ກອງປະຊຸມສຳມະນາຫົວຂໍ້: ສຶກສາຄວາມເປັນໄປໄດ້ ການນຳໃຊ້ໃບຮັບຮອງເອເລັກໂຕຣນິກເຂົ້າໃນບໍລິການດິຈິຕອນທີ່ມີຄວາມໜ້າເຊື່ອຖື ໃນອາຊຽນAnchor

20/11/2025

ກອງປະຊຸມສຳມະນາຫົວຂໍ້: ສຶກສາຄວາມເປັນໄປໄດ້ ການນຳໃຊ້ໃບຮັບຮອງເອເລັກໂຕຣນິກເຂົ້າໃນບໍລິການດິຈິຕອນທີ່ມີຄວາມໜ້າເຊື່ອຖື ໃນອາຊຽນAnchor

ສູນອິນເຕີເນັດ ແຫ່ງຊາດ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ (ກຕສ), ສປປ ລາວ ໄດ້ຈັດກອງປະຊຸມສໍາມະນາຫົວຂໍ້: ສຶກສາຄວາມເປັນໄປໄດ້ ການນຳໃຊ້ໃບຮັບຮອງເອເລັກໂຕຣນິກເຂົ້າໃນບໍລິການດິຈິຕອນທີ່ມີຄວາມໜ້າເຊື່ອຖື ໃນອາຊຽນ (ASEAN Workshop on Feasibility Studies on Digital Certificate Adoption for trusted Digital Services in ASEAN), ໃນວັນທີ 12 ພະຈິກ 2025, ທີ່ ໂຮງແຮມສຸພັດຕາ, ນະຄອນຫຼວງວຽງຈັນ. ໃຫ້ກຽດເປັນປະທານກ່າວເປີດໂດຍ ທ່ານ ມີນາໄຊ ພິລາວົງ ຫົວໜ້າສູນອິນເຕີເນັດ ແຫ່ງຊາດ (LANIC), ກຕສ ມີຕາງໜ້າຈາກເລຂາທິການອາຊຽນ, ຕາງໜ້າຈາກບັນດາສະມາຊິກປະເທດອາຊຽນ, ຊ່ຽວຊານທີ່ປຶກສາອາວຸໂສຂອງໂຄງການ ພ້ອມທັງເປັນ CEO ຂອງບໍລິສັດ Net Peace, ປະເທດຍີ່ປຸ່ນ, ຜູ້ອຳນວຍການ ບໍລິສັດ Deloitte Korea, ສ.ເກົາຫຼີ ແລະ ບັນດາຄະນະສູນ, ຄະນະພະແນກ ສູນອິນເຕີເນັດ ແຫ່ງຊາດ, ຕາງໜ້າຈາກບັນດາກົມພາຍໃນ ກຕສ, ກະຊວງອ້ອມຂ້າງ, ຜູ້ໃຫ້ບໍລິການອອກໃບຮັບຮອງລາຍເຊັນເອເລັກໂຕຣນິກ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມທັງໝົດຈໍານວນ 50 ກວ່າທ່ານ.

ຈຸດປະສົງໃນການຈັດກອງປະຊຸມໃນຄັ້ງນີ້, ແມ່ນເພື່ອເສີມຂະຫຍາຍຄວາມຮັບຮູ້ ກ່ຽວກັບຄວາມປອດໄພດ້ານດິຈິຕອນ ແລະ ຄວາມໜ້າເຊື່ອຖືຂອງການເຮັດທຸລະກຳໃນພາກພື້ນອາຊຽນ, ໂດຍສະໜອງທັກສະຂັ້ນສູງໃນການຮັບຮອງດິຈິຕອນໃຫ້ແກ່ພະນັກງານດ້ານວິຊາການ ແລະ ປະກອບສ່ວນເຂົ້າໃນການເຊື່ອມໂຍງ, ການສ້າງຊຸມຊົນຂອງອາຊຽນ ໂດຍການສົ່ງເສີມການນຳໃຊ້ໃບຮັບຮອງເອເລັກໂຕຣນິກທັງພາກເອກະຊົນ ແລະ ພາກລັດ. ການຮັບຮອງເອົາໃບຮັບຮອງເອເລັກໂຕຣນິກຢ່າງກວ້າງຂວາງໃນພາກພື້ນອາຊຽນ ຈະສາມາດນຳໄປສູ່ລະບົບນິເວດດິຈິຕອນທີ່ປອດໄພ, ມີປະສິດທິພາບ ແລະ ປະສົມປະສານຫຼາຍຂຶ້ນ. ພ້ອມທັງສົ່ງເສີມການເຕີບໃຫຍ່ທາງດ້ານເສດຖະກິດ, ເສີມຂະຫຍາຍການໃຫ້ບໍລິການໃນທົ່ວຂະແໜງການ ແລະ ສ້າງພື້ນຖານຂອງຄວາມໜ້າເຊື່ອຖືທີ່ຈຳເປັນສຳລັບການຫັນເປັນດິຈິຕອນຂອງພາກພື້ນອາຊຽນ.

ກອງປະຊຸມສຳມະນາດັ່ງກ່າວ ໄດ້ມີຜູ້ບັນລະຍາຍ ຈາກສູນອິນເຕີເນັດ ແຫ່ງຊາດ (LANIC), ໂດຍ ທ່ານ ນາງ ນີລາເພັດ ຄຳມຸງຄຸນ ຫົວໜ້າພະແນກສູນຮັບຮອງລາຍເຊັນເອເລັກໂຕຣນິກແຫ່ງຊາດ ນຳສະເໜີໃນຫົວຂໍ້: ຄວາມເປັນມາ ແລະ ຈຸດປະສົງຂອງໂຄງການ ແລະ ບົດລາຍງານຂອງປະເທດລາວ ກ່ຽວກັບການນຳໃຊ້ໃບຮັບຮອງເອເລັກໂຕຣນິກເຂົ້າໃນບໍລິການດິຈິຕອນທີ່ມີຄວາມໜ້າເຊື່ອຖື. ພ້ອມທັງ ໄດ້ມີການແລກປ່ຽນຄຳຄິດ, ຄຳເຫັນຢ່າງກົງໄປກົງມາ ຂອງຜູ້ເຂົ້າຮ່ວມ ໂດຍສະເພາະ ແມ່ນການນຳໃຊ້ໃບຮັບຮອງເອເລັກໂຕຣນິກເຂົ້າໃນບໍລິການດິຈິຕອນ ໃຫ້ມີຄວາມປອດໄພ, ມີປະສິດພາບສູງສຸດ, ສາມາດກວດສອບຄວາມຖືກຕ້ອງໄດ້, ມີຄວາມສົມບູນຄົບຖ້ວນຂອງຂໍ້ມູນ ແລະ ມີຊ່ອງທາງການສື່ສານທີ່ໜ້າເຊື່ອຖືໄດ້ໃນທົ່ວທັງພາກລັດ ແລະ ພາກເອກະຊົນ ເພື່ອສະໜັບສະໜູນການເຊື່ອມໂຍງເສດຖະກິດດິຈິຕອນຂອງອາຊຽນ, ອຳນວຍຄວາມສະດວກໃຫ້ແກ່ການບໍລິການຂ້າມຊາຍແດນ, ເສີມຂະຫຍາຍການເຕີບໃຫຍ່ຂອງພາກເອກະຊົນ, ສ້າງພື້ນຖານຂອງຄວາມໜ້າເຊື່ອຖືທີ່ຈຳເປັນສຳລັບການຫັນເປັນດິຈິຕອນຢ່າງຕໍ່ເນື່ອງຂອງອາຊຽນ, ທີ່ຈະນຳມາປັບໃຊ້ໃຫ້ແທດເໝາະ ກັບເງື່ອນໄຂ ແລະ ສະພາບການພັດທະນາ ຂອງ ສປປ ລາວ ໃນອານາຄົດ.

ຂ່າວ: ສູນອິນເຕີເນັດແຫ່ງຊາດ

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2023
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ