ພິທີເປີດງານມະຫາກຳທາງດ້ານເຕັກໂນໂລຊີ ກຸ່ມຂໍ້ມູນຜູກພັນຂອງລາວ

23/11/2025

ພິທີເປີດງານມະຫາກຳທາງດ້ານເຕັກໂນໂລຊີ ກຸ່ມຂໍ້ມູນຜູກພັນຂອງລາວ

ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຮ່ວມກັບ ບໍລິສັດ ບິດຄິກ ຈຳກັດຜູ້ດຽວ (Bitqik) ໄດ້ຈັດພິທີເປີດງານມະຫາກຳທາງດ້ານເຕັກໂນໂລຊີ ກຸ່ມຂໍ້ມູນຜູກພັນຂອງລາວ (Laos Blockchain Fest 2025) ຂຶ້ນໃນຕອນເຊົ້າ ຂອງວັນທີ 21 ພະຈິກ 2025, ທີ່ຫໍປະຊຸມແຫ່ງຊາດ. ໃຫ້ກຽດເປັນປະທານ ກ່າວເປີດງານ ໂດຍ ທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ, ກຳມະການສູນກາງພັກ, ລັດຖະມົນຕີ​​ ກະຊວງເຕັກໂນໂລຊີ ແລະ ການ​ສື່​ສານ, ມີ ທ່ານ ປະລິນຍາເອກ ມະໂນທອງ ວົງໄຊ, ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ປະລິນຍາເອກ ສັນຕິສຸກ ສິມມາລາວົງ ແລະ ທ່ານ ໄຊລືຊາ ອິນສີຊຽງໃໝ່ ຮອງລັດຖະມົນຕີ ກຕສ ພ້ອມດ້ວຍ ທ່ານ ເອກະພັນ ພະພິທັກ ປະທານຜູ້ຖືຫຸ້ນ ທະນາຄານຮ່ວມພັດທະນາ ມະຫາຊົນ, ບັນດາທ່ານຫົວໜ້າກົມ, ຮອງກົມ/ທຽບເທົ່າ ພາຍໃນ ກຕສ, ແຂກຖືກເຊີນທັງພາຍໃນ ແລະ ຕ່າງປະເທດ ພ້ອມດ້ວຍບັນດາບໍລິສັດ, ຫ້າງຮ້ານ, ຫົວໜ່ວຍທຸລະກິດ ແລະ ສື່ມວນຊົນ ເຂົ້າຮ່ວມ ຢ່າງພ້ອມພຽງ.

ຈຸດປະສົງຂອງການຈັດງານຄັ້ງນີ້, ກໍເພື່ອເປັນການໂຄສະນາ ເຜີຍແຜ່ ສ້າງຈິດສໍານຶກໃຫ້ທົ່ວສັງຄົມ ໃຫ້ມີຄວາມຮັບຮູ້ ແລະ ເຂົ້າໃຈ ກ່ຽວກັບການຫັນເປັນອຸດສະຫະກໍາທັນສະໄໝ ເພື່ອພັດທະນາເສດຖະກິດ ແລະ ສັງຄົມ ດິຈິຕອນ ຂອງ ສປປ ລາວ. ພ້ອມທັງ ເປັນການຈັດຕັ້ງປະຕີບັດ 09 ເປົ້​າ​ໝາຍ​ໃຫຍ່ ແຜນ​ພັດ​ທະ​ນາ​ເຕັກ​ໂນ​ໂລ​ຊີ ແລະ ການ​ສື່​ສານ ເຂົ້າໃນຈຸດສຸມບູລິມະສິດຂອງເປົ້າໝາຍ ແຜນພັດທະນາຂອງລັດຖະບານ ເປັນຕົ້ນ​ການຫັນ​ເປັນ​ອຸດ​ສາ​ຫະ​ກຳ 4.0 ແລະ ສ້າງ​ເສດ​ຖະ​ກິດ​ດິ​ຈິຕອນ ໃຫ້ປະກົດຜົນເປັນຈິງ, ສົ່ງເສີມ​ ແລະ ພັດ​ທະ​ນາ ​ດ້ານເຕັກ​ໂນ​ໂລ​ຊີຂໍ້ມູນຜູກພັນ (Blockchain) ເຂົ້າ​ໃນ​ທຸກ​ຂະ​ແໜງ ການທັງພາກລັດ ແລະ ເອກະຊົນ ເພື່ອການພັດທະນາເສ​ດ​ຖະ​ກິດ-ສັງ​ຄົມ ແຕ່​ສູນ​ກາງລົງ​ຮອດ​ທ້ອງ​ຖິ່ນ ແລະ ເປັນການແລກປ່ຽນປະສົບການ, ແບ່ງປັນຄວາມຮູ້, ສ້າງເຄືອຂ່າຍການຮ່ວມມື, ຂະຫຍາຍໂອກາດທາງທຸລະກິດ ແລະ ສົ່ງເສີມ ການຂະຫຍາຍຕົວຂອງອຸດສາຫະກຳ ດ້ານເຕັກ​ໂນ​ໂລ​ຊີຂໍ້ມູນຜູກພັນ (Blockchain) ໃນ ສປປ ລາວ.

ງານມະຫາກຳທາງດ້ານເຕັກໂນໂລຊີກຸ່ມຂໍ້ມູນຜູກພັນ (Laos Blockchain Fest 2025) ນີ້ ຈະຈັດຂຶ້ນເປັນເວລາ 02 ວັນ (ໃນລະຫວ່າງ ວັນທີ 21-22 ເດືອນ ພະຈິກ 2025), ທີ່ຫໍປະຊຸມແຫ່ງຊາດ (ຫຼັກ 6), ນະຄອນຫຼວງວຽງຈັນ, ສປປ ລາວ ພາຍໃຕ້ ຄໍາຂວັນ “ ສ້າງອະນາຄົດທີ່ຍືນຍົງ ດ້ວຍເຕັກໂນໂລຊີ “ Building Resilient Future-Chain ’’.

ງານໃນດຫ່ງກ່ວນີ້ ເປັນງານມະຫາກຳເຕັກໂນໂລຊີ ໄອຊີທີ ແລະ ດິຈິຕອນ ຊຶ່ງຈະປະກອບມີ ຫຼາຍກິດຈະກໍາ ຈັດຂຶ້ນພ້ອມກັນຢ່າງເປັນຂະບວນຟົດຟື້ນ ເຊັ່ນ: ງານວາງສະແດງ ຜົນງານການຄົ້ນຄວ້າ, ຜະລິດຕະພັນ ແລະ ການບໍລິການ ທາງດ້ານເຕັກ​ໂນ​ໂລ​ຊີຂໍ້ມູນຜູກພັນ (Blockchain), ກອງປະຊຸມສໍາມະນາ ທາງດ້ານຄວາມຮູ້ ເຕັກ​ໂນ​ໂລ​ຊີຂໍ້ມູນຜູກພັນ (Blockchain), ກອງປະຊຸມໂຕະມົນລະດົມແນວຄວາມຄິດໃນການພັດທະນາ ທຸລະກິດສະຕາດອັບ (Startup) ໃນ ສປປ ລາວ, ເວທີສົນທະນາ: ທາງດ້ານການຊຸກຍູ້ສົ່ງເສີມ ແລະ ການພັດທະນາ ເຕັກ​ໂນ​ໂລ​ຊີຂໍ້ມູນຜູກພັນ (Blockchain) ໃນສັງຄົມ, ເວທີການຊອກຄູ່ຮ່ວມມື ພາກລັດ ແລະ ເອກະຊົນ ທັງພາຍໃນ ແລະ ຕ່າງປະເທດ. ຊຶ່ງໄດ້ຮັບການອຸປະຖໍາຫຼັກຈາກ ບໍລິສັດ ບິດຄິກ ຈຳກັດຜູ້ດຽວ (Bitqik), ບັນດາຜູ້ສະໜັບສະໜູນ, ຜູ້ປະກອບການ ແລະ ບໍລິສັດຫ້າງຮ້ານຕ່າງໆ. ພ້ອມທັງ ມີຜະລິດຕະພັນ, ຮ້ານວາງສະແດງ (Booth) ສໍາຫຼັບພາກລັດ, ສະຖາບັນ ການສືກສາ.

ຕອນທ້າຍ, ທ່ານ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ຍັງໄດ້ເຊື້ອເຊີນບັນດາກະຊວງ, ຂະແໜງການພາກລັດ, ສະຖາບັນຄົ້ນຄວ້າ, ສະຖາບັນການສຶກສາ, ມະຫາວິທະຍາໄລ, ພາກທຸລະກິດ ເອກະຊົນ ແລະ ຜູ້ປະກອບການດ້ານໄອຊີທີດິຈິຕອນ ທັງພາຍໃນ ແລະ ຕ່າງປະເທດ ແລະ ປະຊາຊົນລາວ ບັນດາເຜົ່າ ເຂົ້າຮ່ວມໃນງາ​ນດັ່ງກ່າວ ເພື່ອຮັບຟັງການເຜີຍແຜ່ຂໍ້ມູນທີ່ສຳຄັນ ໃນຮູບແບບຂອງການຈັດກອງປະຊຸມສຳມະນາ, ສົນທະນາ ເພື່ອແລກປ່ຽນບົດຮຽນ ແລະ ຄວາມຮູ້. ນອກຈາກນີ້ ພາຍໃນງານຍັງໄດ້ຈັດ (Booth) ວາງສະແດງຜະລິດຕ່າງໆທີ່ກ່ຽວຂ້ອງ ເພື່ອໃຫ້ຜູ້ເຂົ້າຮ່ວມ ໄດ້ຮັບຮູ້ ແລະ ເຂົ້າໃຈເຖີງ ງານມະຫາກຳທາງດ້ານເຕັກໂນໂລຊີກຸ່ມຂໍ້ມູນຜູກພັນ (Laos Blockchain Fest 2025).

ບົດຂ່າວໂດຍ: ສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ

 

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2024
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ