20/11/2025
ຄະນະຜູ້ແທນ ກະຊວງເຕັກໂນໂລຊີ ແລະການສື່ສານ (ກຕສ) ໄດ້ເດີນທາງເຂົ້າຮ່ວມຝຶກອົບຮົມການພັດທະນາແລວທາງນະວັດຕະກຳ ໃນຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຄັ້ງທີ 2 (The 2nd Workshop on the Lancang-Mekong Cooperation Innovation Corridor Development) ແລະ ຝຶກອົບຮົມສາກົນດ້ານວຽກງານເຕັກໂນໂລຊີສີຂຽວໃນຂອບການຮ່ວມມື ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ (the International Training on Green Technologies in the Lancang-Mekong Region) ທີ່ ເມືອງຄຸນໝິງ, ແຂວງຢຸນນານ, ສປ ຈີນ. ການຝຶກອົບດັ່ງກ່າວໄດ້ດຳເນີນເປັນເວລາ 05 ວັນ (ໃນລະຫວ່າງວັນທີ 11 ຫາ 15 ພະຈິກ 2025), ໂດຍ ທ່ານ ນາງ ໃຈມາລີ ພະກະຊຸມ, ຮອງຫົວໜ້າສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ໄດ້ນຳພາຄະນະຜູ້ແທນ ເດີນທາງໄປເຂົ້າຮ່ວມ. ມີເຈົ້າໜ້າທີ່ວິທະຍາສາດ ແລະ ເຕັກໂນໂລຊີ, ນັກຊ່ຽວຊານ, ນັກວິຊາການ, ນັກທຸລະກິດ ຈາກ ສປ ຈີນ ແລະ ຕາງໜ້າຈາກບັນດາປະເທດສະມາຊິກໃນຂອບຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງເຊັ່ນ: ກຳປູເຈຍ, ສປປ ລາວ, ມຽນມາ, ໄທ ແລະ ສສ ຫວຽດນາມ ເຂົ້າຮ່ວມ.

ຈຸດປະສົງ ກໍເພື່ອສົ່ງເສີມການຮ່ວມມືພາຍໃນພາກພື້ນຂອງ ສປ ຈີນ ແລະ ບັນດາປະເທດສະມາຊິກ ພາຍໃຕ້ຫົວຂໍ້: ພັດທະນາເຕັກໂນໂລຊີສີຂຽວ ໃນຂອບຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ. ໂດຍການເປັນປະທານຮ່ວມໃນພິທີເປີດຂອງ ທ່ານ ຫູ ຊີຊຽງ ຜູ້ອຳນວຍການ ສະຖາບັນວິທະຍາສາດ ແລະ ເຕັກໂນໂລຊີ, ແຂວງຢຸນນານ ແລະ ທ່ານ ມ໋າ ມິນຊຽງ, ຮອງຜູ້ອຳນວຍການ ສະຖາບັນວິທະຍາສາດ ແລະ ເຕັກໂນໂລຊີ ແຂວງຢຸນນານ. ເປັນເຈົ້າພາບຮ່ວມໂດຍ ພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງຢຸນນານ, ສະຖາບັນວິທະຍາສາດແຂວງຢຸນນານ ແລະ ມະຫາວິທະຍາໄລແຂວງຢຸນນານ, ພາຍໃຕ້ການສະໜັບສະໜູນຂອງກົມພົວພັນສາກົນ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ສປ ຈີນ.
:
ທ່ານ ຫວາງ ຊຽງ ຮອງຫົວໜ້າກົມພົວພັນສາກົນ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ສປ ຈີນ ໄດ້ມີຄຳເຫັນກ່ຽວກັບການຮ່ວມມືໃນຂອບແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ. ຊຶ່ງຜ່ານມາໄດ້ມີການພັດທະນາ ແລະ ຍົກລະດັບຂຶ້ນຢ່າງມີບາດກ້າວທີ່ດີ, ໄດ້ປະສົບຜົນສຳເລັດໃນການກໍ່ສ້າງນະໂຍບາຍ ແລະ ກົນໄກການຮ່ວມມືດ້ານວິທະຍາສາດ, ການຄົ້ນຄວ້າຮ່ວມກັນທາງດ້ານເຕັກໂນໂລຊີ ແລະ ການສ້າງຂີດຄວາມສາມາດໃນລະດັບພາກພື້ນ. ນອກນັ້ນ, ໄດ້ມີການສະເໜີຕື່ມກ່ຽວກັບຂໍ້ລິເລີ່ມຮ່ວມມືຄື: 1) ການສ້າງສາຍສຳພັນທາງດ້ານວັດທະນະທຳ ແລະ ຮີດຄອງປະເພນີຊຶ່ງກັນ ແລະ ກັນ, 2) ການແລກປ່ຽນທັກສະ, ຄວາມຮູ້ ແລະ ຄວາມສາມາດໃນລະດັບພາກພື້ນ, 3) ການຮ່ວມມືດ້ານວິທະຍາສາດ ແລະ ເຕັກໂນໂລຊີໃນລະດັບພາກພື້ນ ແລະ 4) ການສົ່ງເສີມການຮ່ວມມືກັນໃນຂອບເຂດຮູບແບບໃໝ່.
:
ພ້ອມນີ້, ທ່ານ ຊາງ ຈາວຊິວ ຮອງຫົວໜ້າພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງຢຸນນານ ໄດ້ມີຄຳເຫັນຕື່ມວ່າ ໃນຖານະທີ່ແຂວງຢຸນນານ ເປັນແຂວງຫຼັກໃນການຮ່ວມມື ຂອງ ສປ ຈີນ ແລະ ບັນດາປະເທດໃນພາກພື້ນອາຊີຕາເວັນອອກສຽງໃຕ້, ຈະເພີ່ມທະວີການຮ່ວມມື ແລະ ສະໜັບສະໜູນດ້ານວຽກງານວິທະຍາສາດ ແລະ ເຕັກໂນໂລຊີຢ່າງເຕັມທີ່. ໃນໄລຍະຜ່ານມາ, ແຂວງຢຸນນານໄດ້ຈັດຕັ້ງປະຕິບັດຕາມແຜນຍຸດທະສາດການຮ່ວມມືລະຫວ່າງປະເທດ ຂອງ ສປ ຈີນ, ເປັນຕົ້ນແມ່ນການກໍ່ສ້າງຊ່ອງທາງການຮ່ວມມືດ້ານວິທະຍາສາດ, ເຕັກໂນໂລຊີ, ກະສິກໍາ ແລະ ພະລັງງານຮູບແບບໃໝ່ລະຫວ່າງປະເທດ, ພ້ອມກັບມີການແລກປ່ຽນບົດຮຽນ ແລະ ປະສົບການຕໍ່ກັບວຽກງານດັ່ງກ່າວ.
.jpeg)
ໃນໂອກາດດັ່ງກ່າວ, ທ່ານ ນາງ ໃຈມາລີ ພະກະຊຸມ, ຮອງຫົວໜ້າສະຖາບັນເຕັກໂນໂລຊີການສື່ສານ ຂໍ້ມູນຂ່າວສານ ໄດ້ລາຍງານຜົນຄວາມຄື້ບໜ້າ ໃນການຈັດຕັ້ງປະຕິບັດ 02 ໂຄງການ ຂອງ ກະຊວງເຕັກໂນໂລຊີ ແລະ ການສື່ສານ ຄື: 1) ໂຄງການຮ່ວມມືລະດັບພາກພື້ນ ເພື່ອເສີມສ້າງລະບົບນິເວດສະຕາດອັບ ຂອງ ສປປ ລາວ, ຫວຽດນາມ ແລະ ໄທ ‘‘Regional Cooperation Project to Strengthen the Startup Ecosystem of Lao PDR, Vietnam and Thailand’’ ຈັດຕັ້ງປະຕີບັດໂດຍ ສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ, ແລະ 2) ສຶກສາ ແລະ ສ້າງຕັ້ງແຜນພັດທະນາ ເພື່ອເຊື່ອມຈອດວຽກງານຂະແໜງບໍລິການດ້ານໄປສະນີ ແລະ ຂົນສົ່ງ ຂອງ ສປປ ລາວ ກັບ ໂຄງການແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ‘‘Study and establish a development plan to link the postal and logistics services sector of Lao PDR with LMC project’’ ຈັດຕັ້ງປະຕິບັດໂດຍ ກົມໄປສະນີ ແມ່ນດຳເນິນໄປຕາມແຜນການກຳນົດ. ພ້ອມນັ້ນ, ກໍ່ໄດ້ຖືໂອກາດ ຂອບໃຈ ຕໍ່ການສຶບຕໍ່ ຊຸກຍູ້ສົ່ງເສີມ ແລະ ຊ່ວຍເຫລືອ ສປປ ລາວ ຕະຫລອດມາ.

