01/12/2025
ໃນລະຫວ່າງວັນທີ 26-28 ພະຈິກ 2025, ທີ່ຫ້ອງປະຊຸມຫ້ອງວ່າການ ແຂວງຈໍາປາສັກ, ສູນບໍລິຫານລັດດິຈິຕອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຮ່ວມກັບ ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງຈໍາປາສັກ ໄດ້ຈັດກອງປະຊຸມຜັນຂະຫຍາຍວຽກງານການຫັນເປັນລັດດິຈິຕອນ ແລະ ຝຶກອົບຮົມລະບົບຫ້ອງການທັນສະໄໝ ແລະ ບໍລິການລັດດິຈິຕອນ ໃຫ້ແກ່ ພະແນກ ຕສ ແຂວງຈໍາປາສັກ ແລະ ບັນດາພະແນກການອ້ອມຂ້າງ.
:
ໃນໂອກາດດັ່ງກ່າວນີ້, ທ່ານ ປອ. ທະວີສັກ ມະໂນທັມ, ຫົວໜ້າສູນບໍລິຫານລັດດິຈິຕອນ ໄດ້ນໍາພາຄະນະເຂົ້າພົບປະຢ້ຽມຢາມ ທ່ານ ປອ. ສຸກສະຫວັນ ວິໄລວົງ, ຮອງເລຂາພັກແຂວງ, ປະທານຄະນະກຳມະການປົກຄອງ ແຂວງຈໍາປາສັກ ເພື່ອລາຍງານຈຸດປະສົງຂອງການລົງເຄື່ອນໄຫວວຽກງານໃນຄັ້ງນີີ້, ພ້ອມທັງໄດ້ປຶກສາຫາລື ແນວທາງການຮ່ວມມື ເພື່ອຊຸກຍູ້ສົ່ງເສີມການຫັນເປັນລັດດິຈິຕອນ ຂອງແຂວງຈຳປາສັກ.

ກອງປະຊຸມ ແລະ ຝຶກອົບຮົມໃນຄັ້ງນີ້, ໂດຍການເປັນປະທານຮ່ວມຂອງ ທ່ານ ນ ວັນນະພາ ພົມມະທັນສີ ແລະ ທ່ານ ປອ ສຸກກະເສີມ ສີຫານຸວົງ ກຳມະການພັກແຂວງ, ຫົວໜ້າຫ້ອງວ່າການແຂວງ ມີຜູ້ເຂົ້າຮ່ວມຕາງໜ້າຈາກພະແນກ ຕສ ແຂວງຈຳປາສັກ ແລະ ບັນດາພະແນກການອ້ອມຂ້າງ ເຂົ້າຮ່ວມຫຼາຍກ່ວາ 50 ທ່ານ. ເພື່ອເຜີຍແຜ່ໃຫ້ເຫັນຄວາມສໍາຄັນ ແລະ ຊຸກຍູ້ວຽກງານການຫັນເປັນດິຈິຕອນຂອງພາກລັດ ທີ່ຕ້ອງໄປພ້ອມກັນທັງສູນກາງ ແລະ ທ້ອງຖິ່ນ. ໂດຍສະເພາະ ຂະແໜງການເຕັກໂນໂລຊີ ແລະ ການສື່ສານ ທີ່ເປັນຫົວຈັກຫຼັກແຫຼ່ງໃນການຂັບເຄື່ອນ ແລະ ສ້າງຄວາມເຂັ້ມແຂງດ້ານວຽກງານບໍລິຫານ ແລະ ບໍລິການລັດດິຈິຕອນ ເປັນຕົ້ນ: ລະບົບ e-Office, G-Share, E-mail, G-Chat, QR Code, e-Card, G-web, e-Vote ແລະ ອື່ນໆ ໃຫ້ກາຍເປັນຕົວແບບຂອງການຫັນເປັນດິຈິຕອນ ຂອງທຸກຂະແໜງການ. ພ້ອມທັງ ເປັນການກຽມຄວາມພ້ອມໃນການຂະຫຍາຍການນໍາໃຊ້ບັນດາລະບົບຕ່າງໆ ຂອງ ກຕສ ເຂົ້າໃນວຽກງານຕົວຈິງ ລົງສູ່ທ້ອງຖິ່ນ ໂດຍສະເພາະ 46 ຕາແສງ ພາຍໃນແຂວງຈຳປາສັກ ໄດ້ຢ່າງທົ່ວເຖີງ.

ທ່ານ ນາງ ວັນນະພາ ພົມມະທັນສີ ໄດ້ກ່າວວ່າ: ການຫັນເປັນທັນສະໄໝ ແມ່ນວຽກງານໜຶ່ງທີ່ພັກ ແລະ ລັດຖະບານໃຫ້ຄວາມສຳຄັນ ແລະ ຖືເອົາເປັນວຽກວຽກບູລິມະສິດໃນແຜນພັດທະນາເສດຖະກິດ-ສັງຄົມ ຊຶ່ງສະແດງອອກຄື: ລັດຖະບານໄດ້ຮັບຮອງເອົານະໂຍບາຍ ແລະ ແຜນພັດທະນາທີ່ສຳຄັນເພື່ອຊຸກຍູ້ການຈັດຕັ້ງປະຕິບັດໃນການຫັນເປັນທັນສະໄໝ ເປັນຕົ້ນ: ແຜນແມ່ບົດການພັດທະນາເສດຖະກິດດິຈິຕອນ, ຍຸດທະສາດການພັດທະນາເສດຖະກິດດິຈິຕອນແຫ່ງຊາດ, ແຜນພັດທະນາເສດຖະກິດ-ສັງຄົມ ແລະ ອື່ນໆ. ພ້ອມກັນນີ້, ທ່ານ ປອ ສຸກກະເສີມ ສີຫານຸວົງ ໄດ້ກ່າວຕື່ມວ່າ: ວຽກງານການຫັນເປັນລັດດິຈິຕອນ ແມ່ນວຽກງານໜຶ່ງທີ່ສຳຄັນ. ຊຶ່ງໄລຍະຜ່ານມາ ກໍມີດຳລັດແຕ່ງຕັ້ງຄະນະຫັນເປັນດິຈິຕອນລະດັບຊາດ ທີ່ມີທ່ານນາຍົກລັດຖະມົນຕີ ເປັນປະທານ, ທຸກກະຊວງ ແລະ ແຂວງ ກໍ່ຕ້ອງໄດ້ແຕ່ງຕັ້ງຄະນະຮັບຜິດຊອບວຽກງານຫັນເປັນດິຈິຕອນ ເພື່ອຂຶ້ນແຜນ ແລະ ຕິດຕາມວຽກງານຫັນເປັນດິຈິຕອນດັ່ງກ່າວ, ໂດຍມີກະຊວງເຕັກໂນໂລຊີ ແລະ ການສື່ສານ ເປັນໃຈກາງປະສານງານ, ເປັນຫຼັກໃນການຊຸກຍູ້ ແລະ ພັກດັນວຽກງານຫັນເປັນທັນສະໄໝແບບດິຈິຕອນ. ການຈັດຝຶກອົບຮົມໃນຄັ້ງນີ້, ຈະເຮັດໃຫ້ບັນດາພະແນກການຕ່າງໆ ພາຍໃນແຂວງຈໍາປາສັກ ໄດ້ຮຽນຮູ້ວຽກງານໃໝ່ໆ ແລະ ປຶກສາຫາລື ເພື່ອເຮັດໃຫ້ວຽກງານບໍລິຫານ ແລະ ບໍລິການລັດ ມີຄວາມທັນສະໄໝ ແລະ ວ່ອງໄວຂຶ້ນກ່ວາເກົ່າ.

ກອງປະຊຸມເຜີຍແຜ່ ແລະ ຝຶກອົບຮົມໃນຄັ້ງນີ້ ໄດ້ດໍາເນີນເປັນເວລາ 2 ວັນ ພາຍໃຕ້ບັນຍາກາດອັນຟົດຟື້ນ, ມີສີສັນ ແລະ ເຕັມໄປດ້ວຍປະໂຫຍດ-ຄວາມຮູ້ ແລະ ມີເນື້ອໃນທີ່ຄົບຖ້ວນ. ບັນດາທ່ານຜູ້ເຂົ້າຮ່ວມໄດ້ປະຕິບັດໜ້າທີ່ຂອງຕົນດ້ວຍຄວາມຮັບຜິດຊອບສູງ, ຄົ້ນຄ້ວາປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາ ແລະ ຮຽນຮູ້ວີທີການນໍາໃຊ້ລະບົບຫ້ອງການທັນສະໄໝ (e-Office), ລະບົບບໍລິຫານ ແລະ ບໍລິການລັດດິຈິຕອນ, ໄດ້ຮຽນຮູ້ ແລະ ເຂົ້າໃຈເລິກເຊິ່ງເຖິງຄວາມສຳຄັນຂອງວຽກງານການຫັນເປັນດິຈິຕອນ, ຄວາມສຳຄັນຂອງການນຳໃຊ້ເຕັກໂນໂລຊີດິຈິຕອນ ເພື່ອເປັນເຄື່ອງມື ແລະ ສາມາດນຳໄປໝູນໃຊ້ເຂົ້າໃນວຽກງານການຫັນເປັນດິຈິຕອນ. ພ້ອມນັ້ນ, ຍັງເປັນການສ້າງບາດກ້າວການຫັນປ່ຽນໃໝ່ຕາມທິດຍົກສູງຄຸນນະພາບ, ເຊື່ອມໂຍງເຊື່ອມຈອດກັນໄດ້ຢ່າງວ່ອງໄວແທດເໝາະກັບສະພາບການ ແລະ ຍັງເປັນຂີດໝາຍສຳຄັນອັນໜື່ງ ເພື່ອຫັນເປັນທັນສະໄໝໃນການບໍລິຫານ ແລະ ການຄຸ້ມຄອງລັດ ຕາມທິດທາງລວມຂອງພັກ ແລະ ລັດໄດ້ວາງອອກ.

ພາບ ແລະ ຂ່າວໂດຍ: ສູນບໍລິຫານລັດດິຈິຕອນ

