14/11/2025
ໃນວັນທີ 12 ພະຈິກ 2025, ໄດ້ຈັດພິທິປະກາດຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານນຳພາ-ຄຸ້ມຄອງ ຂອງພະແນກເຕັກໂນໂລຊີ ແລະ ການສື່ສານ (ຕສ), ແຂວງສະຫວັນນະເຂດ, ທີ່ຫ້ອງປະຊຸມພະແນກການດັ່ງກ່າວ. ໃຫ້ກຽດເປັນປະທານຮ່ວມຂອງສະຫາຍ ໂພໄຊ ໄຂຄຳພິທູນ ຮອງເລຂາພັກ ແຂວງສະຫວັນນະເຂດ ແລະ ທ່ານ ປອ ສັນຕິສຸກ ສິມມາລາວົງ ເລຂາຄະນະພັກກະຊວງ, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ), ມີຄະນະພັກ-ຄະນະພະແນກ, ຄະນະຈັດຕັ້ງແຂວງ ແລະ ແຂກຖືກເຊີນ ພ້ອມດ້ວຍພະນັກງານພາຍໃນພະແນກ ຕສ ແຂວງເຂົ້າຮ່ວມຢ່າງພ້ອມພຽງ.


ໃນພິທີ, ທ່ານ ລຳແກ້ວ ແສງໝູທອງ ກຳມະການພັກແຂວງ ເລຂາຄະນະພັກຮາກຖານ ຫົວໜ້າພະແນກ ຕສ ແຂວງ (ຜູ້ເກົ່າ) ໄດ້ຂຶ້ນຜ່ານບົດສະຫຼຸບໃນການນຳພາ-ຊີ້ນຳວຽກງານໃນໄລຍະຜ່ານມາ. ຫຼັງຈາກນັ້ນ, ທ່ານ ນາງ ປະພັດສອນ ພັດທະນາ ຮອງຫົວໜ້າຄະນະຈັດຕັ້ງ ແຂວງສະຫວັນນະເຂດ ໄດ້ຂຶ້ນຜ່ານຂໍ້ຕົກລົງ ຂອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະການສື່ສານ ແລະ ຂໍ້ຕົກລົງຂອງທ່ານເຈົ້າແຂວງສະຫວັນນະເຂດ, ໃນນີ້ ໄດ້ຕົກລົງຍົກຍ້າຍ ແລະ ແຕ່ງຕັ້ງທ່ານ ສຸດສາຄອນ ພົມມະຈັນ ຮອງຫົວໜ້າກົມຄວາມປອດໄພໄຊເບີ, ກະຊວງເຕັກໂນໂລຊີ ແລະການສື່ສານ ໄປເປັນຫົວໜ້າພະແນກ ຕສ ແຂວງສະຫວັນນະເຂດ (ຄົນໃໝ່), ຕົກລົງຍົກຍ້າຍ ທ່ານ ລຳແກ້ວ ແສງໝູທອງ ຫົວໜ້າພະແນກ ຕສ(ຜູ້ເກົ່າ) ໄປປະຈຳການຢູ່ຫ້ອງວ່າການເມືອງພະລານໄຊ ແລະ ຍັງໄດ້ຜ່ານມະຕິຕົກລົງຂອງຄະນະປະຈຳພັກແຂວງ ວ່າດ້ວຍການບົ່ງຕົວແຕ່ງຕັ້ງສະຫາຍ ສຸດສາຄອນ ພົມມະຈັນ ເປັນເລຂາຄະນະພັກຮາກຖານພະແນກເຕັກໂນໂລຊີ ແລະການສື່ສານແຂວງ ຢ່າງເປັນທາງການ.
ໂອກາດດັ່ງກ່າວ ສະຫາຍ ປອ ສັນຕິສຸກ ສົມມາລາວົງ ໄດ້ໃຫ້ກຽດມອບມະຕິຕົກລົງ ແລະ ຂໍ້ຕົກລົງໃຫ້ບັນດາສະຫາຍທີ່ໄດ້ຮັບການແຕ່ງຕັ້ງ-ຍົກຍ້າຍຢ່າງສົມກຽດ.
ພ້ອມນີ້, ໃນພິທີ ຍັງກໍ່ໄດ້ເຊັນບົດບັນທຶກມອບ-ຮັບວຽກງານ ລະຫວ່າງຫົວໜ້າພະແນກ ຕສ ແຂວງ ຜູ້ເກົ່າ ແລະ ຜູ້ໃໝ່ ໂດຍມີປະທານກອງປະຊຸມ ພ້ອມດ້ວຍແຂກ ແລະ ພາກສ່ວນກ່ຽວຂ້ອງທີ່ເຂົ້າຮ່ວມເປັນສັກຂີພະຍານໃນພິທີຄັ້ງນີ້.


ຂໍ້ມູນ: ສະຫວັນພັດທະນາ.

