09/12/2025
ເພື່ອເປັນການຍົກລະດັບຄວາມຮູ້, ຄວາມສາມາດ ແລະ ເຮັດໃຫ້ບັນດາຄະນະໜ່ວຍພັກຮາກຖານ, ຄະນະພັກຮາກຖານ ແລະ ກອງເລຂາບັນດາຮາກຖານພັກ ໄດ້ກໍາແໜ້ນຕໍ່ແນວທາງນະໂຍບາຍຂອງພັກ, ຫຼັກການ, ລະບຽບກົດໝາຍ ແລະ ວິທີການນຳພາ-ຊີ້ນຳ ວຽກງານພັກ, ວຽກງານວິຊາສະເພາະ ໃຫ້ສອດຄ່ອງກັບສະພາບການໃໝ່. ໃນຕອນເຊົ້າຂອງວັນທີ 08 ທັນວາ 2025, ອົງຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຈັດພິທີເປີດ ຊຸດຝຶກອົບຮົມ ວຽກງານກໍ່ສ້າງພັກ ຊຸດທີ VI ຂຶ້ນທີ່ຫ້ອງປະຊຸມ ຊັ້ນ 2 ຂອງສູນອິນເຕີເນັດແຫ່ງຊາດ, ໂດຍໃຫ້ກຽດເປັນປະທານກ່າວເປີດຂອງ ສະຫາຍ ປອ. ສັນຕິສຸກ ສິມມາລາວົງ, ເລຂາຄະນະບໍລິຫານງານພັກ, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ຊຶ່ງມີບັນດາສະຫາຍ ຄະນະພັກກະຊວງ, ເລຂາ, ຮອງເລຂາ ຄະນະພັກຮາກຖານ/ໜ່ວຍພັກຮາກຖານ ແລະ ກອງເລຂາບັນດາຮາກຖານພັກ ເຂົ້າຮ່ວມ ຈໍານວນ 60 ສະຫາຍ, ຍິງ 20 ສະຫາຍ.
ໃນໂອກາດນີ້, ສະຫາຍປະທານ ໄດ້ກ່າວວ່າ: ວຽກງານກໍ່ສ້າງພັກ ແລະ ການເມືອງ-ແນວຄິດ ທີ່ເປັນພື້ນຖານສໍາຄັນໃນການເສີມຂະຫຍາຍບົດບາດການນຳພາຂອງອົງການຈັດຕັ້ງພັກ ຢູ່ຕາມຮາກຖານຕ່າງໆພາຍໃນກະຊວງ. ການຝຶກອົບຮົມຄັ້ງນີ້ ແມ່ນມີຄວາມສໍາຄັນ ແລະ ຈໍາເປັນທີ່ສຸດ ເພື່ອສ້າງຄວາມເຂັ້ມແຂງທາງດ້ານການເມືອງ, ແນວຄິດ ແລະ ການຈັດຕັ້ງ ໃຫ້ແກ່ຖັນແຖວພະນັກງານຫຼັກແຫຼ່ງ, ຊຶ່ງຈະເປັນກໍາລັງສໍາຄັນໃນການຈັດຕັ້ງປະຕິບັດບັນດາໜ້າທີ່ວຽກງານຂອງກະຊວງໃຫ້ບັນລຸຜົນສໍາເລັດຕາມແຜນການທີ່ວາງໄວ້.
ຊຸດຝຶກອົບຮົມດັ່ງກ່າວ ຈະດໍາເນີນໄປເປັນເວລາ 4 ວັນ, ຊຶ່ງຜູ້ເຂົ້າຮ່ວມຈະໄດ້ຮຽນຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງຕໍ່ບັນດາເນື້ອໃນສຳຄັນຕ່າງໆ ເຊັ່ນ: ຮຽນຮູ້ກ່ຽວກັບ ວຽກງານອອກບັດ-ມອບບັດ ສະມາຊິກພັກສົມບູນຂອງພັກປະຊາຊົນປະຕິວັດລາວ, ເນື້ອໃນພື້ນຖານກ່ຽວກັບວຽກງານປ້ອງກັນພັກ-ພະນັກງານ, ຂໍ້ກຳນົດຂອງຄະນະເລຂາສູນກາງພັກ ເລກທີ 02/ຄລສພ, ລົງວັນທີ 24/12/2010 ວ່າດ້ວຍວຽກງານວຽກງານປ້ອງກັນພັກ-ພະນັກງານ ໃນໄລຍະໃໝ່, ຍົກສູງຄຸນນະພາບ ແລະ ວຽກງານຂະຫຍາຍພັກໃນໄລຍະໃໝ່, ເພີ່ມທະວີວຽກງານຄຸ້ມຄອງ ແລະ ລະບຽບການຍົກຍ້າຍຮ່ວມຊີວິດພັກ ຍົກສູງຄຸນນະພາບການຈັດຕັ້ງຮາກຖານພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ, ການຕີລາຄາຄຸນນະພາບ ແບ່ງປະເພດສະມາຊິກພັກ ແລະ ໜ່ວຍພັກ ເປັນຕົ້ນ.
ຂ່າວໂດຍ: ສິນທະນູ ພະຜົນໄຊ

