08/12/2025
ໃນລະຫວ່າງວັນທີ 3-5 ທັນວາ 2025, ຄະນະນຳຈາກ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ນຳໂດຍ ທ່ານ ປອ. ສັນຕິສຸກ ສິມມາລາວົງ, ເລຂາຄະນະບໍລິຫານງານພັກ, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມແລກປ່ຽນ ກ່ຽວກັບການຄຸ້ມຄອງດິຈິຕອນ ຈີນ-ອາຊຽນ ຄັ້ງທີ 2 (The 2nd China-ASEAN Digital Governance Dialogue) ທີ່ນະຄອນເປີຍຫ້າຍ, ແຂວງກວາງຊີ, ສປ. ຈີນ ພາຍໃຕ້ຄຳຂວັນ “ເສີມສ້າງການແລກປ່ຽນ ແລະ ການຮ່ວມມື ເພື່ອຊຸກຍູ້ການເຊື່ອມໂຍງເຊິ່ງກັນ ແລະ ກັນ”. ມີຜູ້ເຂົ້າຮ່ວມຈາກບັນດາພາກສ່ວນທີ່ກ່ຽວຂ້ອງໃນ ສປ. ຈີນ ເຊັ່ນ: ຄະນະບໍລິຫານ-ຈັດການວຽກງານໄຊເບີ ສປ. ຈີນ, ຄະນະບໍລິຫານງານພັກແຂວງແກວງຊີ, ຄະນະບໍລິຫານງານພັກນະຄອນເປີຍຫ້າຍ ແລະ ຄະນະຈາກບັນດາປະເທດສະມາຊິກອາຊຽນ ເຂົ້າຮ່ວມຢ່າງພ້ອມພຽງ.


ໃນພິທີເປີດ, ທ່ານ ປອ. ສັນຕິສຸກ ສິມມາລາວົງ, ເລຂາຄະນະບໍລິຫານງານພັກ, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ມີຄຳເຫັນຕໍ່ກອງປະຊຸມ ໂດຍທ່ານໄດ້ສະແດງຄວາມຊົມເຊີຍ ຜົນສຳເລັດໃນການຈັດງານສຳຄັນຄັ້ງດັ່ງກ່າວນີ້. ພ້ອມທັງໄດ້ອະທິບາຍໂດຍສັງເຂບກ່ຽວກັບຜົນສຳເລັດໃນວຽກງານການຫັນເປັນທັນສະໄໝຂອງ ສປປ ລາວ ໃນໄລຍະຜ່ານມາ. ໂດຍສະເພາະ ວຽກງານລັດຖະບານດິຈິຕອນ, ເສດຖະກິດ-ສັງຄົມດິຈິຕອນ, ຄວາມປອດໄພໄຊເບີ ແລະ ປັນຍາປະດິດ. ພ້ອມນີ້, ທ່ານຍັງໄດ້ສະແດງຄວາມຂອບໃຈໄປເຖິງລັດຖະບານ ສປ. ຈີນ ເວົ້າລວມ, ເວົ້າສະເພາະ ລັດຖະບານແຂວງກວາງຊີ ໃນການຮ່ວມມື ແລະ ສະໜັບສະໜູນ ສປປ ລາວ ໃນການສ້າງແບບຈຳລອງປັນຍາປະດິດ ຕົວທຳອິດຂອງ ສປປ ລາວ, LaoAI. ພ້ອມທັງ ໄດ້ລະບຸເຖິງບາງຂົງເຂດທີ່ ສປປ ລາວ ກໍຄື ອາຊຽນ ແລະ ສປ. ຈີນ ສາມາດຮ່ວມມືກັນໃນຕໍ່ໜ້າ ໂດຍສະເພາະ ວຽກງານການຄຸ້ມຄອງດິຈິຕອນ, ການຮ່ວມມື ທາງດ້ານເຕັກໂນໂລຊີ, ການພັດທະນາບຸກຄະລາກອນ ແລະ ການຊຸກຍູ້ ການຫັນເປັນດິຈິຕອນແບບສີຂຽວ.
ຕະຫຼອດກອງປະຊຸມ ໄດ້ມີການແລກປ່ຽນຄຳຄິດເຫັນ ລະຫວ່າງ ຜູ້ແທນຈາກ ສປ. ຈີນ ແລະ ບັນດາປະເທດໃນ ສະມາຊິກອາຊຽນ ໃນຫົວຂໍ້ທີ່ສຳຄັນ ເຊັ່ນ: ຄວາມປອດໄພໄຊເບີ, ການຄຸ້ມຄອງປັນຍາປະດິດ ແລະ ການຄຸ້ມຄອງຂໍ້ມູນ ຂ້າມແດນ. ໃນຍຸກໂລກາພິວັດ ທີ່ເຕັກໂນໂລຊີປັນຍາປະດິດໄດ້ກາຍເປັນເຄື່ອງມືທີ່ສຳຄັນໃນການຊຸກຍູ້ຊີວິດການເປັນຢູ່ ພ້ອມທັງ ຊ່ວຍໃນການພັດທະນາເສດຖະກິດ-ສັງຄົມ ຂອງປວງຊົນ, ອົງກອນ, ທັງພາກລັດ ແລະ ເອກະຊົນ. ໂດຍສະເພາະ ອາຊຽນ-ຈີນ ຕ້ອງໄດ້ຮ່ວມມືກັນໃນວຽກງານການຄຸ້ມຄອງ, ບໍລິຫານ-ຈັດການ ເຕັກໂນໂລຊີດັ່ງກ່າວ ເພື່ອຮັບປະກັນຄວາມປອດໄພ ແລະ ສະຖຽນລະພາບຮ່ວມກັນ. ດັ່ງນັ້ນ, ກອງປະຊຸມ ແລກປ່ຽນດັ່ງກ່າວ ຈຶ່ງມີຄວາມໝາຍຄວາມສຳຄັນຍິ່ງ ເປັນໜຶ່ງຂໍ້ລິເລີ່ມທີ່ສຳຄັນຮ່ວມກັນ ລະຫວ່າງ ສປ. ຈີນ ແລະ ປະຊາຄົມອາຊຽນ.

