09/12/2025
ໃນລະຫວ່າງວັນທີ 05-07 ທັນວາ 2025 ໂດຍການຕອບຮັບການເຊີນຂອງຄະນະກໍາມະການຮັບຜິດຊອບ ຈັດກອງປະຊຸມລະດັບສູງນັກວິທະຍາສາດເຖິງຈົງ ປະຈຳປີ 2025 (Technology Scientists Forum 2025) ພາຍໃຕ້ຄໍາຂວັນ: “ວິທະຍາສາດປັນຍາປະດິດປ່ຽນແປງໂລກ (Science - AI Changing the world)” ຈັດຂື້ນທີ່ເຂດເຖິງຈົງ, ແຂວງຄຸນໝິງ, ສປ ຈີນ. ຊຶ່ງເປັນການຜັນຂະຫຍາຍຈາກທິດຊີ້ນໍາຂອງ ປະທານ ສີ ຈີ້ງເຜິ້ງ ເລຂາທິການໃຫຍ່ພັກຄອມມູນິດ ສປ ຈີນ. ເປັນກອງປະຊຸມທີ່ເຊື້ອເຊີນຜູ້ນໍາລະດັບສູງດ້ານນະວັດຕະກໍາ, ເຕັກໂນໂລຊີ, ການສຶກສາ, ນັກວິທະຍາສາດ ແລະ ພາກລັດຖະບານ-ເອກະຊົນ-ຜູ້ລົງທຶນ ເຂົ້າຮ່ວມຫຼາຍກວ່າ 5000 ຄົນ ພາຍໃນ ສປ.ຈີນ, ປະເທດຂົງເຂດອາຊີໃຕ້ ແລະ ອາຊີຕາມເວັນອອກສຽງໃຕ້ ເປັນປະຈໍາທຸກປີ ໂດຍແຕ່ ປີ 2022 ເປັນຕົ້ນມາ ເປັນເວທີໃນການນໍາສະເໜີຜົນງານການຄົ້ນຄ້ວາວິທະຍາສາດທີ່ອອກຮັບໃຊ້ສັງຄົມລະດັບໂລກ, ຮັບລາງວັນໂນໂບ, ການແລກປ່ຽນບົດຮຽນດ້ານວິຊາການ ແລະ ສ້າງເຄືອຂ່າຍສຶບຕໍ່ພັດທະນາລົງເລິກຮ່ວມມກັນໃນຕໍ່ໜ້າ.

ທ່ານ ປອ ນາງ ໃຈມາລີ ພະກະຊຸມ, ຮອງຫົວໜ້າ ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ), ຊຶ່ງເປັນຜູ້ໜື່ງທີ່ລິເລີ້ມຊຸກຍູ້ສົ່ງເສີມຫຼັກໃນການຄົ້ນຄວ້າວິທະຍາສາດດ້ານນະວັດຕະກໍາໃໝ່ ພາຍໃນ ກຕສ ໄດ້ເຂົ້າຮ່ວມກອງປະຊຸມດ່ງກ່າວ ແລະ ກ່າວປະກອບຄຳເຫັນ ໃນການປະຊຸມສໍາມະການສາກົນ ກ່ຽວກັບການປົກປ້ອງຊັບສິນທາງປັນຍາ ນະວັດຕະກຳໃໝ່ ໃນຂົງເຂດການຮ່ວມມືເຂດອາຊີໃຕ້ ແລະ ອາຊີຕາມເວັນອອກສຽງໃຕ້. ຊຶ່ງເນື້ອໃນປະກອບຄໍາເຫັນ ໄດ້ຍົກໃຫ້ເຫັນຄວາມໝາຍຄວາມສຳຄັນຂອງວຽກງານເຕັກໂນໂລຊີນະວັດຕະກຳໃໝ່ ຕິດພັນກັບການປົກປ້ອງຊັບສິນທາງປັນຍາ ດ້ານການບໍລິການທາງດ້ານໂທລະຄົມມະນາຄົມ, ອິນເຕີເນັດ, ຫັນເປັນດິຈິຕອນ, ການເງິນ-ທະນາຄານ ແລະ ໂລຈິດສະຕິກ ຂອງ ສປປ ລາວ ເປັນຕົ້ນແມ່ນ: ເຕັກໂນໂລຊີການສື່ສານນໍາໃຊ້ຄື້ນຄວາມຖີ່ 5G, BCEL One, LOCA, ທາງລົດໄຟລາວ-ຈີນ ແລະ ອື່ນໆ ທີ່ໄດ້ມີການຮ່ວມມືໝູນໃຊ້ອຸປະກອນ, ຊອບແວ ແລະ ຫົວຄິດປະດິດສ້າງ ພາຍໃນ ສປປ ລາວ ແລະ ສປ. ຈີນ ໃນການດຳເນີນການ ພາຍໃຕ້ ການຄຸ້ມຄອງ ແລະ ປົກປ້ອງຊັບສິນທາງປັນຍາ ຕາມລະບຽບກົດໝາຍ ຂອງ ສປປ ລາວ ຢ່າງຖືກຕ້ອງ. ພ້ອມດຽວກັນນັ້ນ, ຍັງໄດ້ມີໂອກາດນຳສະເໜີຫົວຂໍ້ ທີ່ຈະສືບຕໍ່ໃນການຄົ້ນຄວ້າວິໄຈ, ພັດທະນາ ແລະ ກໍ່ຕັ້ງສູນບົ່ມເພາະດ້ານການສຶກສາ, ສ້າງຫຼັກສູດຮ່ວມມື ກ່ຽວກັບ ປັນຍາປະດິດ, ຄຣາວ ແລະ ການບໍລິຫານຂໍ້ມູນຂະໜາດໃຫຍ່, ຮ່ວມມືພັດທະນາ ໃນການຄົ້ນຄ້ວາວິໄຈຈາກຫ້ອງທົດລອງໃຫ້ກາຍຜະລິດຕະພັນສິນຄ້າ ແລະ ສ້າງຖານຂໍ້ມູນລະດັບຊາດຮ່ວມກັນໃນອານາຄົດ.

ພາບ ແລະ ຂ່າວ: ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ.

