26/11/2025
ໃນໂອກາດເຂົ້າຮ່ວມງານເສວະນາເສດຖະກິດລະດູໜາວ ປະຈຳປີ 2025 ປະຈຳປີ 2025, ທີ່ນະຄອນໂຮຈິມິນ ໃນລະຫວ່າງວັນທີ 24 – 27 ພະຈິກ 2025, ທ່ານ ໄຊຊະນະ ສິດທິພອນ, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ສປປ ລາວ ນຳພາຄະນະເຂົ້າຢ້ຽມຂ່ຳນັບ ພະນະທ່ານ ບຸຍ ແທງ ເຊິນ (Bui Thanh Son), ຮອງນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ.
:
ໃນໂອກາດດັ່ງກ່າວນີ້, ທ່ານ ໄຊຊະນະ ສິດທິພອນ, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ສປປ ລາວ ໄດ້ລາຍງານຕໍ່ ທ່ານຮອງນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດສັງຄົມນິຍົມຫວຽດນາມ ຮັບຊາບກ່ຽວກັບສະພາບການຮ່ວມມືໄລຍະຜ່ານມາ ໃນຂົງເຂດວຽກງານໄອຊີທີ ແລະ ການຫັນເປັນດິຈິຕອນ, ເຕັກໂນໂລຊີ ແລະ ນະວັດຕະກຳ ທີ່ໄດ້ຮ່ວມກັນຍາດມາໄດ້ຜົນສໍາເລັດຫຼາຍຢ່າງ ແລະ ໄດ້ມີການປະສານສົມທົບກັນຢ່າງຕໍ່ເນື່ອງ ຮ່ວມກັບຄູ່ຮ່ວມມື ກໍຄືກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແລະ ສະພາບັນດິດວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ. ຊຶ່ງໄດ້ມີການພົບປະແລກປ່ຽນກັນຢ່າງເປັນປະຈຳ ໃນແຕ່ລະຂັ້ນ ແລະ ໝູນວຽນກັນຈັດກອງປະຊຸມພົບປະທຸກປີ. ຍ້ອນຫວຽດນາມ ມີບົດຮຽນ ແລະ ປະສົບການ ຈຶ່ງສະເໜີຂໍໃຫ້ເພື່ອນຫວຽດນາມ ຊ່ວຍໃຫ້ການສະໜັບສະໜູນ ສປປ ລາວ ໃນຂົງເຂດວຽກງານການປະຍຸກໃຊ້ປັນຍາປະດິດ, ການຫັນເປັນດິຈິຕອນ, ສ້າງສູນຂໍ້ມູນ, ການພັດທະນາຊັບພະຍາກອນມະນຸດ.

ພະນະທ່ານ Bui Thanh Son, ຮອງນາຍົກລັດຖະມົນຕີ ແຫ່ງສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ໄດ້ກ່າວວ່າ: ຫວຽດນາມ ພ້ອມທີ່ຈະແບ່ງປັນປະສົບການກັບສະຫາຍລາວ ໃນວຽກງານການພັດທະນາຫັນເປັນດິຈິຕອນ, ເຕັກໂນໂລຊີ ແລະ ນະວັດຕະກຳ. ນອກຈາກການເຊື່ອມໂຍງທາງດ້ານໂຄງລ່າງພື້ນຖານຄົມມະນາຄົມແລ້ວ ການເຊື່ອມຕໍ່ໂຄງລ່າງພື້ນຖານດ້ານດິຈິຕອນ ຈະເຊື່ອມໂຍງ ແລະ ຊຸກຍູ້ການພັດທະນາດ້ານເສດຖະກິດ-ສັງຄົມ ລະຫວ່າງສອງປະເທດ. ນອກຈາກນັ້ນ, ກໍຮຽກຮ້ອງໃຫ້ ສປປ ລາວສ້າງເງື່ອນໄຂທີ່ເອື້ອອຳນວຍຄວາມສະດວກຕໍ່ກັບບັນດາກຸ່ມບໍລິສັດຂອງຫວຽດນາມ ເປັນຕົ້ນ: Viettel, FPT, ແລະ VNPT ມີການປະກອບສ່ວນຮ່ວມກັບລາວ ເພື່ອສືບຕໍ່ຮັດແໜ້ນການຮ່ວມມືໃນຂົງເຂດວຽກງານດັ່ງກ່າວນີ້ ໃຫ້ເປັນຮູບປະທຳ. ພ້ອມດຽວກັນນັ້ນ, ກໍພ້ອມໃຫ້ຄວາມຮ່ວມມືກັບສະຫາຍລາວ ໃນການພັດທະນາຊັບພະຍາກອນມະນຸດ ແລະ ສົ່ງເສີມການຮ່ວມມືໃນສົນທິສັນຍາ ອົງການສະຫະປະຊາຊາດ ວ່າດ້ວຍການຕ້ານອາດຊະຍາກໍາທາງໄຊເບີ (United Nations Convention against Cybercrime). ຊຶ່ງ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນຂັ້ນສູງຂອງລາວ ເຂົ້າຮ່ວມພິທີລົງນາມສົນທິສັນຍາດັ່ງກ່າວ ໃນເດືອນຕຸລາ 2025 ຜ່ານມາ ຢູ່ທີ່ນະຄອນຫຼວງຮ່າໂນ້ຍ, ສສ ຫວຽດນາມ.
:
ການພົບປະກັນໃນຄັ້ງນີ້, ເຕັມໄປດ້ວຍບັນຍາກາດອັນອົບອຸ່ນ ແລະ ໄມຕີຈິດມິດຕະພາບ. ຫວຽດນາມ ເປັນເພື່ອນສະໜິດມິດສະຫາຍທີ່ຈິງໃຈ ເຂົ້າອົກເຂົ້າໃຈ, ມີນໍ້າໃຈ ແລະ ມີສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ. ຍ້ອນສອງປະເທດຂອງພວກເຮົາມີພັກ, ລັດຖະບານ ແລະ ປະຊາຊົນ ທີ່ມີມູນເຊື້ອຮັກແພງສາມັກຄີ ຊ່ວຍເຫລືອກັນຢ່າງແໜ້ນໜຽວ.
.jpeg)
ບົດຂ່າວ: ພະແນກຮ່ວມມືທະວິພາຄີ, ຫ້ອງການກະຊວງ

