ກອງປະຊຸມສຸດຍອດ ວ່າດ້ວຍວຽກງານການສົ່ງເສີມພະລັງງານຮູບແບບໃໝ່ໃນພາກພື້ນອາຊີຕາເວັນອອກ ຄັ້ງທີ 11

18/11/2025

ກອງປະຊຸມສຸດຍອດ ວ່າດ້ວຍວຽກງານການສົ່ງເສີມພະລັງງານຮູບແບບໃໝ່ໃນພາກພື້ນອາຊີຕາເວັນອອກ ຄັ້ງທີ 11

ຄະນະຜູ້ແທນ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດ ວ່າດ້ວຍວຽກງານການສົ່ງເສີມພະລັງງານຮູບແບບໃໝ່ໃນພາກພື້ນອາຊີຕາເວັນອອກ ຄັ້ງທີ 11 ‘‘The 11th East Asia Summit New Energy Forum’’ ທີ່ເມືອງຄຸນໝິງ, ແຂວງຢຸນນານ, ສປ ຈີນ. ໃນວັນ​ທີ 11 ພະຈິກ 2025 ທີ່ຜ່ານມາ, ນໍາໂດຍ ທ່ານ ນາງ ໃຈມາລີ ພະກະຊຸມ, ຮອງຫົວໜ້າສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ພ້ອມດ້ວຍຄະນະຜູ້ແທນເຂົ້າຮ່ວມ. ຊຶ່ງຈັດຂຶ້ນໂດຍການ ຮ່ວມມືລະຫວ່າງ ກົມພົວພັນສາກົນ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ສປ ຈີນ ແລະ ພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງຢຸນນານ. ໂດຍທ່ານ ຫວາງ ຊຽງ, ຮອງຫົວໜ້າກົມພົວພັນສາກົນ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ສປ ຈີນ ແລະ ທ່ານ ຊາງ ຈາວຊິວ, ຮອງຫົວໜ້າພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງຢຸນນານ ຮ່ວມຂຶ້ນກ່າວເປີດກອງປະຊຸມ ມີຜູ້ເຂົ້າຮ່ວມຕາງໜ້າຈາກ ສປ ຈີນ ປະກອບມີ: ພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງຢຸນນານ, ສະຖາບັນວິທະຍາສາດຊຽງໄຮ, ມະຫາວິທະຍາໄລຢຸນນານ ແລະ ຕາງໜ້າຈາກບັນດາປະເທດສະມາຊິກ ແລະ ອົງການຈັດຕັ້ງສາກົນ.

ກອງປະຊຸມນີ້, ເປັນເວທີ​ປຶກສາຫາລື ແລະ ແລກປ່ຽນບົດຮຽນປະສົບການ ​ເພື່ອ​ແນ​ໃສ່​ລົງ​ເລິກ​ການ​ຮ່ວມ​ມື​ໃນ​ການ​ພັດທະນາ​ເຕັກ​ໂນ​ໂລ​ຊີ​ພະລັງງານຮູບແບບ​ໃໝ່ ​ພາຍໃນພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ, ສົ່ງເສີມການ​ແລກປ່ຽນ​ເຕັກ​ໂນ​ໂລ​ຊີສີ​ຂຽວ ​ແລະ ຍົກສູງການຮ່ວມມື​ເພື່ອພັດທະນາ​ອຸດສາຫະກຳ, ສົ່ງເສີມການຄຸ້ມຄອງແຮງ​ງານໃນການ​ກໍ່ສ້າງ​ລະບົບ​ພະລັງງານ​ສະອາດ​ພາຍໃນ​ພາກ​ພື້ນ ​ພ້ອມທັງຊຸກຍູ້​ການ​ນຳໃຊ້ພະລັງງານປະຈຸບັນໃຫ້ຫັນປ່ຽນ​ສີຂຽວຍິ່ງຂຶ້ນ.

:

ໃນວາລະພິທີເປີດກອງປະຊຸມ, ທ່ານ ຫວາງ ຊຽງ ຮອງຫົວໜ້າກົມພົວພັນສາກົນ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ສປ ຈີນ ໄດ້ມີຄຳເຫັນກ່ຽວກັບບົດບາດປະຈຸບັນຂອງ ສປ ຈີນ ທີ່ໄດ້ຜັນຂະຫຍາຍຕົນໃຫ້ກາຍເປັນໜຶ່ງ ໃນປະເທດທີ່ມີການຫັນເປັນພະລັງງານທີ່ກ້າວໜ້າທີ່ສຸດໃນໂລກ. ຊຶ່ງປະຈຸບັນ, ແຂວງຢຸນນານໄດ້ກາຍເປັນ "ປະຕູແຫ່ງການເຊື່ອມຈອດ" ລະຫວ່າງ ສປ ຈີນ ແລະ ອາຊີຕະເວັນອອກ ໃນການສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີສີຂຽວ, ພ້ອມທັງໄດ້ມີການຮ່ວມມືກັບພາກພື້ນ ເພື່ອສົ່ງເສີມວຽກງານວິທະຍາສາດ ແລະ ເຕັກໂນໂລຊີ ແລະ ຜັນຂະຫຍາຍວຽກງານພະລັງງານຮູບແບບໃໝ່ ແນ່ໃສ່ການຮັດແໜ້ນການຮ່ວມມືໃນລະດັບພາກພື້ນກັບບັນດາປະເທດສະມາຊິກໃນຂະແໜງວິທະຍາສາດ ແລະ ເຕັກໂນໂລຊີ.      

ພ້ອມນີ້, ທ່ານ ຊາງ ຈາວຊິວ, ຮອງຫົວໜ້າພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງຢຸນນານ ໄດ້ມີຄຳເຫັນກ່ຽວກັບບົດບາດ ແລະ ສະຖານະປະຈຸບັນຂອງແຂວງຢຸນນານ ຊຶ່ງເປັນແຂວງທີ່ມີຄວາມສໍາຄັນໃນການພັດທະນາພະລັງງານຮູບແບບໃໝ່ຂອງປະເທດ ຄຽງຄູ່ກັບການໃຫ້ຄວາມສຳຄັນຕໍ່ການຫັນເປັນທັນສະໄໝຕໍ່ວຽກງານພະລັງງານຮູບແບບໃໝ່. ຜ່ານມາແຂວງຢຸນນານໄດ້ມີການສົ່ງເສີມທັກສະ ແລະ ຄວາມຮູ້ທາງດ້ານເຕັກນິກວິທະຍາສາດ ໂດຍສະເພາະແມ່ນ ການພັດທະນາແບດເຕີລີ ຈາກພະລັງງານຮູບແບບໃໝ່. ນອກນັ້ນ, ແຂວງຢຸນນານ ຍັງໄດ້ສົ່ງເສີມການພັດທະນາດ້ານບຸກຄະລາກອນ, ນັກສຶກສາ ແລະ ນັກຄົ້ນຄວ້າ.  ຕັ້ງໃຈທີ່ຈະລົງເລິກການຮ່ວມມືກັບບັນດາປະເທດສະມາຊິກໃນພາກພື້ນອາຊີຕາເວັນອອກ ໃນການສົ່ງເສີມ ແລະ ພັດທະນາວຽກງານພະລັງງານຮູບແບບໃໝ່ໃຫ້ມີບາດກ້າວທີ່ດີຂຶ້ນ.

ໂອກາດນີ້, ທ່ານ ນາງ ໃຈມາລີ ພະກະຊຸມ, ຮອງຫົວໜ້າສະຖາບັນເຕັກໂນໂລຊີການສື່ສານ ຂໍ້ມູນຂ່າວສານ ໄດ້ມີຄຳເຫັນພາຍໃນກອງປະຊຸມດັ່ງກ່າວ ກ່ຽວກັບທິດທາງແຜນນະໂຍບາຍ 05 ດ້ານຄື: 1) ການເພີ່ມຄວາມເຂັ້ມແຂງການຈັດຕັ້ງປະຕິບັດແຜນວຽກການປ່ຽນແປງສະພາບແວດລ້ອມລະດັບພາກພື້ນ; 2) ການລວມສູນມາດຕະຖານ ແລະ ລະບຽບການທາງສິ່ງແວດລ້ອມ; 3) ການພັດທະນາການດຳເນີນແຜນການເງິນສີຂຽວ ແລະ ນະໂຍບາຍການລົງທຶນ; 4) ຍຸດທະສາດເສດຖະກິດແບບຄົບວົງຈອນ, ແລະ 5) ການຈັດບູລິມະສິດການປັບປຸງ ແລະ ການວາງແຜນການທີ່ໝັ້ນຄົງ.

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2023
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ