20/11/2025
ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ຮ່ວມກັບ ບໍລິສັດ ເອໄອເອັຟ ຈຳກັດ ລົງນາມເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ການສຶກສາຄວາມເປັນໄປໄດ້ ໂຄງການຍົກລະດັບການສຶກສາ ເພື່ອຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງພັກປະຊາຊົນປະຕິວັດລາວ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ດ້ວຍຄວາມເຄັ່ງຮ້ອນ ແລະ ສຸມທຸກກໍາລັງວັງຊາ ແລະ ທ່າແຮງຂອງປະເທດ ເພື່ອແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ, ພ້ອມນີ້ກໍພວມຢູ່ໃນໄລຍະກະກຽມການສະເຫຼີມສະຫຼອງ 3 ວັນປະຫວັດຊາດ (ວັນຄາຍວັນເກີດປະທານໄກສອນ ພົມວິຫານຄົບ ຮອບ 105 ປີ, ວັນສ້າງຕັ້ງ ກອງທັບປະຊາຊົນລາວຄົບຮອບ 76 ປີ ແລະ ວັນສາຖາປະນາ ສະທາລະນະລັດ ປະຊາທິປະໄຕ ປະຊາ ຊົນລາວ ຄົບຮອບ 50 ປີ) ເພື່ອໃຫ້ເປັນຂະບວນການ ຝົດຝື້ນ ແລະ ມີເນື້ອໃນເລີກເຊິ່ງ.

ຈຸດປະສົງຂອງການລົງນາມບົດບັນທຶກຄວາມເຂົ້າໃຈຄັ້ງນີ້ ເພື່ອຄົ້ນຄ້ວາແນວທາງ ການຮ່ວມມື ຍົກລະດັບຄຸນນະພາບການສຶກສາດ້ານ ເຕັກໂນໂລຊີ ໃຫ້ມີຄຸນນະພາບທີ່ດີ ແນ່ໃສ່ປະກອບສ່ວນດ້ານບຸກຄະລາກອນໄອຊີທີເຂົ້າໃນການຫັນເປັນ ດິຈິຕອນຂອງ ສປປ ລາວ. ປັດຈຸບັນເຕັກໂນໂລຊີໄດ້ມີການພັດທະນາຢ່າງໄວວາ ສະນັ້ນ, ສະຖາບັນການສຶກສາຕ່າງໆມີຄວາມຈໍາເປັນທີ່ຈະ ຕ້ອງໄດ້ປັບປຸງ ແລະ ພັດທະນາການສຶກສາຂອງຕົນ ໃຫ້ທັນສະພາບການປ່ຽນແປງໃໝ່ຂອງເຕັກໂນໂລຊີ ເປັນຕົ້ນ: ປັນຍາປະດິດ (Artificial intelligence “AI”), IoT, automation, ເຄື່ອງມືດ້ານດິຈິຕອນ ແລະ ອື່ນໆ. ເຕັກໂນໂລຊີດັ່ງກ່າວນີ້ ໄດ້ເຮັດໃຫ້ວິທີຊີວິດ, ການເຮັດວຽກ, ການບໍລິການ ຕະຫລອດເຖິ່ງອຸດສາຫະກໍາການຜະລິດຕ່າງໆ ໄດ້ມີການປ່ຽນແປງ. ພ້ອມດຽວກັນນີ້ມີຫລາຍວຽກງານ, ຫລາຍອາຊີບ ກໍ່ຈະສະລາຍຕົວໄປ. ສະນັ້ນ, ຖ້າລະບົບ ການສຶກສາບໍ່ໄດ້ຮັບການປັບປຸງ ແລະ ພັດທະນາໃຫ້ທັນກັບສະພາບການປ່ຽນແປງ. ບຸກຄະລາກອນ ທີ່ໄດ້ຜະລິດອອກມາຈາກສະຖາບັນການສຶກສາຕ່າງໆກໍ່ບໍ່ສາມາດ ຕອບສະໜອງໄດ້ຕາມຄວາມຕ້ອງການຂອງຕະຫລາດແຮງງານໃນອານາຄົດ. ການສຶກສາໃນຍຸກໃຫມ່ແນໃສ່ການສ້າງຊັບພະຍາກອນມະນຸດໃຫ້ມີທັກສະທາງດ້ານການຄິດ ແລະ ແກ້ໄຂບັນຫາຕ່າງໆໄດ້ດ້ວຍ ຕົນເອງ, ທັກສະຄວາມຄິດສ້າງສັນ ແລະ ເຮັດວຽກເປັນທີມ. ທັງນີ້, ທັງສອງຝ່າຍຈະໄດ້ຮ່ວມກັນຄົ້ນຄ້ວາ ແລະ ສຶກສາດ້ານຫລັກສູດ ການຮຽນ-ການສອນ ໄລຍະສັ້ນ ແລະ ໄລຍະຍາວ, ດ້ານບຸກຄະລາກອນ, ໂຄງລ່າງພື້ນຖານ ແລະ ສິ່ງອໍານວຍຄວາມສະດວກຕ່າງໆ ເພື່ອແນ່ໃສການສ້າງບຸກຄະລາກອນດ້ານເຕັກໂນໂລຊີ ໄອຊີທີ ອອກຮັບໃຊ້ສັງຄົມໃຫ້ມີຄຸນນະພາບທີ່ດີ ແລະ ຕອບສະໜອງໄດ້ຕາມຄວາມຕ້ອງການຂອງຕະຫລາດແຮງງານໃນປະຈຸບັນ ແລະ ອານາຄົດ. ຮ່ວມກັນພັດທະນາຄຸນນະພາບການສຶກສາໃຫ້ສູງຂື້ນ ໂດຍຜ່ານບັນດາກິດຈະກໍາຕ່າງໆເປັນຕົ້ນ: ສົ່ງເສີມການແລກປ່ຽນຄວາມຮູ້, ສົ່ງເສີມການຝຶກອົບຮົມໃນລະດັບຕ່າງໆ, ເຮັດງານການວີໄຈຄົ້ນຄ້ວາວິທະຍາສາດ, ປັບປຸງສິ່ງອໍານວຍຄວາມສະດວກແກ່ການສຶກສາຮໍ່າຮຽນ ແລະ ສະໜັບສະໜູນການພັດທະນານະວັດຕະກໍາທີ່ທັນສະໄຫມ. ດັ່ງນັ້ນ, ພິທີລົງນາມບົດບັນທຶກຄວາມເຂົ້າໃຈໃນຄັ້ງນີ້ ມີຄວາມສໍາຄັນຫລາຍໃນການຮ່ວມມືກັນພັດທະນາຢ່າງຢັ້ງຢືນ ແລະ ເປັນປະໂຫຽດໃຫ້ແກ່ທັງສອງຝ່າຍ. ເຊື້ອໝັ້ນວ່າຄວາມຮ່ວມມືນີ້ຈະເປີດປະຕູໄປສູ່ໂຄງການໃໝ່ ແລະ ການມີສ່ວນຮ່ວມໄລຍະຍາວຕໍ່ການພັດທະນາປະເທດຊາດ.

ພິທີລົງນາມບົດບັນທຶກຄວາມເຂົ້າໃຈດັ່ງກ່າວ ໄດ້ຈັດຂຶ້ນໃນຕອນແລງຂອງວັນທີ 18 ພະຈິກ 2025 ທີ່່ຜ່ານມາ. ຮ່ວມລົງນາມຄັ້ງນີ້ ໂດຍ ທ່ານ ປະດັບໄຊ ໄຊຍະໂຄດ ຫົວໜ້າສະຖາບັນເຕັກໂນໂລຊີການື່ສານຂໍ້ມູນຂ່າວສານ ແລະ ທ່ານ ລັດຕະນະມະນີ ຄູນນີວົງ ຮອງປະທານອາວຸໂສ ກຸມບໍລິສັດ ເອໄອເອັຟ ຈຳກັດ, ເຂົ້າຮ່ວມເປັນສັກຂີພິຍານ ໂດຍ ທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ບັນດາທ່ານຮອງລັດຖະມົນຕີ, ຕາງໜ້າຈາກກົມ/ທຽບເທົ່າ ພາຍໃນກະຊວງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ຂ່າວ: ສຕສ

