ສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ ຈັດກອງປະຊຸມປຶກສາຫາລື ເພື່ອສ້າງຄວາມເຂັ້ມແຂງໃນການຄຸ້ມຄອງວຽກງານ ໄປສະນີ, ໂທລະຄົມມະນາຄົມ ແລະ ເຕັກໂນໂລຊີ

22/12/2025

ສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ ຈັດກອງປະຊຸມປຶກສາຫາລື ເພື່ອສ້າງຄວາມເຂັ້ມແຂງໃນການຄຸ້ມຄອງວຽກງານ ໄປສະນີ, ໂທລະຄົມມະນາຄົມ ແລະ ເຕັກໂນໂລຊີ

ສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ (ສຖຕ), ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດກອງປະຊຸມປຶກສາຫາລື ເພື່ອກະກຽມຄວາມພ້ອມໃນການສົ່ງເສີມຄວາມເຂັ້ມແຂງທາງດ້ານການຄຸ້ມຄອງ ແລະ ບໍລິຫານວຽກງານໂທລະຄົມມະນາຄົມ, ໄປສະນີ ແລະ ເຕັກໂນໂລຊີ ຂຶ້ນໃນຕອນເຊົ້າວັນທີ 19 ທັນວາ 2025, ທີ່ຫ້ອງປະຊຸມຂອງ ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ນາງ ເກສອນ ສຸລິວົງ, ຫົວໜ້າສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ,  ມີບັນດາຫົວໜ້າກົມ, ຄະນະພະແນກ ແລະ ວິຊາການ ຈາກບັນດາກົມ/ທຽບເທົ່າ ອ້ອມຂ້າງກະຊວງເຕັກໂນໂລຊີ ແລະ ການສື່ສານ ເຂົ້າຮ່ວມ ຈຳນວນ 50 ທ່ານ.

ກອງປະຊຸມໄດ້ດຳເນີນໄປເປັນເວລາ 1 ວັນ, ເຊິ່ງຜູ້ເຂົ້າຮ່ວມໄດ້ຮ່ວມກັນແລກປ່ຽນ ແລະ ປຶກສາຫາລືໃນຫຼາຍປະເດັນສຳຄັນ ເປັນຕົ້ນແມ່ນ ການທົບທວນວຽກງານວິຊາສະເພາະ: ເນັ້ນໃສ່ການປະສານງານລະຫວ່າງ ບັນດາກົມ, ສູນ ແລະ ສະຖາບັນ ທີ່ຕິດພັນກັບຂະແໜງການ ໂທລະຄົມມະນາຄົມ, ໄປສະນີ ແລະ ເຕັກໂນໂລຊີ ຢູ່ຂັ້ນທ້ອງຖິ່ນໃນຂອບເຂດທົ່ວປະເທດ; ການແກ້ໄຂສິ່ງທ້າທາຍ: ວິເຄາະບັນຫາ ແລະ ອຸປະສັກໃນການຈັດຕັ້ງປະຕິບັດວຽກງານຕົວຈິງ ໃນໄລຍະຜ່ານມາ, ການວາງແຜນຮ່ວມມື: ຄົ້ນຄວ້າຂໍ້ສະເໜີ ແລະ ວິທີແກ້ໄຂ ພ້ອມທັງກຳນົດທິດທາງແຜນການຮ່ວມມືກັບ ສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ ເພື່ອຜັນຂະຫຍາຍ ແລະ ເຜີຍແຜ່ຄວາມຮູ້-ເຕັກນິກ ໃຫ້ແກ່ພາກສ່ວນທີ່ກ່ຽວຂ້ອງທັງສູນກາງ ແລະ ທ້ອງຖິ່ນ ໃຫ້ມີປະສິດທິພາບສູງຂຶ້ນ.

ກອງປະຊຸມຄັ້ງນີ້ ຖືເປັນບາດກ້າວສຳຄັນໃນການກຽມຄວາມພ້ອມ ເພື່ອຍົກລະດັບຂີດຄວາມສາມາດໃນການບໍລິຫານ ແລະ ຄຸ້ມຄອງມະຫາພາກ ຂອງຂະແໜງການເຕັກໂນໂລຊີ ແລະ ການສື່ສານ ໃຫ້ທັນກັບຍຸກສະໄໝ ແລະ ຕອບສະໜອງໄດ້ຕາມຄວາມຕ້ອງການຂອງສັງຄົມ.

ຂ່າວ: ສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2023
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ