ກອງປະຊຸມຄົບຄະນະບໍລິຫານງານຊາວໜຸ່ມ ກະຊວງເຕັກໂນໂລຊີ ແລະ ການສື່ສານ ເປີດກວ້າງ ປະຈຳປີ 2025

11/12/2025

ກອງປະຊຸມຄົບຄະນະບໍລິຫານງານຊາວໜຸ່ມ ກະຊວງເຕັກໂນໂລຊີ ແລະ ການສື່ສານ ເປີດກວ້າງ ປະຈຳປີ 2025

ຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ຄຊປປລ ກຕສ) ໄດ້ຈັດກອງປະຊຸມຄົບຄະນະບໍລິຫານງານຊາວໜຸ່ມ ເປີດກວ້າງ ປະຈຳປີ 2025 ຂຶ້ນໃນຕອນເຊົ້າ ວັນທີ 10 ທັນວາ 2025, ທີ່ຫ້ອງປະຊຸມຊັ້ນ 4 ຂອງ ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ໂດຍການເປັນປະທານຂອງ ສະຫາຍ ພວງປະເສີດ ແກ້ວສຸວັນ, ຄະນະປະຈຳພັກກະຊວງ, ເລຂາທິການສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ເລຂາຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ຊຶ່ງມີບັນດາສະຫາຍຮອງເລຂາ, ຄະນະປະຈຳ, ກຳມະການຄະນະບໍລິຫານງານ ແລະ ບັນດາເລຂາຊາວໜຸ່ມຮາກຖານ, ໜ່ວຍ ທົ່ວກະຊວງເຕັກໂນໂລຊີ ແລະ ການສື່ສານ ເຂົ້າຮ່ວມຢ່າງພ້ອມພຽງ.

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນເປັນການທົບທວນແຜນເຄື່ອນໄຫວວຽກຂອງຄະນະບໍລິຫານງານຊາວໜຸ່ມ ກະຊວງ ເປັນຕົ້ນແມ່ນ ການກະກຽມປະເມີນຂໍ້ແຂ່ງຂັນ 4 ບຸກຂອງຊາວໜຸ່ມທົ່ວກະຊວງ, ຮັບຟັງການລາຍງານການການເຄື່ອນໄຫວຜ່ານມາ, ແຜນໃນຕໍ່ໜ້າຂອງຄະນະຊ່ວຍວຽກ ເຊັ່ນ: ການເຄື່ອນໄຫວຂອງກອງເລຂາ, ວຽກງານຂະບວນການ, ວຽກງານແຜນການ ແລະ ການເງິນ, ວຽກງານຈັດຕັ້ງກວດກາ, ຄົ້ນຄວ້າ ແລະ ຮັບຮອງເອົາເນື້ອໃນຂອງເອກະສານ ແລະ ໂຄງຮ່າງການຈັດຕັ້ງຂອງຄະນະບໍລິຫານງານຊາວໜຸ່ມ, ຄົ້ນຄວ້າປະກອບຄຳເຫັນໃສ່ ຮ່າງມະຕິຕົກລົງຊາວໜຸ່ມຕະລຸມບອນຂອງ ກະຊວງ, ຄົ້ນຄວ້າແຜນການຜັນຂະຫຍາຍ MOU ທີ່ໄດ້ເຊັນກັບ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ແລະ ຮັບຟັງການລາຍງານຜົນການເຄື່ອນໄຫວຂອງບັນດາຮາກຖານ, ໜ່ວຍ ກ່ຽວກັບຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກໃນການເຄື່ອນໄຫວວຽກງານຊາວໜຸ່ມໃນຂັ້ນຮາກຖານ ແລະ ຮັບຟັງການໂອ້ລົມຈາກສະຫາຍ ເລຂາ ຄຊປປລ ກະຊວງເຕັກໂນໂລຊີ ແລະ ການສື່ສານ.

ພາຍຫຼັງສໍາເລັດກອງປະຊຸມ, ສະຫາຍ ເລຂາຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ນຳພາບັນດາສະມາຊິກຊາວໜຸ່ມ ຈຳນວນ 20 ສະຫາຍ ເດີນທາງໄປຢ້ຽມຊົມຫໍພິພິທະພັນ ໄກສອນ ພົມວິຫານ ເນື່ອງໃນໂອກາດວັນເກີດຂອງ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ, ຊຶ່ງໄດ້ນໍາເອົາກະຕ່າດອກໄມ້ເຂົ້າຂ່ຳນັບຕໍ່ໜ້າຮູບຫຼໍ່ຂອງປະທານ ໄກສອນ ພົມວິຫານ ເພື່ອສະແດງຄວາມເຄົາລົບຮັກ, ກະຕັນຍູຮູ້ບຸນຄຸນຢ່າງສູງຕໍ່ຄຸນງາມຄວາມດີ ແລະ ຜົນງານອັນໃຫຍ່ຫຼວງທີ່ເພີ່ນໄດ້ສ້າງ ແລະ ວາງຮາກຖານໃຫ້ຄົນຮຸ່ນສືບທອດໄດ້ສຶກສາຄົ້ນຄວ້າຮໍ່າຮຽນ ເພື່ອເຮັດໃຫ້ພະນັກງານ ກໍຄືສະມາຊິກຊາວໜຸ່ມ ກຕສ ມີຈິດສຳນຶກນໍ້າໃຈຮັກຊາດ, ສ້າງຄວາມເຊື່ອໝັ້ນຕໍ່ການນຳພາ-ຊີ້ນຳຂອງພັກ-ລັດ ແຕ່ລະຂັ້ນ, ຕັ້ງໜ້າຝຶກຝົນຫຼໍ່ຫຼອມ, ຊອກຮູ້ຮ່ຳຮຽນຮອບດ້ານ, ຮຽນຮູ້ມູນເຊື້ອຂອງຊາດ ຂອງພັກ ຂອງລັດ ເພື່ອຫັນເຂົ້າແບບແຜນວິທີເຮັດວຽກ, ແບບແຜນການດໍາລົງຊີວິດ ໃຫ້ຖືກຕ້ອງ ແລະ ສອດຄ່ອງກັບພຶດຕິກໍາຕົວຈິງ ເພື່ອເຮັດສຳເລັດໜ້າທີ່ການເມືອງຂອງຕົນ.

ຂ່າວ: ກອງເລຂາ

 

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2023
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ