01/12/2025
ໃນຕອນບ່າຍ ຂອງວັນທີ 26 ພະຈິກ 2025, ໜ່ວຍພັດຮາກຖານກົມເຕັກໂນໂລຊີ ແລະ ນະວັດຕະກຳ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຈັດພິທີມອບບັດສະມາຊິກພັກປະຊາຊົນປະຕິວັດລາວ ໃຫ້ແກ່ສະມາຊິກພັກສົມບູນພາຍໃນໜ່ວຍພັກ. ທີ່ຫ້ອງປະຊຸມໃຫຍ່ຂອງກົມເຕັກໂນໂລຊີ ແລະ ນະວັດຕະກຳ. ໂດຍການເປັນປະທານ ແລະ ມອບບັດໂດຍ ສະຫາຍ ນາງ ອານິສອນ ກິ່ງສະດາ ຮອງເລຂາໜ່ວຍພັກຮາກຖານກົມເຕັກໂນໂລຊີ ແລະ ນະວັດຕະກຳ, ມີຄະນະພັກ ພ້ອມດ້ວຍສະມາຊິກທຸກສະຫາຍພາຍໃນໜ່ວຍພັກເຂົ້າຮ່ວມຢ່າງພ້ອມພຽງ.

ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອມອບໃບບັດສະມາຊິກພັກໃຫ້ແກ່ສະມາຊິກພັກສົມບູນ ຈຳນວນ 05ສະຫາຍ, ຍິງ 03 ສະຫາຍ. ພ້ອມນີ້, ທ່ານປະທານກອງປະຊຸມ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ມີຄຳເຫັນຊີ້ນຳໃຫ້ແກ່ສະມາຊິກພັກ ໃຫ້ເອົາໃຈໃສ່ຕັ້ງໜ້າປະຕິບັດວຽກງານຕາມການມອບໝາຍໃຫ້ໄດ້ຮັບຜົນດີ ແລະ ທັນເວລາ.
:
ກອງປະຊຸມປິດລົງໃນວັນດຽວກັນຢ່າງຈົບງາມ.
.jpeg)


ຂຽນຂ່າວໂດຍ: ວາດສະໜາ ແສນຄຳຢອງ

