ກົມເຕັກໂນໂລຊີ ແລະ ນະວັດຕະກຳ ຈັດພິທີມອບໃບຍ້ອງຍໍປະຈຳປີ 2024

26/11/2025

ກົມເຕັກໂນໂລຊີ ແລະ ນະວັດຕະກຳ ຈັດພິທີມອບໃບຍ້ອງຍໍປະຈຳປີ 2024

ໃນຕອນເຊົ້າຂອງວັນທີ 26 ພະຈິກ 2025, ກົມເຕັກໂນໂລຊີ ແລະ ນະວັດຕະກຳ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຈັດພິທີມອບໃບຍ້ອງຍໍ ການປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ປະຈຳປິ 2024 ແລະ ເຜີຍແຜ່ເອກະສານ ການຈັດປະເມີນຜົນການປະຕິບັດວຽກງານ ຂອງພະນັກງານ-ລັດຖະກອນ ປະຈຳປີ 2025, ຂຶ້ນທີ່ຫ້ອງປະຊຸມໃຫຍ່ຂອງກົມເຕັກໂນໂລຊີ ແລະ ນະວັດຕະກຳ. ໂດຍການເປັນປະທານຂອງ ທ່ານ ວິໄລສອນ ບຸບຜາລັດ, ຫົວໜ້າກົມເຕັກໂນໂລຊີ ແລະ ນະວັດຕະກຳ, ມີຄະນະກົມ, ຄະນະພະແນກ ແລະ ພະນັກງານພາຍໃນກົມເຂົ້າຮ່ວມຢ່າງພ້ອມພຽງ.

ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອມອບໃບຍ້ອງຍໍຜົນງານດີເດັ່ນໃນການປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ກໍຄືພະນັກງານຂອງກົມ ປະຈຳປີ 2024 ໃຫ້ແກ່ພະນັກງານພາຍໃນກົມ ແລະ ໄດ້ເຜີຍແຜ່ແຈ້ງການຂອງກົມຈັດຕັ້ງ ແລະ ບັນດາເອກະສານທີ່ກ່ຽວຂ້ອງໃນການຈັດປະເມີນການປະຕິບັດວຽກງານຂອງ ພະນັກງານ-ລັດຖະກອນ ປະຈຳປີ 2025 ໃຫ້ພະນັກງານຮັບຮູ້ ແລະ ນຳໄປເປັນບ່ອນອີງໃນການປະເມີນ.

:

    ຕອນທ້າຍ ທ່ານປະທານກອງປະຊຸມ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ພະນັກງານພາຍໃນກົມ ທີ່ສາມາດຍາດໄດ້ການຍ້ອງຍໍ ປະເພດ I (ດີຫຼາຍ) ປະຈຳປີ 2024 ໝົດທຸກທ່ານ. ພ້ອມທັງໃຫ້ສືບຕໍ່ຮັກສາມູນເຊື້ອ ແລະ ເອົາໃຈໃສ່ປະຕິບັດວຽກງານໃຫ້ໄດ້ຮັບຜົນດີ.

ກອງປະຊຸມປິດລົງໃນຕອນເຊົ້າຂອງວັນດຽວກັນ

 ຂຽນຂ່າວໂດຍ: ວາດສະໜາ ແສນຄຳຢອງ

ຖ່າຍພາບໂດຍ: ແກ້ວພູຊອນ ພັນມາລາ

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2023
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ