17/11/2025
ໃນຕອນບ່າຍ ຂອງວັນທີ 12 ພະຈິກ 2025, ທ່ານ ປອ. ສັນຕິສຸກ ສິມມາລາວົງ, ຮອງລັດຖະມົນຕີ ກະຊວງ ເຕັກໂນໂລຊີ ເເລະ ການສື່ສານ (ກຕສ) ໄດ້ນຳພາຄະນະ ເດີນທາງໄປຢ້ຽມຢາມ ສຳນັກບັນຊາກອງພົນທະຫານຮາບທີ 4 ແຂວງສະຫວັນນະເຂດ ເພື່ອພົບປະແລກປ່ຽນ ແລະ ມອບອຸປະກອນການຊ່ວຍເຫຼືອ ເພື່ອນຳໃຊ້ເຂົ້າໃນການປະຕິບັດວຽກງານ ຊຶ່ງປະກອບມີ: ເຄື່ອງສູບນ້ຳພະລັງານແສງຕາເວັນ, ຄອມພິວເຕີຕັ້ງໂຕະ ແລະ ປື້ມຄວາມຮູ້ພື້ນຖານການຫັນເປັນດິຈິຕອນ ລວມມູນຄ່າທັງຫມົດ 32.500.000 ກີບ. ໃຫ້ກຽດຮັບໂດຍ ທ່ານ ພັອ ໃຈເພັດ ວົງແສນສົມ ຫົວໜ້າການເມືອງ, ກອງພົນທະຫານຮາບທີ 4 ພ້ອມດ້ວຍຄະນະນາຍ ແລະ ພົນທະຫານ ເຂົ້າຮ່ວມຮັບໃນຄັ້ງນີ້ຈຳນວນ 5 ທ່ານ.

ໃນຕອນທ້າຍ ຂອງການລົງໄປຢ້ຽມຢຽມ, ທ່ານ ພັອ ໃຈເພັດ ວົງແສນສົມ ຫົວໜ້າການເມືອງ, ກອງພົນທະຫານຮາບທີ 4 ໄດ້ຕາງໜ້າໃຫ້ແກ່ ຄະນະ ກໍຄືນາຍ ແລະ ພົນທະຫານ ທຸກທ່ານ ສະແດງຄວາມຂອບໃຈ ຕໍ່ ທ່ານ ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມດ້ວຍຄະນະທຸກທ່ານ ທີ່ໄດ້ລົງມາຢ້ຽມຢາມ ແລະ ມອບເຄື່ອງອຸປະກອນການຊ່ວຍເຫຼືອດັ່ງກ່າວ.


