20/11/2025
ສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຈັດຝຶກອົບຮົມ ສົ່ງເສີມທັກສະດິຈິຕອນຂັ້ນພື້ນຖານ ໃຫ້ແກ່ຄະນະບໍລິຫານງານຊາວໜຸ່ມພະແນກການຕ່າງໆ ພາຍໃນແຂວງຈຳປາສັກ, ໃນລະຫວ່າງວັນທີ 14-15 ພະຈິກ 2025 ທີ່ແຂວງຈຳປາສັກ. ໃຫ້ກຽດກ່າວເປີດໂດຍ ທ່ານ ປະລິນຍາເອກ ສັນຕິສຸກ ສິມມາລາວົງ, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ມີຄະນະບໍລິຫານງານຊາວໜຸ່ມຂອງບັນດາພະແນກການຕ່າງໆ ພາຍໃນແຂວງຈຳປາສັກ ເຂົ້າຮ່ວມ 80 ກວ່າທ່ານ.

ຈຸດປະສົງຂອງການຈັດຝຶກອົບຮົມຄັ້ງນີ້, ກໍເພື່ອເປັນການປູກຈິດສຳນຶກ, ຊຸກຍູ້ ແລະ ສະໜັບສະໜູນຊາວໜຸ່ມລາວໃນການເຂົ້າເຖີງ ແລະ ນໍາໃຊ້ເຕັກໂນໂລຊີດິຈິຕອນ ຄຽງຄູ່ກັບການສ້າງທັກສະທີ່ຈຳເປັນແກ່ໄວໜຸ່ມ ເພື່ອຍົກລະດັບຄວາມຮູ້, ຄວາມເຂົ້າໃຈກ່ຽວກັບວຽກງານການຫັນເປັນດິຈິຕອນ ແລະ ຍົກລະດັບທັກສະການນໍາໃຊ້ເຕັກໂນໂລຊີດິຈິຕອນເຂົ້າໃນການພັດທະນາວຽກງານ ແລະ ການດຳລົງຊີວິດໃຫ້ມີປະສິດທິພາບສູງຂຶ້ນ ເປັນຕົ້ນແມ່ນ: ເຄື່ອງມືດິຈິຕອນ, ການສ້າງ ແລະ ບໍລິຫານຈັດການຂໍ້ມູນດິຈິຕອນ ພ້ອມທັງການນຳໃຊ້ຊື່ສັງຄົມອອນລາຍໃຫ້ມີຄວາມປອດໄພແກ່ພະແນກການຕ່າງໆ ອ້ອມຂ້າງແຂວງຈຳປາສັກ. ຊຶ່ງຜູ້ເຂົ້າຮ່ວມຝຶກອົບຮົມ ຈະໄດ້ຮຽນຮູ້ກ່ຽວກັບຄວາມສຳຄັນຂອງການນຳໃຊ້ສື່ສັງຄົມອອນລາຍ, ສິ່ງທ້າທາຍ ແລະ ປະກົດການຫຍໍ້ທໍ້ຂອງການນຳໃຊ້ສື່ສັງຄົມອອນລາຍ, ຄວາມຮູ້ພື້ນຖານກ່ຽວກັບໂລກດິຈິຕອນ, ຄວາມໝາຍຂອງທັກສະດິຈິຕອນ (Digital Literacy), ທັກສະທີ່ສຳຄັນຂອງທັກສະດິຈິຕອນ ແລະ ປະໂຫຍດທີ່ໄດ້ຈາກການນໍາໃຊ້ເຕັກໂນໂລຊີດິຈິຕອນ. ພ້ອມກັນນັ້ນ, ຍັງໄດ້ປະຕິບັດຕົວຈິງ ວິທີການສ້າງເນື້ອຫາ ແລະ ການສ້າງຄິບວີດີໂອສັ້ນຜ່ານ Canva, ວິທີໃຊ້ຄຳສັ່ງການນຳໃຊ້ປັນຍາປະດິດ (AI). ຫຼັງຈາກການຝຶກອົບຮົມ, ຄະນະຈັດຝຶກອົບຮົມ ແລະ ຜູ້ເຂົ້າຮ່ວມ ໄດ້ໄປທັດສະນະສຶກສາຢ້ຽມຢາມ ໂຮງງານກາເຟດາວ ໃນກຸ່ມບໍລິສັດ ດາວເຮືອງ ທີ່ຕັ້ງຢູ່ບ້ານຫຼັກຊາວເອັດ, ເມືອງບາຈຽງ, ແຂວງຈໍາປາສັກ ເຊີ່ງໄດ້ຮັບຄວາມຮູ້ ແລະ ປະສົບການທີ່ກ່ຽວຂ້ອງກັບຂະບວນການຜະລິດກາເຟແຕ່ຕົ້ນຈົນຈົບ ໂດຍການນຳໃຊ້ເຕັກໂນໂລຊີ, ເຄື່ອງຈັກ ແລະ ອຸປະກອນທີ່ນໍາມາຈາກຕ່າງປະເທດ ແລະ ຮຽນຮູ້ກ່ຽວກັບກໍາລັງການຜະລິດ ທີ່ສູງຂອງໂຮງງານແຫ່ງນີ້ ເຊິ່ງຖືກຈັດເປັນໂຮງງານກາເຟສຳເລັດຮູບທີ່ທັນສະໄໝແຫ່ງໜຶ່ງໃນອາຊີຕາເວັນອອກສຽງໃຕ້ ອີກດ້ວຍ.


ບົດຂ່າວ: ສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ.

