ທ່ານ ຮອງລັດຖະມົນຕີ ກຕສ ພ້ອມຄະນະ ເດີນທາງໄປຢ້ຽມຢາມ ແຂວງຈຳປາສັກ

17/11/2025

ທ່ານ ຮອງລັດຖະມົນຕີ ກຕສ ພ້ອມຄະນະ ເດີນທາງໄປຢ້ຽມຢາມ ແຂວງຈຳປາສັກ

ໃນວັນທີ 14 ພະຈິກ 2025, ທ່ານ ປອ. ສັນຕິສຸກ ສິມມາລາວົງ, ຮອງລັດຖະມົນຕີ ກະຊວງ ເຕັກໂນໂລຊີ ເເລະ ການ (ກຕສ) ໄດ້ນຳພາຄະນະ ເດີນທາງໄປຢ້ຽມຢາມ ແຂວງຈຳປາສັກ ແລະ ໄດ້ພົບປະກັບ ທ່ານ ປອ. ສຸກສະຫວັນ ວິໄລວົງ, ຮອງເລຂາພັກແຂວງ, ປະທານຄະນະກຳມະການປົກຄອງ ແຂວງຈຳປາສັກ ເພື່ອລາຍງານຈຸດປະສົງຂອງການຢ້ຽມຢາມໃນຄັ້ງນີ້.

ຫຼັງຈາກນັ້ນ, ກໍ່ໄດ້ເຂົ້າຮ່ວມກ່າວເປີດ ຊຸດຝຶກອົບຮົມທັກສະດິຈິຕອນ ຂັ້ນພື້ນຖານໃຫ້ແກ່ຄະນະບໍລິຫານງານຊາວໜຸ່ມພະແນກຕ່າງໆ ພາຍໃນແຂວງຈຳປາສັກ ແລະ ລົງເຮັດວຽກກັບ ພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງ ຈຳປາສັກ ພ້ອມທັງມອບອຸປະກອນຄອມພິວເຕີຕັ້ງໂຕະ ຈຳນວນ 10 ຊຸດ ພ້ອມດ້ວຍປຶ້ມຄວາມຮູ້ພື້ນຖານການຫັນເປັນດິຈິຕອນ ລວມມູນຄ່າ 127,450,000 ກີບ. ພ້ອມກັນນັ້ນ, ກໍ່ໄດ້ນຳພາຄະນະ ໄປລົງຢ້ຽມຢາມ ກອງພົນທະຫານຮາບທີ 5  ແຂວງຈຳປາສັກ ເພື່ອພົບປະແລກປ່ຽນ ແລະ ມອບອຸປະກອນການຊ່ວຍເຫຼືອ ເພື່ອນຳໃຊ້ເຂົ້າໃນການປະຕິບັດວຽກງານ ຊຶ່ງປະກອບມີ: ເຄື່ອງສູບນ້ຳພະລັງານແສງຕາເວັນ 01 ຊຸດ, ຄອມພິວເຕີຕັ້ງໂຕະ 01 ຊຸດ ແລະ ປຶ້ມຄວາມຮູ້ພື້ນຖານການຫັນເປັນດິຈິຕອນ ລວມມູນຄ່າ 23,760,000 ກີບ. ໃຫ້ກຽດຮັບໂດຍ ທ່ານ ພັອ ບຸນສົມ ອິນທະລາ, ຮອງເລຂາຄະນະພັກກອງພົນ, ຫົວໜ້າການທະຫານກອງພົນທະຫານຮາບທີ 5 ພ້ອມດ້ວຍຄະນະນາຍພົນທະຫານ ເຂົ້າຮ່ວມຮັບໃນຄັ້ງນີ້ຈຳນວນ 6 ທ່ານ.

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2023
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ