09/12/2025
ໃນຕອນເຊົ້າຂອງວັນທີ 09 ທັນວາ 2025 ນີ້, ທີ່ຫ້ອງຮັບແຂກ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ), ທ່ານ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ ກຕສ ໄດ້ໃຫ້ກຽດຕ້ອນຮັບ ທ່ານ Zhang Hongshi ເລຂາບໍລິຫານງານພັກ, ປະທານສະຖາບັນວິທະຍາສາດສັງຄົມກວາງຊີ ພ້ອມດ້ວຍຄະນະ.
ທ່ານ Zhang Hongshi ເລຂາບໍລິຫານງານພັກ, ປະທານສະຖາບັນວິທະຍາສາດສັງຄົມກວາງຊີ ໄດ້ສະແດງຄວາມຂອບໃຈ ຕໍ່ທ່ານລັດຖະມົນຕີ ທີ່ໄດ້ເສຍສະຫຼະເວລາອັນມີຄ່າຕ້ອນຮັບຢ່າງອົບອຸ່ນ, ພ້ອມທັງກ່າວຈຸດປະສົງການເຂົ້າພົບໃນຄັ້ງນີ້, ກໍເພື່ອຄົ້ນຄວ້າ ແລະ ຮ່ວມມືພັດທະນາດ້ານປັນຍາປະດິດ (AI) ລະຫວ່າງ ສປ ຈີນ (ກວາງຊີ) - ລາວ, ສະພາບການພັດທະນາດ້ານ AI ໃນ ສປປ ລາວ ເພື່ອສ້າງຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບແຜນຍຸດທະສາດ, ທິດທາງນະໂຍບາຍ, ຂໍ້ຫຍຸ້ງຍາກໃນການພັດທະນາ ແລະ ຄວາມຕ້ອງການໃນການຮ່ວມມືສາກົນຂອງ ສປປ ລາວ ເພື່ອພັດທະນາອຸດສາຫະກຳປັນຍາປະດິດ, ຮ່ວມມືດ້ານ AI ໃຫ້ເປັນຮູບປະທຳ ລະຫວ່າງ ຈີນ ແລະ ລາວ, ການຄົ້ນຄວ້າເສັ້ນທາງໃນການຮ່ວມກັນ ສ້າງຮູບແບບການນຳໃຊ້, ການປະສານງານດ້ານລະບຽບການ ແລະ ການຮ່ວມກັນສ້າງລະບົບນິເວດ, ສົ່ງເສີມການຮ່ວມມື ກວາງຊີ - ລາວ. ໂອກາດ, ສິ່ງທ້າທາຍ ແລະ ເສັ້ນທາງພັດທະນາໂດຍນຳໃຊ້ການກໍ່ສ້າງ ເສັ້ນທາງສາຍໄໝດິຈິຕອນ ຈີນ - ລາວ ເປັນພື້ນຖານ.
ໂອກາດດັ່ງກ່າວ, ທ່ານ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ທ່ານ Zhang Hongshi ປະທານສະຖາບັນວິທະຍາສາດສັງຄົມກວາງຊີ ທີ່ມີຈຸດປະສົງຈະເຂົ້າມາຮ່ວມມື ແລະ ພັດທະນາດ້ານປັນາປະດິດ. ພ້ອມນັ້ນ, ທັງສອງຝ່າຍໄດ້ປຶກສາຫາລືກ່ຽວກັບການຮ່ວມມືກັນ ແລະ ແລກປ່ຽນບົດຮຽນໃຫ້ໄດ້ຮັບຜົນປະໂຫຍດສູງສຸດ.
ຂ່າວ ທ່ານ ພຸດດວອນ ພາສຸວັນ

