ກອງປະຊຸມ ຄົບຄະນະບໍລິຫານງານພັກ ວິສາມັນ ຄັ້ງທີ I ສະໄໝທີ III ຂອງອົງຄະນະພັກ ກຕສ

20/11/2025

ກອງປະຊຸມ ຄົບຄະນະບໍລິຫານງານພັກ ວິສາມັນ ຄັ້ງທີ I ສະໄໝທີ III ຂອງອົງຄະນະພັກ ກຕສ

ໃນຕອນເຊົ້າຂອງວັນທີ 17 ພະຈິກ 2025 ທີ່ຜ່ານມາ, ທີ່ຫ້ອງປະຊຸມຊັ້ນ 2, ຂອງສູນອິນເຕີເນັດແຫ່ງຊາດ  ຄະນະບໍລິງານງານພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ດໍາເນີນ ກອງປະຊຸມຄົບຄະນະບໍລິຫານງານພັກ ວິສາມັນ ຄັ້ງທີ 1 ສະໄໝທີ II ຂອງອົງຄະນະພັກກະຊວງເຕັກໂນໂລຊີ ແລະ ການສື່ສານ. ພາຍໃຕ້ການເປັນປະທານ ຂອງ ສະຫາຍ ສັນຕິສຸກ ສິມມາລາວົງ ເລຂາຄະນະບໍລິຫານງານພັກ ແລະ ສະຫາຍ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ, ກຳມະການສູນກາງພັກ, ລັດຖະມົນຕີ ກຕສ ມີບັນດາສະຫາຍຄະນະບໍລິຫານງານ, ເຂົ້າຮ່ວມ 22 ສະຫາຍ, ຍິງ 2 ສະຫາຍ, ເຊິ່ງກອງປະຊຸມດັ່ງກ່າວໄດ້ໄຂຂຶ້ນພົນພຶ້ນຖານແຈ້ງການ ຂອງອະນຸກຳມະການກົດລະບຽບ ແລະ ບຸກຄະລາກອນ ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ, ສະບັບເລກທີ 433/ອກ-ບຄ, ລົງວັນທີ 5 ພະຈິກ 2025 ໂດຍເນັ້ນໃສ່ປະກອບຄໍາເຫັນຕໍ່ການປະຕິບັດໜ້າທີ່, ຄວາມຮັບຜິດຊອບ ຂອງແຕ່ລະສະຫາຍ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI.

ໃນກອງປະຊຸມໄດ້ຮັບກຽດກ່າວເປີດ ໂດຍ ສະຫາຍ ສັນຕິສຸກ ສິມມາລາວົງ ເລຂາຄະນະບໍລິຫານງານພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ. ໃນໂອກາດດຽວກັນນີ້, ສະຫາຍ ແກ້ວວິສຸກ ໂສລະພົມ ຮອງເລຂາຄະນະບໍລິຫານງານພັກ ໄດ້ຜ່ານ (ຮ່າງ) ບົດສໍາຫຼວດນໍາພາລວມ ຂອງຄະນະຄະນະບໍລີຫານງານສູນກາງພັກ ສະໄໝທີ XI ແລະ ສະຫາຍ ປອ ທະວີສັກ ມະໂນທັມ ກໍາມະການປະຈໍາພັກ, ຫົວໜ້າສູນບໍລິຫານລັດດິຈິຕອນ ໄດ້ຜ່ານ (ຮ່າງ) ບົດປະກອບຄໍາເຫັນ ຕໍ່ກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ກ່ຽວກັບການຫັນເປັນທັນສະໄໝ ໃນການຄຸ້ມຄອງລັດ. ພ້ອມນັ້ນ, ບັນດາສະຫາຍ ຄະນະບໍລິຫານງານພັກ ໄດ້ພ້ອມກັນປະກອບຄໍາເຫັນ ຕໍ່ການຊີ້ນໍາ-ນາພາລວມ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ຢ່າງເປັນເຈົ້າການ, ຍົກສູງຄວາມຮັບຜິດຊອບ, ສຸມສະຕິປັນຍາເຂົ້າໃນການຄົ້ນຄວ້າປະກອບຄໍາຄິດຄໍາເຫັນໃຫ້ເລີກເຊີ່ງ ເຖີງຖອງ, ຕີລາຄາໄດ້ຢ່າງພາວະວິໄສ, ຖືກຕ້ອງ, ຊັດເຈນ, ສອດຄ່ອງກັບສະພາບຄວາມເປັນຈິງ  ດ້ວຍຄວາມຮັບຜິດຊອບສູງ ແລະ ບັນລຸຜົນສໍາເລັດຢ່າງສະຫງ່າງາມ.

ຕອນທ້າຍ ສະຫາຍ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ, ກຳມະການສູນກາງພັກ, ລັດຖະມົນຕີ ກຕສ ໄດ້ມີຄໍາເຫັນ ແລະ ໂອ້ລົມຕໍ່ກອງປະຊຸມ ຊຶ່ງທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ພ້ອມທັງໃຫ້ເອົາໃຈໃສ່ສືບຕໍ່ນໍາພາ-ຊີ້ນໍາວຽກງານ ທີ່ໄດ້ຮັບມອບໝາຍໃຫ້ໄດ້ຮັບຜົນສໍາເລັດເປັນຢ່າງດີ ໃນການຊີ້ນໍາ-ນໍາພາ ຂອງການນໍາຂອງພັກ ແລະ ລັດຖະບານລາວ ກາຍເປັນແບບຢ່າງອັນດີງາມໃຫ້ສະມາຊິກພັກ-ພະນັກງານ ໄດ້ສືບຕໍ່ຝືກຝົນຫຼໍ່ຫອມຕົນເອງຮໍ່າຮຽນເອົາເປັນແບບຢ່າງ ແລະ ນໍາໜູນມາໃຊ້ໃນການປະຕິບັດໜ້າທີ່ໃຫ້ເຂັ້ມແຂງຂຶ້ນເລື້ອຍໆ.

ຂ່າວໂດຍ: ສິນທະນູ ພະຜົນໄຊ

 

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2023
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ