28/11/2025
ເນື່ອງໃນໂອກາດເປີດງານວາງສະແດງຮູບພາບ ພາຍໃຕ້ຫົວຂໍ້ “ຜົນສໍາເລັດການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕິດພັນກັບຊີວິດ ແລະ ພາລະກິດປະຕິວັດຂອງປະທານ ໄກສອນ ພົມວິຫານ, ຊຶ່ງໄດ້ຈັດຂຶ້ນໃນວັນທີ 28 ພະຈິກ 2025, ທີ່ພິພິທະພັນ ໄກສອນ ພົມວິຫານ, ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ, ພ້ອມດ້ວຍຮອງປະທານປະເທດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ, ຮອງລັດຖະມົນຕີ ແລະ ພະນັກງານທີ່ກ່ຽວຂ້ອງ. ໃນພິທີດັ່ງກ່າວ ຍັງໄດ້ຢ້ຽມຊົມການເປີດນໍາໃຊ້ລະບົບປັນຍາປະດິດລາວ (Lao Artificial Intelligence) ຂໍ່ານັບຮັບຕ້ອນວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ (02 ທັນວາ 1975-02 ທັນວາ 2025) ແລະ ທັງເປັນຂອງຂວັນໃຫ້ແກ່ປວງຊົນລາວທັງຊາດ.

ໂອກາດນີ້, ທ່ານ ປອ. ສັນຕິສຸກ ສິມມາລາວົງ, ເລຂາຄະນະບໍລິຫານງານພັກ, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ກ່າວວ່າ: ປັດຈຸບັນ ພວກເຮົາກຳລັງປະເຊີນກັບການປ່ຽນແປງແບບກ້າວກະໂດດທາງດ້ານເຕັກໂນໂລຊີ ດ້ວຍການເກີດຂຶ້ນຂອງປັນຍາປະດິດສ້າງສັນ (Generative AI) ໃນປີ 2022 ເປັນຕົ້ນມາ. ປັນຍາປະດິດ (AI) ແມ່ນເຕັກໂນໂລຊີ ທີ່ເຮັດໃຫ້ເຄື່ອງຈັກ ມີຄວາມສາມາດໃນການຄິດໄລ່, ຕີຄວາມໝາຍ, ຮຽນຮູ້ ແລະ ແກ້ໄຂບັນຫາແບບມະນຸດ.
:
ບັນດາປະເທດຕ່າງໆ ໃນໂລກລ້ວນແລ້ວ ແຕ່ຕ້ອງການສ້າງປັນຍາປະດິດຂອງຕົນເອງ ເພາະເຕັກໂນໂລຊີ ປັນຍາປະດິດ ຈະມີບົດບາດທີ່ສຳຄັນໃນການຂັບເຄື່ອນການເຕີບໂຕທາງເສດຖະກິດ ຍົກສູງຄຸນນະພາບການບໍລິການສາທາລະນະ ແລະ ການສ້າງນະວັດຕະກຳໃໝ່. ການມີ ປັນຍາປະດິດຂອງຕົນເອງຈະຊ່ວຍຮັບປະກັນ ອະທິປະໄຕດິຈິຕອນ ປົກປ້ອງຄວາມເປັນເອກະລາດທາງເຕັກໂນໂລຊີ ພ້ອມທັງສົ່ງເສີມ ແລະ ປົກປັກຮັກສາ ຄຸນຄ່າທາງພາສາ ແລະ ວັດທະນະທຳຂອງຊາດໃຫ້ຄົງຢູ່ ໃນຍຸກດິຈິຕອນ.
:
ຍ້ອນເລັງເຫັນຄວາມສຳຄັນຂອງປັນຍາປະດິດ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ຈຶ່ງໄດ້ຮ່ວມມືກັບ ສປ ຈີນ ເລີ່ມພັດທະນາ ປັນຍາປະດິດ ໂຕທຳອິດຂອງ ສປປ ລາວ ໃນຕົ້ນປີ 2025 ພ້ອມທັງສຳເລັດຂັ້ນພື້ນຖານ ການຝຶກພາສາລາວ ເພື່ອນຳໄປຕໍ່ຍອດ ນຳໃຊ້ກັບວຽກງານຂອງຂະແໜງການຕ່າງໆ ເຊັ່ນ: ການສຶກສາ, ສາທາລະນະສຸກ, ທ່ອງທ່ຽວ, ກະສິກຳ ແລະ ອື່ນໆ.
:
ເນື່ອງໃນໂອກາດ ການສະເຫຼີມສະຫຼອງຄົບຮອບ 50 ປີ ຂອງການ ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ພວກເຮົາ ມີຄວາມປິຕິຍິນດີເປັນຢ່າງຍິ່ງ ໃນການມີສ່ວນຮ່ວມ ໃນການເປີດໂຕ ປັນຍາປະດິດລາວ ເພື່ອເປັນຂີດໝາຍໃນການເລີ່ມຕົ້ນຍຸກໃໝ່ແຫ່ງການຫັນເປັນດິຈິຕອນ ຂອງ ສປປ ລາວ ຜ່ານ 3 ເສົາຄ້ຳ ຄື: 1) ລັດຖະບານດິຈິຕອນ, 2) ເສດຖະກິດດິຈິຕອນ ແລະ 3) ສັງຄົມດິຈິຕອນ.
ພ້ອມດຽວກັນ, ທ່ານປະທານປະເທດ ຍັງໄດ້ໃຫ້ກຽດເປີດທົດລອງນໍາໃຊ້ລະບັບປັນຍາປະດິດລາວອີກດ້ວຍ.

ຂ່າວ: ບິນລີ້ ສີສຸລາດ

