ອອກແຮງງານລວມ ເພື່ອຕ້ອນຮັບວັນຊາດທີ 2 ທັນວາ ຄົບຮອບ 50 ປີ
01/12/2025
ກົມເຕັກໂນໂລຊີ ແລະ ນະວັດຕະກຳ, ສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຮ່ວມກັບ ສະຖາບັນຄົ້ນຄວ້າວິທະຍາສາດ ແລະ ນະວັດຕະກໍາ, ກະຊວງສຶກສາທິການ ແລະ ກິລາ ໄດ້ນຳພາ 3 ອົງການຈັດຕັ້ງອອກແຮງງານລວມ ເພື່ອຕ້ອນຮັບວັນຊາດທີ 2 ທັນວາ ຄົບຮອບ 50 ປີ ທີຈະມາເຖິງ. ໃນຕອນບ່າຍ ຂອງວັນທີ 27 ພະຈິກ 2025, ເວລາ 14:00 ໂມງ ເພື່ອປະດັບປະດາທຸງປິວໃສ່ຮົ້ວ ແລະ ອານາໄມອ້ອມຂ້າງເດີນ ຕຶກສຳນັກງານເຂດດອນຕີ້ວ ໃຫ້ມີຄວາມຈົບງາມ ແລະ ສະອາດງາມຕາ ເພື່ອຕ້ອນຮັບວັນຊາດ ທີ 2 ທັນວາ ຄົບຮອບ 50 ປີ ທີຈະມາເຖິງນີ້, ການສ້າງຂະບວນການດັ່ງກ່າວໄດ້ມີການນຳຂັ້ນກົມ, ສູນ ແລະ ສະຖາບັນ ພ້ອມດ້ວຍພະນັກງານເຂົ້າຮ່ວມຢ່າງພ້ອມພຽງ ແລະ ເຮັດໃຫ້ຂະບວນການດັ່ງກ່າວມີຄວາມຟົດຟື້ນ ແລະ ສຳເລັດໄປດ້ວຍດີ



ຂຽນຂ່າວໂດຍ: ກົມເຕັກໂນໂລຊີ ແລະ ນະວັດຕະກຳ

