງານວິຊາສະເພາະໃຫ້ເກີດປະສິດຜົນ.

